Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 3:12 - ພຣະຄຳພີສັກສິ

12 ພວກ​ໃຫ້​ກູ້ຢືມ​ເງິນ ກົດຂີ່​ປະຊາຊົນ​ຂອງເຮົາ ແລະ​ພວກເຈົ້າໜີ້​ກໍ​ສໍ້ໂກງ​ພວກເຂົາ. ປະຊາຊົນ​ຂອງເຮົາ​ເອີຍ ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ກຳລັງ​ນຳ​ພວກເຈົ້າ​ໄປ​ໃນ​ທາງ​ຜິດ ພວກເຈົ້າ​ຈຶ່ງ​ບໍ່​ຮູ້​ເລີຍ​ວ່າ​ຄວນ​ລ້ຽວ​ໄປ​ທາງ​ໃດ​ດີ.

Uka jalj uñjjattʼäta Copia luraña




ເອຊາຢາ 3:12
15 Jak'a apnaqawi uñst'ayäwi  

ເມື່ອ​ອາທາລີຢາ​ແມ່​ຂອງ​ກະສັດ​ອາຮາຊີຢາ​ຮູ້​ວ່າ​ລູກຊາຍ​ຂອງຕົນ​ຖືກ​ຂ້າ; ຍານາງ​ຈຶ່ງ​ອອກ​ຄຳສັ່ງ​ປະຫານ​ເຊື້ອວົງ​ຂອງ​ກະສັດ​ທຸກຄົນ.


ພວກເຂົາ​ຕັດ​ທາງ​ຂ້ອຍ​ປົບໜີ ແລະ​ພະຍາຍາມ​ທຳລາຍ​ຂ້ອຍ​ຕື່ມ ແລະ​ບໍ່ມີ​ຜູ້ໃດ​ເລີຍ​ທີ່​ຈະ​ຕ້ານ​ທານ ພວກເຂົາ​ໄວ້​ໄດ້.


ຜູ້ປົກຄອງ​ທີ່​ບໍ່ມີ​ສາມັນ​ສຳນຶກ​ກໍ​ມັກ​ກົດຂີ່​ປະຊາຊົນ ຜູ້​ກຽດຊັງ​ການ​ສໍ້ໂກງ​ກໍ​ປົກຄອງ​ດົນນານ​ໄດ້.


ປະເທດ​ເດືອດຮ້ອນ​ເມື່ອ​ກະສັດ​ຍັງ​ໜຸ່ມແໜ້ນ ແລະ​ບັນດາ​ຜູ້ນຳ​ກໍ​ກິນລ້ຽງ​ຈົນຮອດ​ແຈ້ງ​ແລະ​ດື່ມ​ຈົນ​ເມົາ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຂົາ​ໃຫ້​ຄຳແນະນຳ​ອັນ​ສັບສົນ. ຜົນ​ທີ່​ໄດ້​ຮັບ​ຄື​ເອຢິບ​ກະທຳ​ທຸກສິ່ງ​ຜິດພາດ ແລະ​ຍ່າງ​ໂຊເຊ​ໄປ​ດັ່ງ​ຄົນ​ເມົາ​ເຫຼົ້າ​ທີ່​ພະລາດ​ລົ້ມ​ເທິງ​ຮາກ​ຂອງຕົນ.


ອົງພຣະ​ຜູ້​ເປັນເຈົ້າ​ຈະ​ປ່ອຍ​ໃຫ້​ເດັກນ້ອຍ​ປົກຄອງ​ປະຊາຊົນ.


ພຣະເຈົ້າຢາເວ​ຂອງ​ເຈົ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ເອົາ​ຈອກ​ທີ່​ເຮົາ​ໃຫ້​ເຈົ້າ​ດື່ມ​ໜີໄປ ທີ່​ໃຫ້​ເຈົ້າ​ດື່ມ​ລົງ​ໄປ​ຍ້ອນ​ຄວາມ​ໂກດຮ້າຍ. ເຈົ້າ​ຈະ​ບໍ່ໄດ້​ດື່ມ​ຈາກ​ຈອກ​ນັ້ນ​ອີກ​ຕໍ່ໄປ ເຫຼົ້າ​ອະງຸ່ນ​ທີ່​ເຮັດ​ໃຫ້​ເຈົ້າ​ຍ່າງ​ໂຊເຊ​ນັ້ນ.


ຄື​ບັນດາ​ຜູ້ທຳນວາຍ​ກໍ​ເວົ້າ​ແຕ່​ຄຳ​ບໍ່ຈິງ ພວກ​ປະໂຣຫິດ​ກໍ​ປົກຄອງ​ຕາມ​ຄຳສັ່ງ​ຂອງ​ພວກ​ຜູ້ທຳນວາຍ ແລະ​ປະຊາຊົນ​ຂອງເຮົາ​ກໍ​ບໍ່ໄດ້​ຄັດຄ້ານ​ຫຍັງ​ເລີຍ. ແຕ່​ພວກເຂົາ​ຈະ​ເຮັດ​ຢ່າງໃດ​ໃນ​ບັ້ນປາຍ?”


ພຣະເຈົ້າຢາເວ​ກ່າວ​ຕໍ່​ບັນດາ​ຜູ້ທຳນວາຍ​ເຫຼົ່ານີ້​ວ່າ, “ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ພວກ​ຜູ້ທຳນວາຍ​ຫລອກລວງ ຄື​ພວກເຂົາ​ສັນຍາ​ແກ່​ຄົນ​ທີ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ມີ​ສັນຕິພາບ ແຕ່​ນາບຂູ່​ຜູ້​ທີ່​ບໍ່​ຈ່າຍ​ເງິນ​ແກ່​ຕົນ​ໃຫ້​ພົບພໍ້​ໄພ​ສົງຄາມ.


ບັນດາ​ທະຫານ​ຂອງ​ພວກເຈົ້າ​ເປັນ​ດັ່ງ​ແມ່ຍິງ ແລະ​ປະເທດ​ຂອງ​ເຈົ້າ​ກໍ​ຢືນ​ຢູ່​ຕໍ່ໜ້າ​ສັດຕູ ຢ່າງ​ບໍ່ມີ​ໜ່ວຍ​ປ້ອງກັນ. ໄຟ​ຈະ​ທຳລາຍ​ທ່ອນເຫລັກ​ທີ່​ໃຊ້​ກາດ​ປະຕູ​ເມືອງ​ຂອງເຈົ້າ.


ຢ່າ​ສົນ​ນຳ​ພວກເຂົາ​ເທາະ! ພວກເຂົາ​ເປັນ​ຄົນ​ຕາບອດ​ນຳ​ຄົນ​ຕາບອດ ແລະ​ເມື່ອ​ຄົນ​ຕາບອດ​ຈູງ​ຄົນ​ຕາບອດ​ໄປ ເຂົາ​ທັງສອງ​ກໍ​ຕົກລົງ​ໃນ​ຂຸມ.”


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ມະນຸດ, ທີ່​ຈິງ​ແລ້ວ​ພວກເຈົ້າ​ເອງ​ກໍ​ບໍ່​ເຂົ້າ​ໄປ, ແຕ່​ຍັງ​ກັ້ນກາງ​ຜູ້​ທີ່​ຢາກ​ເຂົ້າ​ໄປ. [


Jiwasaru arktasipxañani:

Anuncios ukanaka


Anuncios ukanaka