Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 29:2 - ພຣະຄຳພີສັກສິ

2 ແລ້ວ​ພຣະເຈົ້າ​ຈະ​ນຳ​ເອົາ​ຄວາມ​ຈິບຫາຍ​ມາ​ສູ່​ນະຄອນ​ທີ່​ເອີ້ນ​ວ່າ, “ແທ່ນບູຊາ​ຂອງ​ພຣະເຈົ້າ.” ໃນ​ທີ່ນັ້ນ​ຈະ​ມີ​ແຕ່​ສຽງ​ຮ້ອງໄຫ້​ຮໍ່າໄຮ ແລະ​ທົ່ວ​ທັງ​ນະຄອນ​ກໍ​ຈະ​ເປັນ​ດັ່ງ​ແທ່ນບູຊາ​ທີ່​ນອງ​ໄປ​ດ້ວຍ​ເລືອດ.

Uka jalj uñjjattʼäta Copia luraña




ເອຊາຢາ 29:2
19 Jak'a apnaqawi uñst'ayäwi  

ເຮົາ​ກຽດຊັງ​ການ​ສະຫລອງ​ວັນ​ເດືອນ​ອອກໃໝ່​ແລະ​ວັນ​ເທດສະການ​ຕາມ​ກຳນົດ​ຕ່າງໆ​ຂອງ​ພວກເຈົ້າ; ມັນ​ເປັນ​ພາລະ​ອັນ​ໜັກໜ່ວງ​ສຳລັບ​ເຮົາ.


ມື້ນີ້​ສັດຕູ​ໄດ້​ມາຮອດ​ເມືອງ​ໂນບ​ແລ້ວ ແລະ​ຢູ່​ໃນ​ທີ່ນັ້ນ​ພວກເຂົາ​ກຳລັງ​ຍົກ​ກຳປັ້ນ​ໃສ່​ພູເຂົາ​ຊີໂອນ ຄື​ໃສ່​ນະຄອນ​ເຢຣູຊາເລັມ.


ໃນ​ຕອນແລງ ມັນ​ນຳ​ເອົາ​ຄວາມ​ຢ້ານກົວ​ອັນ​ໃຫຍ່​ມາ; ແຕ່​ພໍ​ຕອນເຊົ້າ​ມາ​ມັນ​ກໍ​ໜີໄປ. ນີ້ແຫລະ ຄື​ຊາຕາກຳ​ຂອງ​ພວກ​ນັກປຸ້ນ​ດິນແດນ​ຂອງ​ພວກເຮົາ.


ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ດາບ​ຂອງ​ພຣະອົງ​ຈະ​ເຕັມ​ໄປ​ດ້ວຍ​ເລືອດ​ແລະ​ໄຂມັນ ດັ່ງ​ເລືອດ​ແລະ​ໄຂມັນ​ຂອງ​ແກະ ແລະ​ແບ້​ທີ່​ຄົນ​ໄດ້​ຂ້າ​ເພື່ອ​ຖວາຍບູຊາ. ພຣະເຈົ້າຢາເວ​ຈະ​ຖວາຍ​ເຄື່ອງບູຊາ​ນີ້​ຢູ່​ໃນ​ເມືອງ​ໂບຊະຣາ; ພຣະອົງ​ຈະ​ໃຫ້​ການ​ຂ້າ​ລ້າງຜານ​ນີ້​ເກີດຂຶ້ນ​ໃນ​ດິນແດນ​ເອໂດມ.


ແລ້ວ​ເອລີອາກິມ​ລູກຊາຍ​ຂອງ​ຮິນກີຢາ​ຜູ້​ຮັບຜິດຊອບ​ຣາຊວັງ, ເຊັບນາ​ເລຂາທິການ ແລະ​ໂຢອາ​ລູກຊາຍ​ຂອງ​ອາສັບ​ຜູ້ບັນທຶກ ກໍ​ຈີກ​ເສື້ອ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ໄປ​ລາຍງານ​ສິ່ງ​ທີ່​ຂ້າຣາຊການ​ແຫ່ງ​ອັດຊີເຣຍ​ໄດ້​ເວົ້າ​ນັ້ນ​ສູ່​ກະສັດ​ຟັງ.


ພວກເຂົາ​ໄດ້​ນຳ​ຖ້ອຍຄຳ​ໄປ​ບອກ​ເອຊາຢາ​ດັ່ງນີ້: “ມື້ນີ້​ແມ່ນ​ມື້​ທີ່​ພວກເຮົາ​ເປັນທຸກໃຈ​ຫລາຍ; ພວກເຮົາ​ໄດ້​ຮັບ​ໂທດ​ໜັກ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ. ພວກເຮົາ​ເປັນ​ຄື​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ, ແຕ່​ອ່ອນເພຍ​ເກີນກວ່າ​ທີ່​ຈະ​ເບັ່ງ​ລູກ​ອອກ​ໄດ້.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ທຳລາຍ​ຊາດ​ອິດສະຣາເອນ ດັ່ງ​ເປັນ​ສັດຕູ​ຜູ້ໜຶ່ງ ພຣະອົງ​ໄດ້​ປ່ອຍ​ໃຫ້​ປ້ອມ​ປ້ອງກັນ​ເມືອງ ແລະ​ຣາຊວັງ​ຮົກຮ້າງ​ເພພັງ​ສິ້ນ. ພຣະອົງ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ສູ່​ຢູດາຍ ຄວາມທຸກໃຈ​ບໍ່​ສຸດເປັນ​ມາ​ສູ່​ປະຊາຊົນ​ດ້ວຍ.


ສະນັ້ນ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ​ຂອງເຮົາ​ດັ່ງ​ໄຟ​ທີ່​ເຜົາຜານ ອອກ​ໄປ​ທຳລາຍ​ພວກເຂົາ ເພາະ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ຈົ່ງ​ເອີ້ນ​ເອົາ​ຝູງນົກ​ແລະ​ຝູງສັດ​ທັງໝົດ​ຈາກ​ທີ່​ອ້ອມແອ້ມ​ນີ້ ມາ​ກິນ​ເຄື່ອງ​ບູຊາ​ທີ່​ເຮົາ​ກຳລັງ​ຈັດຕຽມ​ໄວ້​ສຳລັບ​ພວກ​ມັນ. ນີ້​ແມ່ນ​ງານກິນລ້ຽງ​ອັນ​ໃຫຍ່ໂຕ ທີ່​ເທິງ​ພູ​ຕ່າງໆ​ຂອງ​ອິດສະຣາເອນ ຄື​ບ່ອນ​ທີ່​ພວກມັນ​ກິນ​ຊີ້ນ ແລະ​ດື່ມ​ເລືອດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka