ເອຊາຢາ 29:1 - ພຣະຄຳພີສັກສິ1 ເຄາະກຳເປັນຂອງນະຄອນເຢຣູຊາເລັມ ຄືແທ່ນບູຊາຂອງພຣະເຈົ້າສາແລ້ວ ເຄາະກຳເປັນຂອງເມືອງທີ່ດາວິດໄດ້ຕັ້ງຄ້າຍໃສ່ສາແລ້ວ ປ່ອຍໃຫ້ງານກິນລ້ຽງແລະເທດສະການຕ່າງໆ ປີໜຶ່ງຫລືສອງປີຜ່ານໄປກ່ອນ Uka jalj uñjjattʼäta |
ປະຊາຊົນເຮັດຕາມຄວາມພໍໃຈຂອງພວກເຂົາ. ບໍ່ວ່າຈະຂ້າງົວເຖິກເປັນເຄື່ອງບູຊາຫລືເອົາມະນຸດບູຊາກໍດີ; ບໍ່ວ່າຈະຂ້າແກະຫລືຫັກຄໍໝາມາບູຊາກໍດີ; ບໍ່ວ່ານຳພືດຜົນເປັນເມັດຫລືເອົາເລືອດໝູມາບູຊາກໍດີ; ບໍ່ວາຈະເຜົາເຄື່ອງຫອມຖວາຍບູຊາ ຫລືວອນຂໍຕໍ່ຮູບເຄົາຣົບກໍດີ ທັງໝົດນັ້ນຄືກັນສຳລັບພວກເຂົາ. ພວກເຂົາພໍໃຈກັບວິທີຂາບໄຫວ້ແບບໜ້າລັງກຽດນີ້.
ຢູ່ໃນດິນແດນຕ່າງປະເທດເຫຼົ່ານັ້ນ ພວກເຂົາຈະບໍ່ສາມາດເຮັດເຫຼົ້າອະງຸ່ນຖວາຍແກ່ພຣະເຈົ້າຢາເວ ຫລືນຳເຄື່ອງເຜົາບູຊາໄປຖວາຍແກ່ພຣະອົງໄດ້. ອາຫານຂອງພວກເຂົາຈະເຮັດໃຫ້ທຸກຄົນທີ່ກິນເປັນມົນທິນ ຄືອາຫານທີ່ກິນໃນພິທີສົບ. ອາຫານນີ້ຈະກິນແກ້ຄວາມຫິວຂອງພວກເຂົາເທົ່ານັ້ນ; ແລະຈະຖືກນຳໄປຖວາຍເປັນເຄື່ອງບູຊາໃນພຣະວິຫານຂອງພຣະເຈົ້າຢາເວບໍ່ໄດ້.