Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 3:14 - ພຣະຄຳພີສັກສິ

14 ພຣະເຈົ້າຢາເວ​ກຳລັງ​ນຳ​ຄົນ​ເຫຼົ່ານີ້​ມາ​ຕັດສິນ ຄື​ບັນດາ​ເຖົ້າແກ່​ແລະ​ບັນດາ​ຜູ້ນຳ​ປະຊາຊົນ​ຂອງ​ພຣະອົງ. ພຣະອົງ​ກ່າວ​ຟ້ອງ​ດັ່ງນີ້: “ພວກເຈົ້າ​ໄດ້​ປຸ້ນ​ເອົາ​ສວນອະງຸ່ນ ແລະ​ໃນ​ເຮືອນ​ຂອງ​ພວກເຈົ້າ​ກໍ​ເຕັມ​ໄປ​ດ້ວຍ​ສິ່ງຂອງ ທີ່​ພວກເຈົ້າ​ໄດ້​ຢຶດເອົາ​ມາ​ຈາກ​ຄົນ​ຍາກຈົນ.

Uka jalj uñjjattʼäta Copia luraña




ເອຊາຢາ 3:14
34 Jak'a apnaqawi uñst'ayäwi  

ມັນ​ບໍ່ແມ່ນ​ຍ້ອນ​ເຈົ້າ​ຢຳເກງ​ພຣະເຈົ້າ​ດອກ​ຫລື ທີ່​ພຣະອົງ​ຕໍ່ສູ້​ເຈົ້າ ແລະ​ນຳ​ເຈົ້າ​ຂຶ້ນ​ສານ​ນັ້ນ.


ຕອນເຊົ້າ ຄາດຕະກອນ​ລຸກ​ຂຶ້ນ​ໄປ​ຂ້າ​ຄົນຈົນ ແລະ​ຕອນ​ກາງຄືນ ພວກເຂົາ​ກໍ​ອອກ​ໄປ​ຫາຊອກ​ປຸ້ນຈີ້.


ຄົນຊົ່ວ​ເອົາ​ເດັກນ້ອຍ​ທີ່​ຂາດ​ພໍ່​ໄປ​ເປັນ​ທາດຮັບໃຊ້​ຂອງຕົນ ແລະ​ເອົາ​ລູກ​ຂອງ​ຄົນຈົນ​ເປັນ​ຄ່າ​ຈ່າຍໜີ້.


ພຣະເຈົ້າ​ບໍ່​ຈຳເປັນ​ຕັ້ງ​ເວລາໃດ​ເວລາໜຶ່ງ ​ໄວ້ ເພື່ອ​ຈະ​ນຳ​ມະນຸດ​ຂຶ້ນ​ໄປ​ຍັງ​ສານ​ຕັດສິນ.


ພວກເຂົາ​ເປັນ​ດັ່ງ​ໂຕສິງ​ທີ່​ລໍຖ້າ​ຄຸບ​ເຫຍື່ອ​ຢູ່​ໃນ​ຂຸມ​ຂອງ​ມັນ ເພື່ອ​ຄອຍ​ຜົກຈອບ​ຈັບ​ເອົາ​ຄົນ​ຍາກ​ລຳບາກ ພວກເຂົາ​ຫ້າງ​ແຮ້ວ​ໄວ້​ເພື່ອ​ຈັບ ແລະ​ລາກ​ເອົາ​ໄປ​ເປັນ​ເຫຍື່ອ.


ພຣະເຈົ້າຢາເວ​ຖາມ​ວ່າ, “ພວກເຂົາ​ບໍ່ມີ​ປັນຍາ​ຫລືນີ້? ຄົນຊົ່ວຊ້າ​ເຫຼົ່ານີ້​ໂງ່ຈ້າ​ກັນ​ໝົດ​ຫລືນີ້? ພວກເຂົາ​ມີ​ຊີວິດ​ຢູ່​ເພື່ອ​ປຸ້ນຈີ້​ປະຊາຊົນ​ຂອງເຮົາ ແລະ​ບໍ່ເຄີຍ​ພາວັນນາ​ອະທິຖານ​ຫາ​ເຮົາ​ຈັກເທື່ອ.”


ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ຖືກ​ການ​ທົດລອງ ບໍ່ມີ​ຜູ້ໃດ​ທີ່​ບໍ່ມີ​ຄວາມຜິດ​ໃນ​ສາຍ​ຕາ​ຂອງ​ພຣະອົງ.


ຜູ້​ທີ່​ເອົາ​ປຽບ​ຢ່າງ​ໂຫດຫ້ຽມ​ຕໍ່​ຄົນທຸກ​ແລະ​ຄົນ​ຂັດສົນ​ນັ້ນ ຄື​ວິທີ​ໃຊ້​ຊີວິດ​ຂອງ​ເຂົາ ຄົນ​ຢ່າງນີ້​ກໍມີ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເຮັດ​ກົດໝາຍ​ອັນ​ບໍ່​ຍຸດຕິທຳ​ເພື່ອ​ກົດຂີ່​ປະຊາຊົນ​ຂອງເຮົາ.


ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ງັດ​ຄົນ​ຍາກຈົນ​ບໍ່​ໃຫ້​ມີ​ສິດ​ຫຍັງ ທັງ​ບໍ່​ໃຫ້​ເຂົາ​ໄດ້​ຮັບ​ຄວາມ​ຍຸດຕິທຳ​ດ້ວຍ. ດ້ວຍເຫດນັ້ນ ພວກເຈົ້າ​ຈຶ່ງ​ຢຶດເອົາ​ດິນດອນ​ຕ່ອນຫຍ້າ ທີ່​ເປັນ​ຂອງ​ແມ່ໝ້າຍ ແລະ​ເດັກ​ກຳພ້າ.


ເພິ່ນ​ຈະ​ຕັດສິນ​ຄົນ​ທຸກ​ລຳບາກ​ຢ່າງ​ຍຸດຕິທຳ​ ແລະ​ປ້ອງກັນ​ສິດທິ​ຂອງ​ຜູ້​ທີ່​ຕໍ່າຕ້ອຍ. ເມື່ອ​ເພິ່ນ​ສັ່ງ​ແລ້ວ​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ໂທດກຳ ແລະ​ຄົນ​ກະທຳ​ການ​ຊົ່ວຮ້າຍ​ຕ່າງ​ກໍ​ຈະ​ຕາຍໄປ​ສິ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ຈະ​ເປັນ​ຜູ້ລ້ຽງ​ປະຊາຊົນ​ຂອງ​ພຣະອົງ​ຜູ້​ຍາກຈົນ ແລະ​ຈະ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ຢ່າງ​ປອດໄພ, ແຕ່​ພຣະອົງ​ຈະ​ສົ່ງ​ຄວາມ​ອຶດຢາກ​ອັນ​ຮ້າຍແຮງ​ມາ​ສູ່​ຊາວ​ຟີລິດສະຕິນ ແລະ​ສິ່ງນັ້ນ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ລອດຊີວິດ​ເຫຼືອ​ຢູ່​ເລີຍ.


ບັດນີ້ ພວກ​ທີ່​ຖືກ​ກົດຂີ່​ກໍ​ຢຽບ​ຂີ້ຝຸ່ນ​ດິນ​ນັ້ນ​ໄປ ແລະ​ຢຽບຢໍ່າ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ເຂົາເຈົ້າ.


ຄົນ​ຍາກຈົນ​ແລະ​ຄົນ​ຖ່ອມຕົວ​ຈະ​ພົບ​ຄວາມສຸກ​ອີກເທື່ອໜຶ່ງ ທີ່​ພຣະເຈົ້າຢາເວ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ມອບ​ໃຫ້.


ແຕ່​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, “ພວກເຈົ້າ​ບໍ່​ເອົາໃຈໃສ່​ນຳ​ສິ່ງ​ທີ່​ເຮົາ​ບອກ​ແລະ​ເພິ່ງ​ການ​ໃຊ້ກຳລັງ​ແລະ​ການ​ຫລອກລວງ.


ສວນອະງຸ່ນ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ແມ່ນ​ຊາດ​ອິດສະຣາເອນ ແລະ​ປະຊາຊົນ​ຊາວ​ຢູດາ​ແມ່ນ​ເບ້ຍ​ອະງຸ່ນ ຊຶ່ງ​ພຣະອົງ​ໄດ້​ປູກ​ໄວ້. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່ດີ, ແຕ່​ພວກເຂົາ​ມີ​ແຕ່​ປະພຶດ​ຕົນ​ເປັນ​ຜູ້ຂ້າຄົນ. ພຣະອົງ​ຄາດຫວັງ​ໃຫ້​ພວກເຂົາ​ເຮັດ​ໃນ​ສິ່ງ​ທີ່​ຊອບທຳ, ແຕ່​ຄົນ​ຮັບ​ເຄາະກຳ​ຮ້ອງຂໍ​ຄວາມ​ຍຸດຕິທຳ.


ການ​ທີ່​ພວກເຈົ້າ​ຖືສິນ​ອົດອາຫານ​ນັ້ນ​ພາ​ໃຫ້​ພວກເຈົ້າ​ຮຸນແຮງ ທັງ​ທະເລາະ​ຜິດຖຽງກັນ ແລະ​ຕໍ່ສູ້​ຊຶ່ງກັນແລະກັນ. ພວກເຈົ້າ​ຄິດວ່າ​ການ​ຖືສິນ​ອົດອາຫານ​ແບບ​ນີ້ ຈະ​ເຮັດ​ໃຫ້​ເຮົາ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ​ຈັ່ງ​ຊັ້ນບໍ?


ຜູ້​ປົກຄອງ​ຕ່າງດ້າວ​ທຳລາຍ​ສວນອະງຸ່ນ​ຂອງເຮົາ ພວກເຂົາ​ຢຽບຢໍ່າ​ທົ່ງນາ​ຂອງເຮົາ​ລົງ​ສາ​ແລ້ວ; ພວກເຂົາ​ໄດ້​ພາກັນ​ປ່ຽນ​ດິນແດນ​ທີ່​ໜ້າຮັກ​ຂອງເຮົາ ໃຫ້​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ​ສາ​ແລ້ວ.


ນາຍພານ​ຈັບ​ນົກ​ໄດ້​ເຕັມ​ກົງ​ຂັງ​ສັນໃດ ພວກເຂົາ​ກໍໄດ້​ເຄື່ອງປຸ້ນ​ມາ​ໄວ້​ເຕັມເຮືອນ​ສັນນັ້ນ. ເພາະ​ສະນັ້ນ ພວກເຂົາ​ຈຶ່ງ​ມີ​ອຳນາດ​ແລະ​ຮັ່ງມີ​ເປັນດີ


ລາວ​ສໍ້ໂກງ​ຄົນ​ຍາກຈົນ, ລາວ​ປຸ້ນ​ເຈົ້າ​ເອົາ​ຂອງ ແລະ​ບໍ່​ຄືນ​ຂອງ​ທີ່​ລູກໜີ້​ເອົາ​ມາ​ຈຳ​ນຳ. ລາວ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ອັນ​ໜ້າກຽດຊັງ​ຢູ່​ໃນ​ບ່ອນ​ສັກສິດ​ຂອງ​ຄົນຕ່າງຊາດ


ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ຊົນຊາດ​ທັງຫລາຍ ແລະ​ໃນ​ບ່ອນ​ນັ້ນ​ເຮົາ​ຈະ​ກ່າວໂທດ​ພວກເຈົ້າ​ຕໍ່ໜ້າຕໍ່ຕາ.


ບັດນີ້ ເຮົາ​ຈະ​ກ່າວໂທດ​ພວກເຈົ້າ ດັ່ງ​ທີ່​ເຮົາ​ໄດ້​ເຮັດ​ຕໍ່​ບັນພະບຸລຸດ​ຂອງ​ພວກເຈົ້າ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ສະນັ້ນ ເມື່ອ​ພວກເຈົ້າ​ຂາຍ​ທີ່ດິນ​ໃຫ້​ຄົນ​ອິດສະຣາເອນ ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ພວກເຈົ້າ ຫລື​ຊື້​ທີ່ດິນ​ຈາກ​ລາວ​ກໍດີ ຢ່າ​ໄດ້​ຊື້​ຂາຍ​ກັນ​ໂດຍ​ບໍ່​ຍຸດຕິທຳ.


ຢ່າ​ໄດ້​ສໍ້ໂກງ​ຄົນ​ອິດສະຣາເອນ ພີ່ນ້ອງ​ຮ່ວມຊາດ​ຂອງ​ພວກເຈົ້າ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າ​ຂອງ​ພວກເຈົ້າ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ພວກເຂົາ​ຢຽບ​ຢໍ່າ ຜູ້​ທີ່​ອ່ອນແອ​ແລະ​ຜູ້​ຂາດ​ທີ່ເພິ່ງ ແລະ​ປະຕິເສດ​ຄຳຮ້ອງຂໍ​ຂອງ​ຄົນ​ຍາກຈົນ. ລູກຊາຍ​ກັບ​ພໍ່​ໄດ້​ນອນ​ນຳ​ສາວ​ທາດຮັບໃຊ້​ຜູ້​ດຽວກັນ; ດັ່ງນັ້ນ ຈຶ່ງ​ເປັນ​ການ​ດູໝິ່ນ​ປະໝາດ​ນາມ​ອັນ​ບໍຣິສຸດ​ຂອງເຮົາ.


ພວກເຈົ້າ ຍິງ​ຊາວ​ຊາມາເຣຍ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ອ້ວນພີ​ເໝືອນ​ດັ່ງ​ງົວແມ່​ທີ່​ລ້ຽງ​ໄວ້​ຢ່າງດີ​ໃນ​ບາຊານ ພວກເຈົ້າ​ປະຕິບັດ​ບໍ່​ຖືກຕ້ອງ​ຕໍ່​ຜູ້​ຂັດສົນ ພວກເຈົ້າ​ກົດຂີ່​ຄົນ​ຍາກຈົນ ແລະ​ຂໍຮ້ອງ​ຜົວ​ໃຫ້​ຂົນ​ເອົາ​ເຫຼົ້າ​ມາ​ໃຫ້​ພວກເຈົ້າ​ດື່ມ​ຢູ່​ບໍ່​ຂາດ


ຜູ້​ທີ່​ນອນ​ຄິດ​ວາງແຜນ​ເຮັດ​ຊົ່ວ ຈະ​ໄດ້​ຮັບ​ໄພພິບັດ​ຫລາຍ​ສໍ່າໃດ​ນໍ ເມື່ອ​ຮຸ່ງເຊົ້າ​ມາ ພໍ​ໄດ້​ໂອກາດ ພວກເຂົາ​ກໍ​ເຮັດ​ຊົ່ວ​ຕາມ​ທີ່​ໄດ້​ວາງແຜນ​ໄວ້​ນັ້ນ.


ເມື່ອ​ພວກເຂົາ​ຕ້ອງການ​ໄຮ່​ນາ ພວກເຂົາ​ກໍ​ຢຶດເອົາ​ໂລດ ເມື່ອ​ພວກເຂົາ​ຕ້ອງການ​ບ້ານເຮືອນ ພວກເຂົາ​ກໍ​ຢຶດເອົາ​ໂລດ. ບໍ່ມີ​ຄອບຄົວ​ຂອງ​ຄົນໃດ ຫລື​ຊັບສົມບັດ​ຂອງ​ຜູ້ໃດ​ຈະ​ປອດໄພ.


ພວກເຈົ້າ​ກືນກິນ​ປະຊາຊົນ​ຂອງເຮົາ. ພວກເຈົ້າ​ລອກ​ໜັງ​ຂອງ​ພວກເຂົາ​ອອກ​ຫັກ​ກະດູກ​ຂອງ​ພວກເຂົາ ແລະ​ຕັດ​ເປັນ​ຕ່ອນໆ​ເໝືອນ​ຊີ້ນ​ຢູ່​ໃນ​ໝໍ້.


ໃນ​ເຮືອນ​ຂອງ​ຄົນຊົ່ວ ມີ​ຊັບສົມບັດ​ຫລາຍ​ຢ່າງ ຊຶ່ງ​ພວກເຂົາ​ໄດ້​ມາ​ໃນ​ທາງ​ບໍ່​ສັດຊື່. ພວກເຂົາ​ໃຊ້​ຕາຊິງ​ປອມ ເປັນ​ສິ່ງ​ທີ່​ເຮົາ​ກຽດຊັງ.


“ຈົ່ງ​ຟັງ​ຄຳອຸປະມາ​ເລື່ອງ​ໜຶ່ງ​ອີກ ມີ​ຄົນ​ໜຶ່ງ​ທີ່​ເຮັດ​ສວນ​ອະງຸ່ນ ເພິ່ນ​ເຮັດ​ຮົ້ວ​ລ້ອມ​ສວນ​ໄວ້ ແລະ​ສະກັດ​ອ່າງ​ເພື່ອ​ໃຊ້​ຢຽບ​ໝາກ​ອະງຸ່ນ ແລະ​ທັງ​ໄດ້​ສ້າງ​ຫໍຄອຍ​ເພື່ອ​ເຝົ້າ​ຍາມ​ໄວ້. ເພິ່ນ​ໄດ້​ເອົາ​ສວນ​ອະງຸ່ນ​ໃຫ້​ຄົນ​ເຊົ່າ ແລ້ວ​ເພິ່ນ​ກໍ​ອອກ​ໄປ​ຈາກ​ທີ່​ນັ້ນ.


ແຕ່​ພວກເຈົ້າ​ໄດ້​ໝິ່ນປະໝາດ​ຄົນ​ທຸກຈົນ ແມ່ນ​ຜູ້ໃດ​ທີ່​ໄດ້​ກົດຂີ່​ພວກເຈົ້າ ແລະ​ຈັບ​ພວກເຈົ້າ​ຂຶ້ນ​ສານ ບໍ່ແມ່ນ​ຄົນ​ຮັ່ງມີ​ນັ້ນ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka