Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 3:17 - ພຣະຄຳພີສັກສິ

17 ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ພວກເຂົາ ຄື​ເຮົາ​ຈະ​ແຖ​ຫົວ​ພວກເຂົາ​ໃຫ້​ໂຫລ້ນ ແລະ​ພຣະເຈົ້າຢາເວ​ຈະ​ໃຫ້​ພວກເຂົາ​ປາກົດ​ຕົວ​ເປືອຍກາຍ​ຢູ່.”

Uka jalj uñjjattʼäta Copia luraña




ເອຊາຢາ 3:17
15 Jak'a apnaqawi uñst'ayäwi  

ສາວ​ພູ​ຊີໂອນ​ເອີຍ ມາ​ເບິ່ງ​ກະສັດ​ໂຊໂລໂມນ​ເຖີດ ເພິ່ນ​ສວມ​ມົງກຸດ​ອັນ​ງາມ​ທີ່​ແມ່​ເພິ່ນ​ສຸບ​ໃສ່​ໃຫ້ ແມ່​ສຸບ​ໃສ່​ໃຫ້​ເພິ່ນ​ໃນ​ວັນ​ທີ່​ກະສັດ​ແຕ່ງງານ ໃນ​ວັນ​ອັນ​ປິຕິ​ຍິນດີ ແລະ​ຊົມຊື່ນ​ທີ່ສຸດ​ຂອງເພິ່ນ.


ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ນຳ​ຊະເລີຍເສິກ ພວກ​ທີ່​ເພິ່ນ​ໄດ້​ຈັບ​ຈາກ​ສອງ​ຕົວເມືອງ​ໃຫ້​ຍ່າງ​ເປືອຍຕົວ​ໄປ ບໍ່​ວ່າ​ໜຸ່ມ​ຫລື​ແກ່ ຕ່າງ​ກໍ​ຈະ​ຍ່າງ​ຕີນ​ເປົ່າ​ແລະ​ເປືອຍຕົວ ແລະ​ເປີດກົ້ນ​ຍ່າງ​ໄປ ອັນ​ຈະ​ນຳ​ຄວາມ​ອັບອາຍ​ມາ​ສູ່​ປະເທດ​ເອຢິບ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເບິ່ງດູ ຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ອວດອົ່ງ​ຈອງຫອງ​ສໍ່າໃດ ພວກເຂົາ​ຍ່າງ​ເບີດ​ຈົນ​ດັງ​ຕັ້ງຊື່. ພວກເຂົາ​ມັກ​ທ່ຽວ​ເລາະ​ຫລິ້ນ​ສະເໝີ​ໂດຍ​ຍ່າງ​ບາດກ້າວ​ອັນ​ຜ່າເຜີຍ ຈົນ​ປອກຕີນ​ດັງ​ເປັນ​ຈັງຫວະ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເອົາ​ທຸກສິ່ງ ທີ່​ພວກຜູ້ຍິງ​ຊາວ​ນະຄອນ​ເຢຣູຊາເລັມ​ໂອ້ອວດ​ນັ້ນ​ໜີໄປ​ໃຫ້​ໝົດ​ເຊັ່ນ: ເຄື່ອງເອ້​ທີ່​ພວກເຂົາ​ໃສ່​ຕາມ​ຂໍ້ຕີນ, ຕາມ​ເທິງ​ຫົວ, ຕາມ​ຄໍ,


ຖ້າ​ເຈົ້າ​ຖາມ​ວ່າ ເປັນຫຍັງ​ເຫດການ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ແກ່​ເຈົ້າ ເປັນຫຍັງ​ພວກເຂົາ​ຈຶ່ງ​ແກ້​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ຂົ່ມຂືນ​ເຈົ້າ ກໍ​ຍ້ອນ​ບາບ​ຂອງ​ເຈົ້າ​ມີ​ຢ່າງ​ຫລວງຫລາຍ.


ຄົນ​ຫລັງກ່ອມ​ຫລື​ຄົນ​ເຕ້ຍ​ຜິດ​ປົກກະຕິ; ຄົນ​ເສຍຕາ ຫລື​ຄົນ​ເປັນ​ພະຍາດ​ຜິວໜັງ ແລະ​ຊາຍ​ທີ່​ອະໄວຍະວະ​ເພດ​ພິການ.


ພວກເຈົ້າ​ຊາວ​ເມືອງ​ຊາເຟຍ​ເອີຍ ຈົ່ງ​ໜີໄປ​ຢູ່​ຕ່າງຖິ່ນ​ຢ່າງ​ເປືອຍຕົວ ແລະ​ອັບອາຍ​ຂາຍໜ້າ​ສາ. ຄົນ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຊາອານານ ບໍ່​ກ້າ​ອອກ​ມາ​ຈາກ​ເມືອງ​ຂອງຕົນ. ເມື່ອໃດ​ພວກເຈົ້າ​ໄດ້ຍິນ​ປະຊາຊົນ​ໃນ​ເມືອງ​ເບັດ​ເອເຊນ​ຮ້ອງໄຫ້​ຮໍ່າໄຮ ເຈົ້າ​ຈົ່ງ​ຮູ້​ວ່າ​ໃນ​ທີ່ນັ້ນ​ບໍ່ມີ​ບ່ອນ​ລີ້ໄພ​ສາ​ແລ້ວ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ນີເນເວ​ເອີຍ ເຮົາ​ຈະ​ລົງໂທດ​ເຈົ້າ ເຮົາ​ຈະ​ແກ້​ເສື້ອຜ້າ​ເຈົ້າ ແລະ​ແບ​ກາຍ​ເຈົ້າ​ຄືກັນ ໃຫ້​ຊາດ​ຕ່າງໆ​ເຫັນ​ຂອງ​ລັບ ໜ້າອັບອາຍ​ຂອງເຈົ້າ.


ພຣະເຈົ້າຢາເວ​ຈະ​ສົ່ງ​ຕຸ່ມຝີ​ມາ​ຖືກ​ພວກເຈົ້າ ເໝືອນ​ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ກັບ​ຊາວ​ເອຢິບ. ພຣະອົງ​ຈະ​ເຮັດ​ໃຫ້​ຕົນຕົວ​ຂອງ​ພວກເຈົ້າ​ມີ​ບາດແຜ. ພວກເຈົ້າ​ຈະ​ມີ​ເກັດ​ເຕັມຕົວ​ທັງ​ຄັນ​ແລະ​ຮັກສາ​ບໍ່​ດີ​ຈັກເທື່ອ.


ເທວະດາ​ຕົນ​ທຳອິດ​ໄດ້​ໄປ​ຖອກ​ຂັນ​ຂອງຕົນ​ໃສ່​ແຜ່ນດິນ​ໂລກ. ຕຸ່ມຝີ​ອັນ​ຮ້າຍແຮງ ແລະ​ເຮັດ​ໃຫ້​ເຈັບປວດ ໄດ້​ເກີດຂຶ້ນ​ຕາມ​ຕົນ​ຕົວ​ຂອງ​ພວກ​ທີ່​ມີ​ເຄື່ອງໝາຍ​ຂອງ​ສັດຮ້າຍ ແລະ​ພວກ​ທີ່​ຂາບໄຫວ້​ຮູບ​ຂອງ​ມັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka