ເອຊາຢາ 29:10 - ພຣະຄຳພີສັກສິ10 ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຈົ້າງ້ວງນອນ ພ້ອມທີ່ຈະລົ້ມລົງນອນຢ່າງຫລັບສະໜິດ. ພວກຜູ້ທຳນວາຍຄວນຈະເປັນສາຍຕາໃຫ້ແກ່ປະຊາຊົນ ແຕ່ພຣະເຈົ້າໄດ້ອັດຕາຂອງພວກເຂົາໄວ້ສາແລ້ວ. Uka jalj uñjjattʼäta |
ໂຊນຈຶ່ງເວົ້າວ່າ, “ເປັນຄວາມຄິດທີ່ດີ ໃຫ້ພວກເຮົາພາກັນໄປເທາະ.” ດັ່ງນັ້ນ ພວກເຂົາຈຶ່ງໄປບ່ອນທີ່ຄົນຂອງພຣະເຈົ້າຢູ່. ໃນຂະນະທີ່ຍ່າງຂຶ້ນເນີນພູເຂົ້າໄປໃນເມືອງນັ້ນ ພວກເຂົາໄດ້ພົບຍິງສາວບາງຄົນທີ່ອອກມາຕັກນໍ້າ ຈຶ່ງສອບຖາມຍິງສາວນັ້ນວ່າ, “ໝໍດູຢູ່ເມືອງນີ້ບໍ?” (ໃນເວລານັ້ນຄົນເອີ້ນຜູ້ທຳນວາຍວ່າ ໝໍດູ; ດັ່ງນັ້ນ ຖ້າມີຄົນໃດຢາກຖາມພຣະເຈົ້າ ເຂົາຕ້ອງເວົ້າວ່າ, “ພວກເຮົາໄປຫາໝໍດູກັນເທາະ.”)