6 ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຊ່ວຍກູ້ເອົາພວກເຈົ້າດ້ວຍລົມພະຍຸ ທີ່ມີສຽງຟ້າຮ້ອງຟ້າແມບ ແລະແຜ່ນດິນໄຫວ. ພຣະອົງຈະສົ່ງລົມພະຍຸຮ້າຍ ແລະແປວໄຟອັນແກ່ກ້າມາ;
ແລ້ວຈາກຟ້າສະຫວັນພຣະເຈົ້າຢາເວຮ້ອງກັງວານ ແລະສຽງອັນຊົງຣິດຂອງພຣະອົງ ກໍດັງທົ່ວໃຕ້ຟ້າ.
ຂ້ານ້ອຍຈະໄດ້ພົບບ່ອນຊົ້ນຢ່າງໄວວາ ຈາກລົມບ້າພັດແຮງແລະລົມພະຍຸຮ້າຍ.
ພວກເຈົ້າຈະເຮັດຢ່າງໃດເມື່ອພຣະເຈົ້າລົງໂທດພວກເຈົ້າ? ພວກເຈົ້າຈະເຮັດຢ່າງໃດ ເມື່ອພຣະອົງນຳໄພພິບັດຈາກດິນແດນທີ່ຫ່າງໄກມາສູ່ພວກເຈົ້າ? ພວກເຈົ້າຈະແລ່ນໄປຫາຜູ້ໃດໃຫ້ມາຊ່ວຍເຫລືອ? ພວກເຈົ້າຈະເຊື່ອງຊັບສົມບັດຂອງພວກເຈົ້າໄວ້ຢູ່ທີ່ໃດ?
ບັດນີ້ ພວກເຂົາຕາຍໄປແລ້ວແລະບໍ່ມີຊີວິດຢູ່ ແລະວິນຍານຂອງພວກເຂົາກໍຈະບໍ່ຟື້ນຄືນມາເລີຍ ເພາະພຣະອົງໄດ້ລົງໂທດແລະທຳລາຍພວກເຂົາ ແລະບໍ່ມີຜູ້ໃດຈະລະລຶກເຖິງພວກເຂົາອີກຕໍ່ໄປ.
ພຣະເຈົ້າຢາເວກຳລັງມາແຕ່ບ່ອນທີ່ພຣະອົງສະຖິດຢູ່ ເພື່ອລົງໂທດປະຊາກອນໃນໂລກນີ້ ເພາະບາບທີ່ພວກເຂົາໄດ້ເຮັດ. ຄາດຕະກອນທີ່ໄດ້ຂ້າຄົນຢ່າງລັບລີ້ຈະຖືກເປີດເຜີຍ ແລະພື້ນດິນກໍຈະບໍ່ເຊື່ອງຊ້ອນຊາກສົບຂອງຜູ້ທີ່ໄດ້ຖືກຂ້າອີກຕໍ່ໄປ.
ອົງພຣະຜູ້ເປັນເຈົ້າໄດ້ໃຫ້ມີຄົນໜຶ່ງທີ່ເຂັ້ມແຂງ ແລະມີອຳນາດ ຕຽມພ້ອມເພື່ອໂຈມຕີພວກເຂົາ ຄືຄົນໜຶ່ງທີ່ຈະມາດັ່ງພະຍຸໝາກເຫັບ, ດັ່ງຫ່າຝົນ ແລະດັ່ງນໍ້າໄຫລເຊາະຖ້ວມລົ້ນເຕັມໄປທົ່ວດິນແດນ.
ແລະພຣະເຈົ້າຢາເວຈະໃຫ້ທຸກຄົນໄດ້ຍິນສຽງອັນຊົງຣິດອຳນາດຂອງພຣະອົງ ແລະຊີມຣິດແຫ່ງຄວາມໂກດຮ້າຍຂອງພຣະອົງ. ມັນຈະມີແປວໄຟ, ພະຍຸຝົນ, ໝາກເຫັບ ແລະຫ່າຝົນຮໍ່າລົງມາ.
ຈັກກະພັດຂອງພວກເຂົາຈະແລ່ນປົບໜີໄປດ້ວຍຄວາມຢ້ານອັນໃຫຍ່ ແລະບັນດານາຍທະຫານຈະຢ້ານຫລາຍທີ່ສຸດ ຈົນປະຖິ້ມທຸງສູ້ຮົບປົບໜີໄປ.” ພຣະເຈົ້າຢາເວອົງທີ່ພວກເຈົ້ານະມັດສະການຢູ່ໃນນະຄອນເຢຣູຊາເລັມ ແລະອົງທີ່ພວກເຈົ້າເຜົາເຄື່ອງບູຊາຖວາຍຢູ່ໃນທີ່ນັ້ນໄດ້ກ່າວດັ່ງນີ້ແຫລະ.
ເຮົາຈະຢູ່ນຳເມື່ອຍ່າງຂ້າມບ່ອນນໍ້າເລິກໄປ ຄວາມລຳບາກຂອງພວກເຈົ້າຈະບໍ່ຖ້ວມພວກເຈົ້າ. ໄຟຈະບໍ່ໄໝ້ພວກເຈົ້າເມື່ອຜ່ານຜ່າໄຟໄປ ການທົດລອງທີ່ລຳບາກຈະທຳຮ້າຍພວກເຈົ້າບໍ່ໄດ້.
ເຮົາຈະລົງໂທດລາວດ້ວຍການເຈັບໄຂ້ໄດ້ປ່ວຍ ແລະຈະໃຫ້ເລືອດນອງແຜ່ນດິນ. ພະຍຸຝົນແລະໝາກເຫັບພ້ອມທັງໄຟກັບມາດ ຈະຕົກລົງຖືກລາວ ແລະກອງທັບຕະຫລອດຊົນຊາດທັງຫລາຍທີ່ຢູ່ຝ່າຍລາວດ້ວຍ.
ສະນັ້ນ ເຮົາຈະສົ່ງໄຟລົງມາໄໝ້ກຳແພງເມືອງຣັບບາ ແລະຈູດປ້ອມປ້ອງກັນຂອງເມືອງນີ້. ໃນວັນສູ້ຮົບນັ້ນຈະມີສຽງໂຮ່ຮ້ອງກ້ອງສະໜັ່ນ ແລະການຕໍ່ສູ້ກໍຈະດຸເດືອດດັ່ງລົມພະຍຸ.
ພຣະເຈົ້າຢາເວບໍ່ຮ້າຍງ່າຍ ແຕ່ຊົງຣິດເຫລືອຫລາຍ ພຣະອົງບໍ່ເຄີຍປ່ອຍຄົນຜິດໜີໄປຢ່າງບໍ່ໄດ້ຮັບໂທດ. ບ່ອນທີ່ພຣະເຈົ້າຢາເວຍ່າງຍ້າຍລົມພະຍຸກໍໂຜ່ຂຶ້ນມາ ເມກໝອກເປັນຂີ້ຝຸ່ນດິນມີຄວັນທີ່ຕີນພຣະອົງ
ພວກເຈົ້າຈະປົບໜີໄປທາງຮ່ອມພູນີ້ ຊຶ່ງແຍກພູເຂົາເປັນສອງໜ່ວຍ. ພວກເຈົ້າຈະໜີໄປດັ່ງປູ່ຍ່າຕາຍາຍຂອງພວກເຈົ້າໄດ້ໜີ ຄາວແຜ່ນດິນໄຫວໃນສະໄໝຂອງກະສັດອຸດຊີຢາແຫ່ງຢູດາຍນັ້ນ. ພຣະເຈົ້າຢາເວ ພຣະເຈົ້າຂອງຂ້າພະເຈົ້າ ຈະມາພ້ອມດ້ວຍຝູງເທວະດາທັງໝົດຂອງພຣະອົງ.
ປະເທດທັງຫລາຍຈະລົບລາຂ້າຟັນກັນ, ອານາຈັກຕ່າງໆຈະໂຈມຕີກັນ, ການອຶດຢາກ ແລະແຜ່ນດິນໄຫວຈະເກີດຂຶ້ນໃນທຸກແຫ່ງຫົນ.
ດ້ວຍວ່າ, ປະເທດຕໍ່ປະເທດ ອານາຈັກຕໍ່ອານາຈັກຈະສູ້ຮົບກັນ, ທັງຈະເກີດແຜ່ນດິນໄຫວໃນບ່ອນຕ່າງໆ ແລະຈະເກີດການອຶດຢາກ, ເຫດການເຫຼົ່ານີ້ ຈະເປັນເໝືອນຂັ້ນຕົ້ນຂອງຄວາມເຈັບປວດໃນການເກີດລູກ.
ຈະເກີດແຜ່ນດິນໄຫວອັນໃຫຍ່ ແລະການອຶດຢາກພ້ອມທັງໂຣກລະບາດຢ່າງຮ້າຍແຮງ ຈະເກີດຂຶ້ນໃນທຸກແຫ່ງຫົນ ຈະເກີດມີສິ່ງແປກປະຫລາດກັບສິ່ງໜ້າຢ້ານທີ່ສຸດຈາກຟ້າສະຫວັນ.
ໃນຂະນະນັ້ນເອງ ກໍເກີດມີແຜ່ນດິນໄຫວຢ່າງຮ້າຍແຮງ ໜຶ່ງສ່ວນສິບຂອງເມືອງຖືກທຳລາຍ ແລະມີເຈັດພັນຄົນຖືກຂ້າຍ້ອນແຜ່ນດິນໄຫວນັ້ນ ສ່ວນຄົນທີ່ຍັງເຫລືອຢູ່ ກໍເກີດຢ້ານກົວໃຫຍ່ ຈຶ່ງພາກັນຖວາຍກຽດ ສັນລະເສີນຄວາມຍິ່ງໃຫຍ່ຂອງພຣະເຈົ້າແຫ່ງສະຫວັນ.
ແລ້ວວິຫານຂອງພຣະເຈົ້າໃນສະຫວັນກໍໄຂອອກ ແລະຫີບພັນທະສັນຍາ ກໍປາກົດໃຫ້ເຫັນຢູ່ໃນທີ່ນັ້ນ ແລ້ວມີຟ້າແມບເຫຼື້ອມ, ສຽງແຕກສະໜັ່ນ, ຟ້າຮ້ອງຢູ່ບໍ່ຂາດໄລຍະ, ແຜ່ນດິນໄຫວ ແລະໝາກເຫັບຕົກຢ່າງຫລວງຫລາຍ.
ແລ້ວກໍມີຟ້າແມບເຫຼື້ອມ, ມີສຽງແຕກດັງສະໜັ່ນ, ຟ້າຮ້ອງຢ່າງບໍ່ຂາດສາຍ ແລະແຜ່ນດິນກໍໄຫວຢ່າງແຮງ. ຕັ້ງແຕ່ມະນຸດໄດ້ຖືກສ້າງຂຶ້ນມາໃນໂລກ ບໍ່ເຄີຍມີແຜ່ນດິນຫວັ່ນໄຫວອັນໃຫຍ່ ແລະຮ້າຍແຮງຂະໜາດນີ້ຈັກເທື່ອ ນີ້ແມ່ນແຜ່ນດິນໄຫວຄັ້ງຍິ່ງໃຫຍ່ທີ່ສຸດ
ສັດຕູຂອງພຣະເຈົ້າຢາເວຈະຖືກດັບສູນ ຈາກສະຫວັນ ພຣະອົງຈະແຜດສຽງຕໍ່ສູ້. ພຣະເຈົ້າຢາເວຈະຕັດສິນທຸກຄົນ ທັງໝົດທີ່ສຸດປາຍແຜ່ນດິນໂລກ; ພຣະອົງຈະປະທານກຳລັງແກ່ກະສັດຂອງພຣະອົງ ແລະໃຫ້ໄຊຊະນະແກ່ກະສັດ ທີ່ພຣະອົງຊົງເລືອກ.”