13 ພຣະເຈົ້າຢາເວພ້ອມແລ້ວທີ່ຈະກ່າວຄະດີຂອງພຣະອົງ; ພຣະອົງພ້ອມແລ້ວທີ່ຈະຕັດສິນປະຊາຊົນຂອງພຣະອົງ.
ພຣະເຈົ້າຢາເວກ່າວໂຕ້ຕອບອອກໄປວ່າ, “ບັດນີ້ ເຮົາຈະລຸກຂຶ້ນຍ້ອນຄົນຂັດສົນຖືກກົດຂີ່ ຄົນຖືກຂົ່ມເຫັງກໍຄວນຄາງຢ່າງເຈັບປວດໜັກ ເຮົາຈະໃຫ້ພວກເຂົາປອດໄພຢ່າງຖາວອນຕາມທີ່ພວກເຂົາປາຖະໜາ.”
ຂ້າແດ່ພຣະເຈົ້າ ຂໍຊົງໂຜດລຸກຂຶ້ນຕໍ່ສູ້ຄະດີຂອງພຣະອົງ ແລະຈື່ວ່າຄົນບໍ່ນັບຖືພຣະອົງ ຫົວຂວັນໃສ່ພຣະອົງທຸກໆວັນ.
ພຣະເຈົ້າຊົງປົກຄອງ ໃນສະພາແຫ່ງສະຫວັນນັ້ນ ພຣະອົງພິພາກສາໃນທ່າມກາງບັນດາພະທັງຫຼາຍວ່າ,
ພຣະເຈົ້າຢາເວກ່າວວ່າ, “ບັດນີ້ ຈົ່ງມາຕົກລົງເລື່ອງລາວກັນເທາະ. ເຖິງແມ່ນວ່າບາບຂອງພວກເຈົ້ານັ້ນເປັນສີແດງເຂັ້ມ ແຕ່ເຮົາກໍຈະຊຳລະໃຫ້ຂາວສະອາດດັ່ງຫິມະ ເຖິງແມ່ນວ່າຮອຍເປິເປື້ອນຈະແດງເຂັ້ມ ພວກເຈົ້າກໍຈະຂາວສະອາດດັ່ງຂົນແກະ.
ພຣະເຈົ້າຢາເວຂອງເຈົ້າອົງພຣະຜູ້ເປັນເຈົ້າ ພຣະເຈົ້າຂອງເຈົ້າ ຜູ້ທີ່ປົກປ້ອງຄຸ້ມຄອງເຈົ້າກ່າວດັ່ງນີ້: “ເຮົາກຳລັງເອົາຈອກທີ່ເຮົາໃຫ້ເຈົ້າດື່ມໜີໄປ ທີ່ໃຫ້ເຈົ້າດື່ມລົງໄປຍ້ອນຄວາມໂກດຮ້າຍ. ເຈົ້າຈະບໍ່ໄດ້ດື່ມຈາກຈອກນັ້ນອີກຕໍ່ໄປ ເຫຼົ້າອະງຸ່ນທີ່ເຮັດໃຫ້ເຈົ້າຍ່າງໂຊເຊນັ້ນ.
ພຣະເຈົ້າຢາເວຈະລົງໂທດປະຊາກອນທຸກຄົນໃນໂລກນີ້ດ້ວຍໄຟແລະດ້ວຍດາບ ທີ່ພຣະເຈົ້າຢາເວພົບຄວາມຜິດແລະຫລາຍຄົນຈະຖືກປະຫານ.
“ບັນດາຊົນຊາດຕ້ອງຕຽມມາສູ່ຮ່ອມພູຕັດສິນ ບ່ອນທີ່ເຮົາຈະນັ່ງຕັດສິນທຸກຊົນຊາດອ້ອມແອ້ມ.
ຈົ່ງຟັງພຣະເຈົ້າຢາເວສູ້ຄວາມກັບຊາດອິດສະຣາເອນ. ຈົ່ງລຸກຂຶ້ນເຖີດແລະສະເໜີຄະດີຂອງພຣະອົງ; ໃຫ້ພູແລະເນີນພູທັງຫລາຍຟັງພຣະອົງກ່າວ.
ພູເຂົາທັງຫລາຍເອີຍ ເຈົ້າຊຶ່ງເປັນຮາກຖານອັນຕະຫລອດໄປຂອງແຜ່ນດິນໂລກນີ້ ຈົ່ງຟັງຄະດີຂອງພຣະເຈົ້າຢາເວເຖີດ ພຣະເຈົ້າຢາເວມີຄະດີຕໍ່ສູ້ປະຊາຊົນຂອງພຣະອົງ. ພຣະອົງກຳລັງກ່າວໂທດຕໍ່ສູ້ປະຊາຊົນອິດສະຣາເອນ.