Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 28:6 - ພຣະຄຳພີສັກສິ

6 ພຣະອົງ​ຈະ​ໃຫ້​ຜູ້​ເຮັດ​ໜ້າທີ່​ຕັດສິນ​ຄະດີ ມີ​ຄວາມ​ເຂົ້າໃຈ​ຄວາມ​ຍຸດຕິທຳ ແລະ​ຈະ​ໃຫ້​ຄວາມ​ກ້າຫານ​ແກ່​ຜູ້​ທີ່​ປ້ອງກັນ​ປະຕູ​ເມືອງ​ບໍ່​ໃຫ້​ຖືກ​ໂຈມຕີ.

Uka jalj uñjjattʼäta Copia luraña




ເອຊາຢາ 28:6
22 Jak'a apnaqawi uñst'ayäwi  

ເມື່ອ​ປະຊາຊົນ​ອິດສະຣາເອນ​ໄດ້ຍິນ​ຄຳ​ຕັດສິນ​ຂອງ​ກະສັດ​ໂຊໂລໂມນ​ແລ້ວ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ໃຫ້​ຄວາມນັບຖື​ຢ່າງ​ສູງສົ່ງ ແລະ​ຢ່າງ​ເຕັມຈິດ​ເຕັມໃຈ​ແກ່​ເພິ່ນ ເພາະ​ພວກເຂົາ​ຮູ້​ວ່າ ພຣະເຈົ້າ​ໃຫ້​ເພິ່ນ​ໄດ້​ຮັບ​ສະຕິປັນຍາ​ເພື່ອ​ຕັດສິນ​ຄະດີ​ຢ່າງ​ຍຸດຕິທຳ.


ເພິ່ນ​ໄດ້​ເກນ​ຜູ້ຊາຍ​ໃນ​ນະຄອນ​ທຸກຄົນ​ໃຫ້​ເຂົ້າ​ປະຈຳການ ໂດຍ​ໃຫ້​ຢູ່​ໃຕ້​ການ​ບັນຊາ​ຂອງ​ນາຍ​ທະຫານ​ໃນ​ກອງທັບ ແລະ​ເອີ້ນ​ພວກເຂົາ​ໃຫ້​ມາ​ປະຊຸມ​ກັນ​ທີ່​ສີ່​ແຍກ​ໃຈກາງ​ເມືອງ. ແລ້ວ​ເພິ່ນ​ກໍໄດ້​ກ່າວ​ໜູນໃຈ​ພວກເຂົາ​ວ່າ,


ພວກເຂົາ​ມີ​ອຳນາດ​ຂອງ​ມະນຸດ ແຕ່​ພວກເຮົາ​ມີ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຊ່ວຍເຫຼືອ ແລະ​ຕໍ່ສູ້​ເພື່ອ​ພວກເຮົາ.” ເມື່ອ​ໄດ້ຍິນ​ຖ້ອຍຄຳ​ທີ່​ກະສັດ​ຂອງ​ພວກເຂົາ​ກ່າວ ປະຊາຊົນ​ກໍ​ມີ​ກຳລັງໃຈ​ຂຶ້ນ.


ພຣະເຈົ້າ​ເປັນ​ທີ່​ກຳບັງ​ແລະ​ກຳລັງ​ຂອງ​ພວກ​ຂ້ານ້ອຍ ພຣະອົງ​ພ້ອມ​ຊ່ວຍເຫຼືອ​ໃນ​ຄາວ​ພວກ​ຂ້ານ້ອຍ​ຍາກ​ລຳບາກ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ຢູ່​ກັບ​ພວກ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຢາໂຄບ​ເປັນ​ປ້ອມ​ປ້ອງກັນ​ຂອງ​ພວກ​ຂ້ານ້ອຍ.


ເມື່ອ​ກະສັດ​ນັ່ງ​ຕັດສິນ​ຄະດີ ເພິ່ນ​ກໍ​ຮູ້​ທັນທີ​ເມື່ອ​ແນມ​ເຫັນ​ຄົນ​ຊົ່ວຮ້າຍ.


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ຜູ້​ຍິ່ງໃຫຍ່​ທີ່ສຸດ​ແມ່ນ​ພຣະເຈົ້າຢາເວ ພຣະອົງ​ປົກຄອງ​ເໜືອ​ສັບພະທຸກສິ່ງ. ພຣະອົງ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເຕັມ​ດ້ວຍ​ຄວາມ​ຍຸດຕິທຳ​ແລະ​ຄວາມ​ຊອບທຳ


ໂດຍ​ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຈະ​ຕັດສິນ​ແລະ​ຊຳລະ​ປະເທດ​ຊາດ ແລະ​ຊຳລະ​ລ້າງ​ມົນທິນ​ໃຫ້​ສິ້ນ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຊຳລະ​ເລືອດ​ທີ່​ໄດ້​ໄຫລ​ລົງ​ທີ່​ນັ້ນ​ດ້ວຍ.


ແລ້ວ​ຕະກຸນ​ຕ່າງໆ​ຂອງ​ເຜົ່າຢູດາ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ພວກເຂົາ​ໃຫ້​ກຳລັງ​ແກ່​ພວກເຂົາ​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.’


ພຣະອົງ​ຜູ້​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ​ນັ້ນ ກ່າວ​ພຣະທຳ​ຂອງ​ພຣະເຈົ້າ ເພາະ​ພຣະເຈົ້າ​ໄດ້​ປະທານ​ພຣະວິນຍານ​ໃຫ້​ເພິ່ນ​ຢ່າງ​ບໍ່​ຈຳກັດ.


“ເຮົາ​ເຮັດ​ສິ່ງໜຶ່ງ​ສິ່ງໃດ​ຕາມ​ລຳພັງໃຈ​ຂອງເຮົາ​ເອງ​ບໍ່ໄດ້ ເຮົາ​ຕັດສິນ​ຕາມ​ທີ່​ພຣະເຈົ້າ​ບອກ​ເຮົາ​ເທົ່ານັ້ນ ແລະ​ການ​ຕັດສິນ​ຂອງເຮົາ​ກໍ​ຍຸດຕິທຳ ເພາະ​ເຮົາ​ບໍ່ໄດ້​ພະຍາຍາມ​ເຮັດ​ຕາມ​ໃຈ​ຂອງເຮົາ​ເອງ ແຕ່​ເຮັດ​ຕາມ​ໃຈ​ຂອງ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.”


ພຣະເຈົ້າ​ຊົງ​ປະທານ​ໂດຍ​ທາງ​ພຣະວິນຍານ ໃຫ້​ຄົນ​ໜຶ່ງ​ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ສະຕິປັນຍາ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ ມີ​ຖ້ອຍຄຳ​ທີ່​ປະກອບ​ດ້ວຍ​ວິຊາ​ຄວາມຮູ້, ແຕ່​ແມ່ນ​ພຣະວິນຍານ​ອົງ​ດຽວກັນ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ສະຖິດ​ຢູ່​ນຳ​ພວກເຈົ້າ ແລະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ໄຊຊະນະ.’


ຈົ່ງ​ຈົດຈຳ​ວ່າ​ເຮົາ​ໄດ້​ສັ່ງ​ເຈົ້າ ຈົ່ງ​ມີ​ໃຈ​ເດັດດ່ຽວ​ແລະ​ກ້າຫານ ຢ່າ​ຢ້ານ​ຫລື​ທໍ້ຖອຍ​ກຳລັງ​ໃຈ ເພາະ​ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka