Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 28:4 - ພຣະຄຳພີສັກສິ

4 ຄວາມ​ຮຸ່ງເຮືອງ​ອັນ​ຫ່ຽວແຫ້ງ​ຂອງ​ພວກຜູ້ນຳ ທີ່​ອວດອົ່ງ​ຈອງຫອງ​ເຫຼົ່ານັ້ນ​ຈະ​ສູນຫາຍ​ໄປ ດັ່ງ​ໝາກເດື່ອສຸກ​ຮວດ​ທຳອິດ​ໃນ​ລະດູ ເມື່ອ​ມັນ​ສຸກ​ແລ້ວ​ກໍ​ເກັບ​ເອົາ​ມາ​ກິນ​ໄດ້​ທັນທີ.

Uka jalj uñjjattʼäta Copia luraña




ເອຊາຢາ 28:4
12 Jak'a apnaqawi uñst'ayäwi  

ເຄາະກຳ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ​ສາ​ແລ້ວ ຄວາມ​ຮຸ່ງເຮືອງ​ຂອງ​ອານາຈັກ​ກຳລັງ​ຫ່ຽວແຫ້ງ​ລົງ ດັ່ງ​ມົງກຸດ​ດອກໄມ້​ທີ່​ຢູ່​ເທິງ​ຫົວ​ຂອງ​ຜູ້ນຳ​ຂີ້ເມົາ​ທັງຫລາຍ. ຫົວ​ອັນ​ອວດອົ່ງ​ຂອງ​ພວກເຂົາ​ມີ​ກິ່ນ​ຫອມຫວນ​ດີ ແຕ່​ພວກເຂົາ​ພັດ​ນອນ​ເມົາ​ບໍ່ໄດ້​ສະຕິ​ດັ່ງ​ຄົນຕາຍ.


ກ່ອນ​ເດັກນ້ອຍ​ໃຫຍ່​ຂຶ້ນ​ມາ​ພໍ​ຮູ້ຈັກ​ເອີ້ນ ‘ແມ່’ ແລະ ‘ພໍ່’ ຊັບສົມບັດ​ທັງໝົດ​ຢູ່​ໃນ​ນະຄອນ​ດາມັສກັດ ແລະ​ສິ່ງ​ທີ່​ພວກເຂົາ​ປຸ້ນ​ມາ​ໄດ້​ຈາກ​ນະຄອນ​ຊາມາເຣຍ ກໍ​ຈະ​ຖືກ​ກະສັດ​ອັດຊີເຣຍ​ຢຶດ​ໄປ​ໝົດ.”


ໃນ​ອະດີດ ເມື່ອ​ເຜົ່າ​ເອຟຣາອິມ​ເວົ້າ​ວ່າ ເຜົ່າ​ອື່ນໆ​ກໍ​ຢ້ານຢຳ; ພວກເຂົາ​ໃຫ້​ຄວາມ​ເຄົາຣົບ​ນັບຖື​ແກ່​ເອຟຣາອິມ. ແຕ່​ປະຊາຊົນ​ໄດ້​ເຮັດ​ບາບ​ຍ້ອນ​ຂາບໄຫວ້​ພະບາອານ ແລະ​ຍ້ອນ​ການ​ປະພຶດ​ເຊັ່ນນີ້ ພວກເຂົາ​ຈະ​ຕາຍ.


ເຖິງ​ແມ່ນ​ຊາດ​ອິດສະຣາເອນ​ອອກ​ດອກ ຮຸ່ງເຮືອງ​ຂຶ້ນ​ດັ່ງ​ຕົ້ນຫຍ້າ ເຮົາ​ກໍ​ຈະ​ສົ່ງ​ລົມ​ຮ້ອນ​ຈາກ​ທິດ​ຕາເວັນອອກ ພັດ​ມາ​ຈາກ​ຖິ່ນ​ແຫ້ງແລ້ງ​ກັນດານ; ລົມ​ນີ້​ຈະ​ເຮັດ​ໃຫ້​ນໍ້າພຸ​ແລະ​ນໍ້າສ້າງ​ຂອງ​ພວກເຂົາ​ແຫ້ງ​ລົງ. ມັນ​ຈະ​ພັດ​ເອົາ​ທຸກສິ່ງ​ທີ່​ມີຄ່າ​ໄປ.


“ເອຟຣາອິມ ແລະ​ຢູດາ​ເອີຍ ເຮົາ​ຈະ​ເຮັດ​ແນວໃດ​ກັບ​ພວກເຈົ້າ? ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ກໍ​ຈືດຈາງ​ເຫືອດຫາຍ​ໄປ​ຢ່າງ​ໄວວາ ເໝືອນ​ນໍ້າໝອກ​ໃນ​ຕອນເຊົ້າ.


ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ຮາກ​ຂອງ​ພືດ​ທີ່​ຕາຍ ແລະ​ບໍ່​ເກີດ​ໝາກ. ພວກເຂົາ​ຈະ​ບໍ່ມີ​ລູກ, ແຕ່​ຖ້າ​ມີ ເຮົາ​ກໍ​ຈະ​ຂ້າ​ລູກ​ທີ່​ພວກເຂົາ​ຮັກ​ນັ້ນ​ເສຍ.”


ໝົດຫວັງ​ສາ​ແລ້ວ ຂ້າພະເຈົ້າ​ເປັນ​ດັ່ງ​ຄົນ​ອຶດຫິວ​ຜູ້ໜຶ່ງ ທີ່​ຫາ​ໝາກໄມ້​ລະດູ​ຮ້ອນ​ກິນ ແຕ່​ບໍ່​ພົບ ແລະ​ໝາກອະງຸ່ນ​ໃນ​ສວນ​ກໍ​ບໍ່ມີ​ເລີຍ. ໝາກອະງຸ່ນ​ແລະ​ໝາກເດື່ອ​ໄດ້​ຖືກ​ເກັບ​ໄປ​ໝົດ​ສາ​ແລ້ວ.


ປ້ອມ​ປ້ອງກັນ​ເມືອງ​ທັງຫລາຍ​ຂອງເຈົ້າ​ເປັນ​ດັ່ງ​ຕົ້ນ​ເດື່ອ​ທີ່​ມີ​ໝາກເດື່ອສຸກ; ເມື່ອ​ສັ່ນ​ຕົ້ນ​ຂອງມັນ ໝາກ​ກໍ​ຈະ​ຕົກ​ໃສ່​ປາກ​ຂອງ​ພວກເຈົ້າ​ໂລດ


ດວງດາວ​ທັງຫລາຍ​ໃນ​ທ້ອງຟ້າ​ກໍ​ຕົກລົງ​ເທິງ​ແຜ່ນດິນ ເໝືອນ​ດັ່ງ​ໝາກເດື່ອ​ດິບ​ຕົກ​ຫລົ່ນ​ລົງ​ຈາກ​ຕົ້ນ ເພາະ​ລົມພະຍຸ​ພັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka