Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 29:5 - ພຣະຄຳພີສັກສິ

5 ນະຄອນ​ເຢຣູຊາເລັມ​ເອີຍ ຄົນ​ຕ່າງດ້າວ​ທີ່​ໂຈມຕີ​ເຈົ້າ​ຈະ​ຖືກ​ລົມ​ພັດ​ໄປ​ດັ່ງ​ຂີ້ຝຸ່ນ​ດິນ ແລະ​ກອງທັບ​ອັນ​ໜ້າຢ້ານກົວ​ຂອງ​ພວກເຂົາ​ກໍ​ຈະ​ບິນ​ເຈີດ​ໜີ​ດັ່ງ​ເຟືອງ. ໃນທັນໃດ​ແລະ​ຢ່າງ​ບໍ່​ຄາດຝັນ​ນັ້ນ

Uka jalj uñjjattʼäta Copia luraña




ເອຊາຢາ 29:5
24 Jak'a apnaqawi uñst'ayäwi  

ພຣະອົງ​ພັດ​ພວກເຂົາ​ຖິ້ມ​ດັ່ງ​ຂີ້ແກບ​ຖືກ​ລົມ​ພັດ​ບໍ? ດັ່ງ​ພະຍຸບ້າ​ພັດ​ຂີ້ຝຸ່ນ​ຟົ້ງ​ກະເດັນ​ໜີໄປ​ຫລືບໍ່?


ແຕ່​ຄົນ​ຊົ່ວຮ້າຍ​ບໍ່​ເປັນ​ດັ່ງນັ້ນ​ເລີຍ ເປັນ​ດັ່ງ​ຂີ້ແກບ​ທີ່​ລົມ​ພັດ​ປີວໄປ.


ໂຜດ​ໃຫ້​ພວກເຂົາ​ເປັນ​ດັ່ງ​ຂີ້ແກບ​ທີ່​ຖືກ​ລົມ​ພັດ​ປິວໄປ ຂະນະທີ່​ເທວະດາ​ຂອງ​ພຣະເຈົ້າຢາເວ​ໄລ່​ຕິດຕາມ​ໄປ​ນັ້ນ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ມາ​ເທິງ​ແຜ່ນດິນ​ໂລກ ແລະ​ລົງໂທດ​ຄົນຊົ່ວຮ້າຍ​ທຸກຄົນ​ເພາະ​ການບາບ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອວດອົ່ງ​ຈອງຫອງ​ທຸກຄົນ​ຖ່ອມໃຈ ແລະ​ຈະ​ລົງໂທດ​ຄົນ​ອວດດີ​ແລະ​ຄົນ​ຮ້າຍກາດ​ທຸກຄົນ.


ຊົນຊາດ​ທີ່​ມີ​ອຳນາດ​ຈະ​ສັນລະເສີນ​ພຣະອົງ ປະຊາຊາດ​ທີ່​ໂຫດຮ້າຍ​ຈະ​ຢ້ານກົວ​ພຣະອົງ​ດ້ວຍ.


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ດັ່ງ​ຄວາມ​ແຫ້ງແລ້ງ​ເກີດຂຶ້ນ​ໃນ​ດິນແດນ ແຕ່​ແມ່ນ​ພຣະອົງ​ທີ່​ເຮັດ​ໄດ້; ຄື​ເຮັດ​ໃຫ້​ສັດຕູ​ຜູ້​ໂຫດຮ້າຍ​ມິດງຽບ​ໄປ ດັ່ງ​ເມກ​ເຮັດ​ໃຫ້​ຊຸ່ມເຢັນ​ໃນ​ມື້​ທີ່​ມີ​ແດດຮ້ອນ.


ມັນ​ຈະ​ເປັນ​ຄາວ​ສຸດທ້າຍ​ຂອງ​ພວກ​ທີ່​ກົດຂີ່​ຄົນອື່ນ ແລະ​ດູໝິ່ນ​ປະໝາດ​ພຣະເຈົ້າ. ຄົນບາບ​ທຸກຄົນ​ຈະ​ຖືກ​ກຳຈັດ​ໃຫ້​ໝົດສິ້ນໄປ.


ພວກເຈົ້າ​ເຮັດ​ຜິດ. ພວກເຈົ້າ​ເປັນ​ດັ່ງ​ກຳແພງ​ສູງ​ທີ່​ມີ​ຮອຍ​ແຕກ​ຮອດລຸ່ມ; ບໍ່​ດົນນານ​ດອກ ພວກເຈົ້າ​ກໍ​ຈະ​ພັງ​ທະລາຍ​ລົງ.


ຊາວ​ເອຢິບ​ບໍ່ແມ່ນ​ພຣະເຈົ້າ ພວກເຂົາ​ເປັນ​ພຽງແຕ່​ມະນຸດ​ເທົ່ານັ້ນ. ມ້າ​ຂອງ​ພວກເຂົາ​ບໍ່ໄດ້​ວິເສດ​ຫຍັງ. ເມື່ອ​ພຣະເຈົ້າຢາເວ​ດຳເນີນການ ຊາດ​ທີ່​ເຂັ້ມແຂງ​ກໍ​ຈະ​ແຕກ​ເປັນ​ປ່ຽງ​ນ້ອຍໆ ແລະ​ຊາດ​ອ່ອນແອ​ທີ່​ໄປ​ຂໍ​ໃຫ້​ຊ່ວຍເຫລືອ​ນັ້ນ​ກໍ​ຈະ​ລົ້ມລົງ. ທັງສອງ​ຈະ​ຖືກ​ທຳລາຍ.


ອັດຊີເຣຍ​ຈະ​ຖືກ​ທຳລາຍ​ໃນ​ສົງຄາມ ແຕ່​ບໍ່ແມ່ນ​ດ້ວຍ​ອຳນາດ​ຂອງ​ມະນຸດ. ຊາວ​ອັດຊີເຣຍ​ຈະ​ແລ່ນ​ໜີ​ຈາກ​ສະໜາມຮົບ ແລະ​ຊາຍໜຸ່ມ​ຂອງ​ພວກເຂົາ​ຈະ​ຖືກ​ຈັບ​ໄປ​ເປັນ​ທາດຮັບໃຊ້.


ຕໍ່ມາ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າຢາເວ​ໄດ້​ເຂົ້າ​ໄປ ທີ່​ຄ້າຍພັກ​ຂອງ​ກອງທັບ​ອັດຊີເຣຍ ແລະ​ຂ້າ​ທະຫານ​ໜຶ່ງຮ້ອຍ​ແປດສິບຫ້າພັນ​ຄົນ. ພໍ​ເຊົ້າ​ຂອງ​ວັນ​ໃໝ່ ພວກເຂົາ​ທັງໝົດ​ກໍ​ນອນ​ຕາຍ​ເດຍລະດາດ​ຢູ່​ທີ່​ນັ້ນ


ສຳລັບ​ພຣະອົງ​ແລ້ວ​ຊົນຊາດ​ຕ່າງໆ​ໄຮ້​ຄ່າ​ໝົດ ພວກເຂົາ​ເທົ່າທຽມ​ກັບ​ຢອດນໍ້າ​ຢອດໜຶ່ງ​ເທົ່ານັ້ນ; ພວກເຂົາ​ເປັນ​ພຽງແຕ່​ຂີ້ຝຸ່ນ​ທີ່​ຊັ່ງ​ເທິງ​ຊີງ ໝູ່ເກາະ​ກໍ​ເປັນ​ພຽງແຕ່​ຂີ້ຝຸ່ນ​ດິນ​ສວດ​ຂຶ້ນ.


ຜູ້ໃດ​ທີ່​ໂກດຮ້າຍ​ພວກເຈົ້າ​ຈະ​ພ່າຍແພ້​ຢ່າງ​ອັບອາຍ ຜູ້ໃດ​ທີ່​ຕໍ່ສູ້​ພວກເຈົ້າ​ຈະ​ຕ້ອງ​ຕາຍ​ເປັນ​ແນ່


ເຮົາ​ຈະ​ໃຫ້​ເຈົ້າ​ເປັນ​ດັ່ງ​ແປ້ນ​ຟາດ​ເມັດ​ເຂົ້າ​ໃດ ເປັນ​ເຫລັກແຫລມ​ໃໝ່ອ່ຽມ ແລະ​ທັງ​ຄົມ​ດີ​ດ້ວຍ. ເຈົ້າ​ຈະ​ຟາດ ແລະ​ທຳລາຍ​ພູເຂົາ​ໜ່ວຍ​ຕ່າງໆ​ລົງ ເນີນພູ​ຈະ​ໝຸ່ນ​ລະລາຍ​ເປັນ​ຂີ້ຝຸ່ນ​ດິນ​ໄປສິ້ນ.


ເຈົ້າ​ຈະ​ໂຍນ​ມັນ​ຂຶ້ນ​ທີ່​ເທິງ​ອາກາດ​ເວຫາ; ລົມ​ແລະ​ພະຍຸ​ຈະ​ພັດ​ມັນ​ຊະໄປ​ໝົດສິ້ນ. ແຕ່​ເຈົ້າ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ແລະ​ຈະ​ຍົກຍໍ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ໄພພິບັດ​ອັນ​ໃຫຍ່​ນັ້ນ​ມັນ​ຈະ​ມາ​ຖືກ​ເຈົ້າ​ເດີ ບໍ່ມີ​ເວດມົນ​ຄາຖາ​ໃດໆ​ຈະ​ຢັບຢັ້ງ​ມັນ​ໄວ້​ໄດ້. ການ​ຮົກຮ້າງ​ເພພັງ​ຈະ​ມາ​ຖືກ​ເຈົ້າ​ໃນ​ທັນທີ ຄື​ການ​ຮົກຮ້າງ​ເພພັງ​ທີ່​ເຈົ້າ​ບໍ່​ຄາດຝັນ​ມາກ່ອນ


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.


ພຣະອົງ​ນຳ​ກຳລັງ​ການທຳລາຍ​ມາ​ສູ່​ຜູ້​ມີ​ກຳລັງ ແລະ​ສະພາບ​ຮົກຮ້າງ​ເພພັງ​ມາ​ສູ່​ເມືອງ​ມີ​ທີ່​ໝັ້ນ.


ເມື່ອໃດ​ພວກເຂົາ​ເວົ້າ​ວ່າ, “ສະຫງົບສຸກ ແລະ​ປອດໄພ​ດີ​ແລ້ວ” ເມື່ອນັ້ນ​ແຫຼະ ຄວາມ​ພິນາດ​ຈິບຫາຍ​ຈະ​ມາ​ເຖິງ​ພວກເຂົາ​ໃນ​ທັນທີ ເໝືອນ​ດັ່ງ​ຄວາມ​ເຈັບປວດ​ມາ​ເຖິງ​ຍິງ​ທີ່​ມີ​ທ້ອງ ແລະ​ພວກເຂົາ​ຈະ​ໜີ​ບໍ່​ພົ້ນ​ເປັນ​ແນ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka