5 ເມື່ອວັນນັ້ນມາເຖິງ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ຈະເປັນດັ່ງມົງກຸດດອກໄມ້ອັນສະຫງ່າງາມ ສຳລັບປະຊາຊົນຂອງພຣະອົງຜູ້ຍັງມີຊີວິດຢູ່.
ຂ້ອຍເຮັດດ້ວຍຄວາມສັດຊື່ແລະທ່ຽງທຳ ຂ້ອຍເປັນຕີນໃຫ້ຄົນເສຍຂາ ຂ້ອຍເປັນຕາໃຫ້ຄົນຕາບອດ.
ຈະມີຖະໜົນຫລວງຈາກອັດຊີເຣຍ ໃຫ້ປະຊາຊົນອິດສະຣາເອນຂອງພຣະອົງ ຜູ້ລອດຕາຍຢູ່ໃນທີ່ນັ້ນເດີນທາງອອກມາ ດັ່ງບັນພະບຸລຸດຂອງພວກເຂົາໄດ້ເດີນທາງ ເມື່ອອອກມາຈາກປະເທດເອຢິບນັ້ນ.
ແຕ່ທາງພາກຕ່າງໆຂອງໂລກທີ່ຢູ່ໄກສຸດ ພວກເຮົາຈະໄດ້ຍິນສຽງເພງຮ້ອງສັນລະເສີນອິດສະຣາເອນ ຊົນຊາດທີ່ຊອບທຳ. ສ່ວນຂ້າພະເຈົ້ານັ້ນໝົດຫວັງສາແລ້ວ ຂ້າພະເຈົ້າຈ່ອຍຜອມລົງເລື້ອຍໆ ພວກທີ່ທໍລະຍົດກໍສືບຕໍ່ທໍລະຍົດ ແລະພວກເຂົາຍິ່ງທໍລະຍົດຢ່າງຊົ່ວຮ້າຍຫລາຍຂຶ້ນ.
ທຸກຄົນທີ່ເຫລືອຢູ່ໃນນະຄອນເຢຣູຊາເລັມ ຄືຜູ້ທີ່ພຣະເຈົ້າໄດ້ເລືອກໄວ້ໃຫ້ມີຊີວິດຢູ່ ຄົນຈະເອີ້ນເຂົາວ່າ ບໍຣິສຸດ.
ເຈົ້າຈະໂຍນມັນຂຶ້ນທີ່ເທິງອາກາດເວຫາ; ລົມແລະພະຍຸຈະພັດມັນຊະໄປໝົດສິ້ນ. ແຕ່ເຈົ້າຈະຊົມຊື່ນຍິນດີໃນພຣະເຈົ້າຢາເວ ແລະຈະຍົກຍໍອົງບໍຣິສຸດຂອງຊາດອິດສະຣາເອນ.
ເຊື້ອສາຍອິດສະຣາເອນທັງໝົດຈະຕັ້ງຢູ່ໃນຄວາມມີໄຊ ແລະຈະຍ້ອງຍໍສັນລະເສີນໃນພຣະເຈົ້າຢາເວ.”
ຕາເວັນຈະບໍ່ເປັນແຈ້ງສຳລັບກາງເວັນຕໍ່ໄປ ຫລືເດືອນຈະບໍ່ເປັນແສງແຈ່ມໃສສຳລັບກາງຄືນອີກ; ແຕ່ພຣະເຈົ້າຢາເວຈະເປັນແສງແຈ້ງສືບໄປ ແລະພຣະເຈົ້າຂອງເຈົ້າຈະເປັນສະຫງ່າຣາສີຂອງເຈົ້າ.
ເຈົ້າຈະເປັນດັ່ງມົງກຸດອັນງົດງາມໃນມືຂອງພຣະເຈົ້າຢາເວ ແລະເປັນມົງກຸດໃນມືຂອງພຣະເຈົ້າຂອງເຈົ້າ,
ເຮົາໄດ້ເອົາແຫວນເກາະດັງກັບໃສ່ຕ້າງຫູໃຫ້ເຈົ້າ ແລະສວມມົງກຸດໃສ່ຫົວໃຫ້ເຈົ້າ.
ແລ້ວຕະກຸນຕ່າງໆຂອງເຜົ່າຢູດາກໍຈະເວົ້າຕໍ່ກັນແລະກັນວ່າ ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາໃຫ້ກຳລັງແກ່ພວກເຂົາທີ່ຢູ່ໃນນະຄອນເຢຣູຊາເລັມ.’
ຄືແສງສະຫວ່າງສ່ອງແຈ້ງ ເປີດເຜີຍພຣະປະສົງ ແກ່ບັນດາປະຊາຊາດ ແລະນຳເອົາສະຫງ່າຣາສີມາສູ່ ອິດສະຣາເອນພົນລະເມືອງ ຂອງພຣະເຈົ້າ.”
ຝ່າຍຄວາມທຸກລຳບາກອັນເບົາບາງແລະຊົ່ວຄາວນີ້ ກໍກຳລັງຈັດຕຽມພວກເຮົາໃຫ້ມີສະຫງ່າຣາສີອັນຍິ່ງໃຫຍ່ຖາວອນຕະຫລອດໄປ ຈົນຫາທີ່ປຽບບໍ່ໄດ້.
ແລະເມື່ອພຣະຜູ້ລ້ຽງອົງຍິ່ງໃຫຍ່ຈະສະເດັດມາປາກົດ ພວກເຈົ້າຈະໄດ້ຮັບມົງກຸດອັນຊົງສະຫງ່າຣາສີທີ່ບໍ່ມີວັນເສົ້າໝອງ.