4 ນະຄອນເຢຣູຊາເລັມຈະເປັນດັ່ງວິນຍານ ທີ່ຍາດແຍ່ງກັນເວົ້າຈາຈາກພື້ນດິນ ສຽງດັງອູດອີດອອກຈາກຂີ້ຝຸ່ນດິນ.
ພວກຂ້ານ້ອຍຖືກຢຽບລົງຈຳພື້ນດິນ ນອນຢຽດຢູ່ຂີ້ຝຸ່ນດິນຢ່າງພ່າຍແພ້.
ຖືກຕ້ອງ ຄວາມຫຼົ້ມຈົມເປັນຂອງນະຄອນເຢຣູຊາເລັມສາແລ້ວ ຢູດາຍກໍກຳລັງຫຼົ້ມຈົມດ້ວຍ ພວກເຂົາເວົ້າແລະເຮັດທຸກຢ່າງຕໍ່ສູ້ພຣະເຈົ້າຢາເວ; ພວກເຂົາດູຖູກໝິ່ນປະໝາດພຣະອົງຢ່າງເປີດເຜີຍ.
ແຕ່ໝາກເຫັບຈະຕົກໃນປ່າ ແລະເມືອງກໍຈະເພພັງລົງ.
ເຮົາຈະເອົາໃຫ້ພວກທີ່ກົດຂີ່ເຈົ້າດື່ມແທນ ຄືພວກທີ່ໃຫ້ເຈົ້ານອນກາງຫົນທາງນັ້ນ ແລະພວກເຂົາກໍໄດ້ຢຽບຢໍ່າເຈົ້າລົງ ດັ່ງຢຽບຂີ້ຝຸ່ນດິນທີ່ພື້ນຕີນຂອງເຂົາເຈົ້າ.”
ນະຄອນເຢຣູຊາເລັມເອີຍ ຈົ່ງສັ່ນຂີ້ຝຸ່ນເປັນອິດສະຫລະ ຈົ່ງລຸກຈາກຂີ້ຝຸ່ນດິນ ແລະນັ່ງລົງເທິງບັນລັງເຖີດ ພວກລູກສາວຂອງພູເຂົາຊີໂອນຜູ້ຖືກຈັບເອີຍ ຈົ່ງທຸບໂສ້ທີ່ລ່າມເຈົ້ານັ້ນໃຫ້ມັນຫລຸດອອກໄປ.
ແຕ່ພວກເຂົາຈະບອກພວກເຈົ້າວ່າ, “ໃຫ້ຖາມເອົາຄວາມນຳພວກໝໍມໍ ແລະພວກໝໍຜີຜູ້ທີ່ເວົ້າພຶມພໍ່າຢູ່ໃນລຳຄໍ.” ບໍ່ຄວນບໍທີ່ປະຊາຊົນຈະຕ້ອງຖາມເອົາຄວາມນຳພຣະເຈົ້າຂອງພວກເຂົາ ແລະຄວນຢູ່ບໍທີ່ຈະໄປຖາມເອົາຄວາມນຳຄົນຕາຍເພື່ອຄົນເປັນ.
ມົນທິນຂອງນາງນັ້ນເບິ່ງເຫັນໄດ້ງ່າຍດາຍ ແຕ່ນາງບໍ່ຫ່ວງໃຍນຳຊາຕາກຳຂອງຕົນຈັກດີ້. ນາງລົ້ມແຮງໂພດຈົນບໍ່ມີຜູ້ໃດສາມາດປອບໃຈ ຂ້າແດ່ພຣະເຈົ້າຢາເວ ໂຜດເມດຕາ ເພາະສັດຕູຂອງນາງໄດ້ຊະນະ.