Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 28:3 - ພຣະຄຳພີສັກສິ

3 ຄວາມ​ອວດອົ່ງ​ຈອງຫອງ​ຂອງ​ບັນດາ​ຜູ້ນຳ​ເຫຼົ່ານັ້ນ ຈະ​ຖືກ​ຢຽບຢໍ່າ​ລົງ​ໃຕ້​ພື້ນ​ຕີນ.

Uka jalj uñjjattʼäta Copia luraña




ເອຊາຢາ 28:3
12 Jak'a apnaqawi uñst'ayäwi  

ລາວ​ຈຶ່ງ​ຮ້ອງ​ບອກ​ພວກເຂົາ​ວ່າ, “ໂຍນ​ນາງ​ລົງ​ມາ​ນີ້”. ພວກເຂົາ​ໄດ້​ໂຍນ​ນາງ​ລົງ ແລະ​ເລືອດ​ນາງ​ໄດ້​ຟົ້ງ​ຖືກ​ຝາ​ແລະ​ຖືກ​ຝູງມ້າ. ເຢຮູ​ຂັບ​ລົດມ້າ​ຂອງຕົນ​ຢຽບ​ຊາກສົບ​ຂອງ​ນາງ


ພຣະເຈົ້າຢາເວ​ຈະ​ປົກປ້ອງ​ພູເຂົາ​ຊີໂອນ; ແຕ່​ປະຊາຊົນ​ຊາວ​ໂມອາບ​ຈະ​ຖືກ​ຢຽບຢໍ່າ​ລົງ ເໝືອນກັນ​ກັບ​ຄົນ​ຢຽບຢໍ່າ​ເຟືອງ​ເພື່ອ​ເຮັດ​ຝຸ່ນ.


ບັດນີ້ ພວກ​ທີ່​ຖືກ​ກົດຂີ່​ກໍ​ຢຽບ​ຂີ້ຝຸ່ນ​ດິນ​ນັ້ນ​ໄປ ແລະ​ຢຽບຢໍ່າ​ຢູ່​ໃຕ້​ພື້ນ​ຕີນ​ຂອງ​ເຂົາເຈົ້າ.


ເຄາະກຳ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ​ສາ​ແລ້ວ ຄວາມ​ຮຸ່ງເຮືອງ​ຂອງ​ອານາຈັກ​ກຳລັງ​ຫ່ຽວແຫ້ງ​ລົງ ດັ່ງ​ມົງກຸດ​ດອກໄມ້​ທີ່​ຢູ່​ເທິງ​ຫົວ​ຂອງ​ຜູ້ນຳ​ຂີ້ເມົາ​ທັງຫລາຍ. ຫົວ​ອັນ​ອວດອົ່ງ​ຂອງ​ພວກເຂົາ​ມີ​ກິ່ນ​ຫອມຫວນ​ດີ ແຕ່​ພວກເຂົາ​ພັດ​ນອນ​ເມົາ​ບໍ່ໄດ້​ສະຕິ​ດັ່ງ​ຄົນຕາຍ.


ຂໍ້​ສັນຍາ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ຄວາມຕາຍ​ຈະ​ຖືກ​ທຳລາຍ ແລະ​ຂໍ້​ຕົກລົງ​ທີ່​ພວກເຈົ້າ​ໄດ້​ເຮັດ​ກັບ​ແດນ​ມໍຣະນາ​ກໍ​ຈະ​ຖືກ​ຍົກເລີກ. ເມື່ອ​ຄວາມ​ຈິບຫາຍ​ມາເຖິງ ມັນ​ຈະ​ຢຽບຢໍ່າ​ພວກເຈົ້າ​ລົງ.


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ລຸກ​ຂຶ້ນ​ແຕ່​ເຊົ້າໆ​ຕັ້ງຕົ້ນ​ດື່ມ​ເຫຼົ້າ ແລະ​ພວກເຈົ້າ​ກໍ​ເມົາ​ເຫຼົ້າ​ຕະຫລອດ​ຄືນ.


ອົງພຣະ​ຜູ້​ເປັນເຈົ້າ​ຕອບ​ວ່າ, “ເຮົາ​ໄດ້​ຢຽບຢໍ່າ​ບັນດາ​ປະຊາຊາດ​ດັ່ງ​ຢຽບຢໍ່າ​ໝາກອະງຸ່ນ ແລະ​ບໍ່ມີ​ຜູ້ໃດ​ໄດ້​ມາ​ຊ່ວຍ​ເຮົາ​ເລີຍ. ເຮົາ​ໄດ້​ຢຽບຢໍ່າ​ພວກເຂົາ​ລົງ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ເລືອດ​ຂອງ​ພວກເຂົາ​ໄດ້​ຖືກ​ເສື້ອ​ຂອງເຮົາ​ຈົນ​ເປື້ອນເປິ​ໝົດ.


ປະຊາຊົນ​ອິດສະຣາເອນ​ທັງໝົດ ຄື​ໝົດ​ທຸກຄົນ​ທີ່​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຮູ້ຈັກ​ວ່າ​ພຣະອົງ​ໄດ້​ເຮັດ​ສິ່ງ​ນີ້​ແລ້ວ. ບັດນີ້ ພວກເຂົາ​ພັດ​ອວດອົ່ງ​ຈອງຫອງ. ພວກເຂົາ​ເວົ້າ​ວ່າ,


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຫົວເຍີ້ຍ​ທະຫານ​ຂອງຂ້ອຍ​ທັງໝົດ ສົ່ງ​ກອງທັບ​ມາ​ທຳລາຍ​ພວກ​ຊາຍໜຸ່ມ​ຂອງຂ້ອຍ. ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຢຽບຢໍ່າ​ປະຊາຊົນ​ຂອງຂ້ອຍ​ລົງ ດັ່ງ​ໝາກອະງຸ່ນ​ຢູ່​ໃນ​ໂຮງ​ບີບ​ເຫຼົ້າ​ອະງຸ່ນ​ນັ້ນ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ເທວະດາ​ສອງ​ຕົນ​ຖາມ​ກັນ​ວ່າ, “ສິ່ງ​ທີ່​ເກີດຂຶ້ນ​ໃນ​ນິມິດ​ນີ້​ຈະ​ສືບ​ຕໍ່ໄປ​ອີກ​ດົນນານ​ປານໃດ? ການບາບ​ອັນ​ຊົ່ວຮ້າຍ​ແທນ​ການເຜົາ​ເຄື່ອງບູຊາ​ປະຈຳວັນ ຈະ​ມີ​ຢູ່​ດົນ​ປານໃດ? ກອງທັບ​ແຫ່ງ​ສະຫວັນ​ແລະ​ພຣະວິຫານ ຈະ​ຖືກ​ຢຽບຢໍ່າ​ທຳລາຍ​ຢູ່​ດົນນານ​ປານໃດ?”


ພວກເຈົ້າ​ຈົ່ງ​ຄິດ​ເບິ່ງ​ວ່າ ຄົນ​ທີ່​ຢຽບຢໍ່າ​ພຣະບຸດ​ຂອງ​ພຣະເຈົ້າ ແລະ​ຖື​ພຣະ​ໂລຫິດ​ແຫ່ງ​ພັນທະສັນຍາ ຊຶ່ງ​ຊຳລະ​ຕົວ​ໃຫ້​ບໍຣິສຸດ​ວ່າ​ເປັນ​ສິ່ງ​ຊົ່ວຊ້າ ກັບ​ທັງ​ປະໝາດ​ພຣະວິນຍານ​ຜູ້​ຊົງ​ພຣະຄຸນ​ນັ້ນ ຄວນ​ຈະ​ຖືກ​ລົງໂທດ​ຫລາຍກວ່າ​ຄົນ​ເຫຼົ່ານັ້ນ​ຈັກ​ເທົ່າ​ໃດ?


ແຕ່​ຢ່າ​ແທກ​ບໍລິເວນ​ຂ້າງ​ນອກ​ຂອງ​ພຣະວິຫານ ເພາະ​ບ່ອນ​ນັ້ນ​ໄດ້​ມອບ​ໃຫ້​ພວກ​ບໍ່​ນັບຖື​ພຣະເຈົ້າ​ແລ້ວ ຄື​ພວກ​ທີ່​ຈະ​ຢຽບຢໍ່າ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka