Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 29:12 - ພຣະຄຳພີສັກສິ

12 ຖ້າ​ພວກເຈົ້າ​ນຳ​ໄປ​ຫາ​ຜູ້ໃດ​ທີ່​ບໍ່​ຮູ້ຈັກ​ອ່ານ ແລະ​ບອກ​ໃຫ້​ລາວ​ອ່ານ​ສູ່​ຟັງ ຜູ້ນັ້ນ​ກໍ​ຈະ​ຕອບ​ວ່າ, ຕົນ​ບໍ່​ຮູ້ຈັກ​ອ່ານ.

Uka jalj uñjjattʼäta Copia luraña




ເອຊາຢາ 29:12
8 Jak'a apnaqawi uñst'ayäwi  

ນິມິດ​ຂອງ​ເຫດການ​ທັງໝົດ​ເຫຼົ່ານີ້​ໄດ້​ກາຍເປັນ​ດັ່ງ​ໜັງສື​ມ້ວນ ທີ່​ຖືກ​ປະທັບຕາ​ໄວ້​ສຳລັບ​ພວກເຈົ້າ. ຖ້າ​ພວກເຈົ້າ​ນຳ​ໜັງສື​ນັ້ນ ໄປ​ຫາ​ຜູ້ໃດ​ທີ່​ຮູ້ຈັກ​ອ່ານ ແລະ​ບອກ​ໃຫ້​ລາວ​ອ່ານ​ສູ່​ຟັງ ຜູ້ນັ້ນ​ກໍ​ຈະ​ເວົ້າ​ວ່າ, ຕົນ​ອ່ານ​ບໍ່ໄດ້ ເພາະ​ໄດ້​ຖືກ​ປະທັບຕາ​ໄວ້​ແລ້ວ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ອ້າງ​ວ່າ​ນະມັດສະການ​ເຮົາ ແຕ່​ຄຳເວົ້າ​ຂອງ​ພວກເຂົາ​ໄຮ້​ຄວາມໝາຍ ແລະ​ຈິດໃຈ​ຂອງ​ພວກເຂົາ​ກໍ​ສຸມ​ຢູ່​ທີ່​ອື່ນ. ຄວາມ​ເຊື່ອຖື​ຂອງ​ພວກເຂົາ​ບໍ່ມີ​ຫຍັງ, ແຕ່​ເປັນ​ກົດເກນ ແລະ​ຮີດຄອງ​ຂອງ​ມະນຸດ ຊຶ່ງ​ພວກເຂົາ​ໄດ້​ທ່ອງ​ຂຶ້ນໃຈ​ເທົ່ານັ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ຄົນ​ຫູ​ໜວກ​ຈະ​ສາມາດ​ໄດ້ຍິນ​ສຽງ​ຂອງ​ຄົນ​ອ່ານ​ໜັງສື​ໄດ້ ແລະ​ຄົນ​ຕາບອດ​ທີ່​ຢູ່​ໃນ​ຄວາມມືດ​ຈະ​ສາມາດ​ເຫັນຮຸ່ງ​ໄດ້.


ພວກ​ສາວົກ​ຂອງເຮົາ​ເອີຍ ພວກເຈົ້າ​ຕ້ອງ​ເຝົ້າ​ລະວັງ​ແລະ​ຮັກສາ​ຖ້ອຍຄຳ ທີ່​ພຣະເຈົ້າ​ໄດ້​ມອບ​ໃຫ້​ຂ້າພະເຈົ້າ.


ແລ້ວ​ຂ້ານ້ອຍ​ກໍ​ຄິດ​ວ່າ, “ພວກເຂົາ​ຂີ້ທຸກ ແລະ​ໂງ່​ກັນ​ໝົດ ພວກເຂົາ​ພາກັນ​ປະພຶດ​ຕົວ​ຢ່າງ​ໂງ່ຈ້າ​ແທ້ໆ; ພວກເຂົາ​ບໍ່​ຮູ້ຈັກ​ທາງ​ຂອງ​ພຣະເຈົ້າຢາເວ ທັງ​ບໍ່​ຮູ້​ວ່າ​ພຣະເຈົ້າ​ຂອງ​ພວກເຂົາ​ຢາກ​ໃຫ້​ເຮັດ​ຫຍັງ​ຊໍ້າ.


ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ທຳລາຍ ເພາະ​ພວກເຂົາ​ຂາດ​ຄວາມ​ຮູ້. ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ບໍ່​ຍອມ​ຮັບຮູ້​ເຮົາ ແລະ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ; ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຍອມ​ຮັບຮູ້​ພວກເຈົ້າ ແລະ​ບໍ່​ຍອມ​ຮັບຮູ້​ລູກຊາຍ​ຂອງ​ພວກເຈົ້າ​ວ່າ ເປັນ​ປະໂຣຫິດ​ຂອງເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka