Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 29:16 - ພຣະຄຳພີສັກສິ

16 ພວກເຂົາ​ປ່ຽນ​ທຸກສິ່ງ​ຈາກ​ໜ້າມື​ເປັນ​ຫລັງ​ມື. ແມ່ນຫຍັງ​ສຳຄັນ​ກວ່າກັນ ຜູ້​ປັ້ນໝໍ້​ຫລື​ດິນດາກ? ສິ່ງ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ​ນັ້ນ​ເວົ້າ​ກັບ​ຜູ້​ສ້າງ​ໄດ້​ບໍ​ວ່າ, “ເຈົ້າ​ບໍ່ໄດ້​ສ້າງ​ຂ້ອຍ​ມາ​ໃດ!” ຫລື​ເວົ້າ​ກັບ​ຜູ້​ສ້າງ​ໄດ້​ບໍ​ວ່າ, “ເຈົ້າ​ບໍ່​ຮູ້​ດອກ​ວ່າ​ເຈົ້າ​ກຳລັງ​ເຮັດ​ຫຍັງ?”

Uka jalj uñjjattʼäta Copia luraña




ເອຊາຢາ 29:16
9 Jak'a apnaqawi uñst'ayäwi  

ພຣະອົງ​ຮູ້​ດີ​ວ່າ​ພວກເຮົາ​ຖືກ​ສ້າງ​ມາ​ຢ່າງໃດ ແລະ​ຈົດຈຳ​ໄວ້​ວ່າ​ພວກເຮົາ​ເປັນ​ພຽງແຕ່​ຂີ້ຝຸ່ນ​ດິນ​ເທົ່ານັ້ນ.


ແຕ່​ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຂວານ​ສາມາດ​ອ້າງ​ວ່າ ມັນ​ຍິ່ງໃຫຍ່​ກວ່າ​ຜູ້ຈັບຂວານ​ໄດ້​ຫລື? ເລື່ອຍ​ສຳຄັນ​ກວ່າ​ຄົນ​ທີ່​ໃຊ້​ເລື່ອຍ​ຫລື? ໄມ້ຄ້ອນ​ບໍ່ໄດ້​ຍົກ​ຄົນ​ຂຶ້ນ ແຕ່​ຄົນ​ໄດ້​ຍົກ​ໄມ້ຄ້ອນ​ຂຶ້ນ.”


ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ແຜ່ນດິນ​ໂລກ ແລະ​ປະ​ໄວ້​ໃຫ້​ເປົ່າປ່ຽວ. ພຣະອົງ​ຈະ​ບິດ​ໜ້າດິນ ແລະ​ເຮັດ​ໃຫ້​ປະຊາກອນ​ກະຈັດ​ກະຈາຍ.


ແຕ່​ພຣະເຈົ້າຢາເວ​ເອີຍ ພຣະອົງ​ເປັນ​ພຣະບິດາ​ຂອງ​ພວກ​ຂ້ານ້ອຍ. ພວກ​ຂ້ານ້ອຍ​ເປັນ​ດິນ​ໜຽວ​ແລະ​ພຣະອົງ​ເປັນ​ຊ່າງ​ປັ້ນ. ພຣະອົງ​ໄດ້​ສ້າງ​ພວກ​ຂ້ານ້ອຍ​ມາ


ແຕ່​ເມື່ອ​ບໍ່​ພົບ ພວກເຂົາ​ຈຶ່ງ​ລາກ​ຢາຊົນ​ກັບ​ຜູ້​ທີ່​ເຊື່ອ​ບາງຄົນ​ໄປ​ຫາ​ຜູ້ປົກຄອງ ແລະ​ພາກັນ​ຮ້ອງ​ຂຶ້ນ​ວ່າ, “ຄົນ​ເຫຼົ່ານີ້​ເປັນ​ພວກ​ຂວໍ້າໂລກ​ມະນຸດ ໄດ້​ມາ​ທີ່​ນີ້​ແລ້ວ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka