11 ແຕ່ຄົນຊົ່ວຊ້າ ພັດໄດ້ຮັບຄວາມຫາຍຍະນະ; ສິ່ງທີ່ພວກເຂົາໄດ້ກະທຳໃຫ້ຜູ້ອື່ນນັ້ນ ບັດນີ້ ສິ່ງນັ້ນໄດ້ຕາມມາສະໜອງພວກເຂົາເອງ.
ແນ່ນອນທີ່ສຸດ ພຣະອົງຈະບໍ່ຂ້າຄົນຊອບທຳພ້ອມກັບຄົນອະທຳ ເປັນໄປບໍ່ໄດ້ ພຣະອົງຈະບໍ່ເຮັດເຊັ່ນນັ້ນ. ຖ້າພຣະອົງເຮັດ ຄົນຊອບທຳກໍຈະຖືກລົງໂທດ ເຊັ່ນດຽວກັນກັບຄົນອະທຳ ເປັນໄປບໍ່ໄດ້. ຜູ້ພິພາກສາໂລກຕ້ອງເຮັດທຸກສິ່ງຢ່າງຍຸດຕິທຳ.”
ເຖິງແມ່ນວ່າເຮົາເປັນກະສັດທີ່ພຣະເຈົ້າໄດ້ຊົງຫົດສົງ, ແຕ່ເຮົາກໍຮູ້ສຶກອ່ອນແອໃນວັນນີ້. ພວກລູກຊາຍຂອງນາງເຊຣູອີຢານີ້ຊ່າງໂຫດຮ້າຍແກ່ເຮົາແທ້ນໍ ຂໍໃຫ້ພຣະເຈົ້າຢາເວລົງໂທດຄາດຕະກອນເຫຼົ່ານີ້ ຕາມທີ່ພວກເຂົາຄວນຈະໄດ້ຮັບເຖີດ.”
ສະນັ້ນ ພຣະອົງຈຶ່ງກ່າວຕໍ່ທ່ານວ່າ, ‘ເຮົາຈະນຳເອົາຄວາມຈິບຫາຍມາສູ່ເຈົ້າ ເຮົາຈະທຳລາຍເຈົ້າໃຫ້ພິນາດໄປ ແລະຂ້າຜູ້ຊາຍທຸກຄົນໃນຄອບຄົວຂອງເຈົ້າ ບໍ່ວ່າເປັນທາດຮັບໃຊ້ ຫລືເປັນອິດສະຫລະຢູ່ໃນອິດສະຣາເອນ.
ເມື່ອນັ້ນ ຂໍພຣະອົງໂຜດຟັງທີ່ສະຫວັນ, ກະທຳການແລະຕັດສິນບັນດາຜູ້ຮັບໃຊ້ຂອງພຣະອົງ. ຈົ່ງລົງໂທດຜູ້ເຮັດຜິດແລະປ່ອຍຕົວຜູ້ບໍຣິສຸດດ້ວຍ.
ເມື່ອໃດທີ່ເຮັດບາບຕໍ່ພຣະອົງ ເມື່ອນັ້ນກໍເດືອດຮ້ອນທັນທີ ແຕ່ເມື່ອເຮັດຖືກພັດບໍ່ໄດ້ຮັບກຽດຊໍ້າ. ສຳລັບຂ້ານ້ອຍນັ້ນ ຈຶ່ງມີແຕ່ຄວາມອັບອາຍ ວຸ້ນວາຍຢູ່ກັບຄວາມທຸກໃຈຂອງຂ້ານ້ອຍເລື້ອຍໆ.
ຂໍຊົງໂຜດລົງໂທດພວກເຂົາຕາມທີ່ພວກເຂົາໄດ້ກະທຳ ສຳລັບຄວາມຊົ່ວນາໆປະການຂອງພວກເຂົານັ້ນ. ຈົ່ງລົງໂທດພວກເຂົາໃນທຸກໆສິ່ງທີ່ພວກເຂົາໄດ້ກະທຳ ໃຫ້ກຳນຳສະໜອງຕາມທີ່ພວກເຂົາສົມຄວນໄດ້ຮັບ
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຄວາມຮັກຂອງພຣະອົງກໍໝັ້ນຄົງ ເພາະພຣະອົງເປັນຜູ້ປະທານບຳເໜັດລາງວັນໃຫ້ແກ່ທຸກຄົນ ຕາມຜົນການກະທຳຂອງເຂົາເຈົ້າ.
ດ້ວຍເຫດນີ້ ເຈົ້າຈຶ່ງຈະໄດ້ຮັບຜົນຕອບແທນຕາມທາງຂອງເຈົ້າ ຈົນເຈົ້າເບື່ອໜ່າຍຕໍ່ຄວາມຊົ່ວທີ່ເຈົ້າໄດ້ກະທຳມາ.
ຄົນຊອບທຳໄດ້ຮັບບຳເໜັດໃນແຜ່ນດິນໂລກນີ້ສັນໃດ ຄົນອະທຳກັບຄົນບາບຈະຕ້ອງຖືກລົງໂທດຢ່າງແນ່ແທ້ສັນນັ້ນ.
ຈາກຜົນແຫ່ງຖ້ອຍຄຳຂອງຕົນຄົນກໍອີ່ມໃຈໃນຄວາມດີ ແລະຜົນງານຈາກມືຂອງເຂົາກໍກັບມາຫາເຂົາ.
ຜູ້ທີ່ຫ້າງແຮ້ວໃສ່ຄົນອື່ນ ແຮ້ວນັ້ນຊໍ້າພັດລັ່ນຖືກຕົນເອງ. ຜູ້ທີ່ເຮັດໃຫ້ຫີນກິ້ງລົງ ກໍຖືກຫີນນັ້ນກິ້ງທັບ.
ແຕ່ສຳລັບຄົນຊົ່ວທຸກສິ່ງຈະບໍ່ເປັນໄປໂດຍດີ. ຊີວິດພວກເຂົາເປັນດັ່ງເງົາ ແລະພວກເຂົາຈະຕ້ອງຕາຍແຕ່ຍັງໜຸ່ມ ເພາະພວກເຂົາບໍ່ໄດ້ຢຳເກງພຣະເຈົ້າ.”
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະນຳໄພພິບັດມາເທິງແຜ່ນດິນໂລກ ແລະລົງໂທດຄົນຊົ່ວຮ້າຍທຸກຄົນເພາະການບາບຂອງພວກເຂົາ. ເຮົາຈະເຮັດໃຫ້ຄົນອວດອົ່ງຈອງຫອງທຸກຄົນຖ່ອມໃຈ ແລະຈະລົງໂທດຄົນອວດດີແລະຄົນຮ້າຍກາດທຸກຄົນ.
ພຣະເຈົ້າຢາເວກ່າວວ່າ, “ຄວາມປອດໄພ ຈະບໍ່ມີສຳລັບພວກຄົນຊົ່ວຮ້າຍ.”
ພວກແອນ້ອຍຈະບໍ່ຕາຍຕັ້ງແຕ່ຕອນເກີດໃໝ່ອີກຕໍ່ໄປ ແລະປະຊາຊົນທັງໝົດຈະມີອາຍຸໝັ້ນຍືນຫລາຍ. ຄົນທີ່ມີຊີວິດຮ້ອຍປີກໍນັບວ່າຍັງໜຸ່ມຢູ່. ຄົນຕາຍກ່ອນນັ້ນ ເປັນສັນຍານບອກວ່າ, ຖືກເຮົາລົງໂທດເຂົາ.
ເຮົາຕັດສິນໃຈລົງໂທດພວກເຂົາແລ້ວ ແລະໂທດກຳຂອງພວກເຂົານັ້ນກໍບັນທຶກໄວ້ແລ້ວ. ເຮົາຈະບໍ່ເບິ່ງຂ້າມສິ່ງທີ່ພວກເຂົາໄດ້ເຮັດ
ແຕ່ເຮົາຈະຕອບແທນການບາບທີ່ພວກເຂົາໄດ້ເຮັດ ພ້ອມທັງການບາບຂອງບັນພະບຸລຸດຂອງພວກເຂົາ. ພວກເຂົາໄດ້ເຜົາເຄື່ອງຫອມບູຊາພະຂອງຊາວຕ່າງຊາດທີ່ເນີນພູ ແລະໄດ້ເວົ້າສິ່ງທີ່ຊົ່ວຮ້າຍໃສ່ເຮົາ. ສະນັ້ນ ເຮົາຈຶ່ງຈະລົງໂທດພວກເຂົາ ໃຫ້ສະສົມກັບບາບກຳຂອງພວກເຂົາໃນອະດີດ.”
ແຕ່ເຮົາຈະລົງໂທດໃນສິ່ງທີ່ເຈົ້າໄດ້ເຮັດ. ເຮົາຈະຈູດວັງຂອງເຈົ້າ ແລະໄຟຈະໄໝ້ເຜົາຜານທຸກສິ່ງທີ່ຢູ່ອ້ອມນັ້ນ.” ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫລະ.
ແຕ່ຄົນເຫຼົ່ານັ້ນ ທຸກຄົນທີ່ກິນໝາກອະງຸ່ນສົ້ມຈະຕ້ອງເຂັດແຂ້ວ; ພວກເຂົາທຸກຄົນຈະຕາຍຍ້ອນບາບຂອງພວກເຂົາເອງ.”
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ເຮົາຈະເຮັດກັບເຈົ້າຕາມທີ່ເຈົ້າສົມຄວນໄດ້ຮັບ ເພາະເຈົ້າໄດ້ເມີນເສີຍຕໍ່ຄຳສັນຍາຕ່າງໆຂອງເຈົ້າ ແລະໄດ້ຝ່າຝືນພັນທະສັນຍາດ້ວຍ.
ຜູ້ທີ່ເຮັດບາບຄືຜູ້ທີ່ຈະຕ້ອງຕາຍ. ລູກຊາຍບໍ່ຕ້ອງຮັບໂທດກຳເພາະພໍ່ຂອງຕົນໄດ້ເຮັດບາບ; ຫລືພໍ່ບໍ່ຕ້ອງຮັບໂທດກຳເພາະລູກຂອງຕົນໄດ້ເຮັດບາບ. ຄົນຊອບທຳຈະໄດ້ຮັບບຳເໜັດສຳລັບການດີທີ່ຕົນໄດ້ເຮັດ ແລະຄົນຊົ່ວກໍຈະໄດ້ຮັບໂທດກຳສຳລັບການຊົ່ວທີ່ຕົນໄດ້ເຮັດ.
ມືນັ້ນພືໜັງສືມ້ວນອອກ ແລະຂ້າພະເຈົ້າກໍໄດ້ເຫັນຄຳຂຽນໄວ້ທັງສອງໜ້າ ເປັນບົດຮ້ອງໄຫ້ອາໄລອາວອນ ແລະຄໍ່າຄວນ.
ເຮົາຄືພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ. ເວລາທີ່ເຮົາຈະລົງມືດຳເນີນການນັ້ນມາເຖິງແລ້ວ. ເຮົາຈະບໍ່ເມີນເສີຍຕໍ່ບາບນາໆປະການຂອງເຈົ້າ ຫລືສະແດງຄວາມເມດຕາຕໍ່ເຈົ້າ. ເຈົ້າຈະຖືກລົງໂທດເພາະສິ່ງທີ່ເຈົ້າໄດ້ເຮັດນັ້ນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.
ຖ້າເຮົາປະກາດວ່າຄົນຊົ່ວຜູ້ໜຶ່ງກຳລັງຈະຕາຍ ແຕ່ເຈົ້າບໍ່ໄດ້ຕັກເຕືອນລາວໃຫ້ປ່ຽນທິດທາງເພື່ອຊ່ວຍຊີວິດຂອງຕົນໄວ້; ແລ້ວລາວກໍຈະຕາຍເສຍທັງໆທີ່ຍັງເປັນຄົນບາບຢູ່; ເຮົາຈະຖືວ່າການຕາຍຂອງຄົນນັ້ນ ເປັນຄວາມຮັບຜິດຊອບຂອງເຈົ້າ.
ເມື່ອເວລາມາເຖິງ ພວກເຈົ້າຈະຮ້ອງຫາພຣະເຈົ້າຢາເວ; ແຕ່ພຣະອົງຈະບໍ່ຕອບພວກເຈົ້າ. ພຣະອົງຈະບໍ່ຟັງຄຳພາວັນນາອະທິຖານຂອງພວກເຈົ້າ ກໍເພາະພວກເຈົ້າໄດ້ປະພຶດຊົ່ວ.
ແຕ່ແຜ່ນດິນໂລກຈະກາຍເປັນຖິ່ນແຫ້ງແລ້ງກັນດານ ຍ້ອນຄວາມຊົ່ວຂອງຄົນທີ່ອາໄສຢູ່ໃນທີ່ນັ້ນ.
ແຕ່ຖ້າພວກເຈົ້າຫາກບໍ່ເຮັດຕາມສັນຍາ ເຮົາຂໍເຕືອນວ່າ ພວກເຈົ້າໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ແລະພວກເຈົ້າຈະໄດ້ຮັບໂທດກຳຍ້ອນບາບນັ້ນ. ຢ່າເຂົ້າໃຈຜິດໃນເລື່ອງນີ້.
ດ້ວຍວ່າ, ຈຳເປັນທີ່ພວກເຮົາທຸກຄົນ ຈະຕ້ອງປາກົດຕົວຕໍ່ໜ້າບັນລັງພິພາກສາຂອງພຣະຄຣິດ ເພື່ອແຕ່ລະຄົນຈະໄດ້ຮັບ ສົມກັບການທີ່ຕົນໄດ້ເຮັດໃນຮ່າງກາຍນີ້ ແລ້ວແຕ່ຈະດີ ຫລືຊົ່ວ.
ເພາະວ່າ ໃນການພິພາກສາ ພຣະເຈົ້າຈະບໍ່ຊົງສຳແດງຄວາມເມດຕາ ຕໍ່ຜູ້ທີ່ບໍ່ໄດ້ສະແດງຄວາມເມດຕາ ສ່ວນຄວາມເມດຕາ ຍ່ອມມີໄຊຊະນະເໜືອການພິພາກສາ.
ພຣະເຈົ້າຍັງໄດ້ເຮັດໃຫ້ຊາວຊີເຄມທົນທຸກ ຍ້ອນຜົນກຳແຫ່ງຄວາມຊົ່ວຊ້າຂອງພວກເຂົາ ຊຶ່ງເປັນໄປຕາມທີ່ໂຢທາມລູກຊາຍຂອງກີເດໂອນ ໄດ້ບອກໄວ້ວ່າຈະເກີດຂຶ້ນ ຕອນທີ່ລາວສາບແຊ່ງພວກເຂົານັ້ນ.