23 ຈົ່ງຫງ່ຽງຫູຟັງສິ່ງທີ່ຂ້າພະເຈົ້າກຳລັງກ່າວ ຈົ່ງເອົາໃຈໃສ່ຕໍ່ສິ່ງທີ່ຂ້າພະເຈົ້າກຳລັງບອກ.
ໃນເຮືອນຂອງພວກເຈົ້າ ຢ່າໃຫ້ມີພະອື່ນໃດ ຢ່າໄດ້ຂາບໄຫວ້ມັນເດັດຂາດ
ພຣະເຈົ້າຢາເວໄດ້ກ່າວວ່າ, “ໂອ ຈັກກະວານແລະແຜ່ນດິນໂລກເອີຍ ຈົ່ງຟັງສິ່ງທີ່ເຮົາກຳລັງກ່າວ ພວກເດັກນ້ອຍທີ່ເຮົາລ້ຽງມາຈົນໃຫຍ່ໄດ້ກະບົດຕໍ່ສູ້ເຮົາ.
ຢ່າສູ່ຫົວຂວັນຕໍ່ຄຳເຕືອນທີ່ຂ້າພະເຈົ້າກຳລັງຈະມອບໃຫ້ພວກເຈົ້າ ຖ້າຫົວຂວັນມັນຈະຮ້າຍແຮງຫລາຍຂຶ້ນຈົນພວກເຈົ້າປົບໜີໄປບໍ່ໄດ້. ຂ້າພະເຈົ້າໄດ້ຍິນຄຳຕັດສິນໃຈຂອງອົງພຣະຜູ້ເປັນເຈົ້າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ເພື່ອທຳລາຍດິນແດນທັງໝົດແລ້ວ.
ບໍ່ມີຊາວນາຄົນໃດທີ່ສືບຕໍ່ໄຖນາ ແລະຕຽມດິນສຳລັບຫວ່ານເມັດພືດໄປເລີຍໆ.
ບັນດາຜູ້ຍິງທີ່ໃຊ້ຊີວິດຢູ່ຢ່າງສຸກສະບາຍ ແລະບໍ່ວິຕົກກັງວົນກັບສິ່ງໃດເອີຍ ຈົ່ງຟັງສິ່ງທີ່ຂ້າພະເຈົ້າກ່າວ.
ໂອ ດິນແດນ ດິນແດນ ດິນແດນເອີຍ ຈົ່ງຟັງເອົາ ຖ້ອຍຄຳທີ່ພຣະເຈົ້າຢາເວກ່າວ:
“ໂອ ຟ້າສະຫວັນເອີຍ ຈົ່ງງ່ຽງຫູຂອງເຈົ້າຟັງສຽງຂອງຂ້ອຍ ແລະແຜ່ນດິນໂລກເອີຍ ຈົ່ງຟັງຖ້ອຍຄຳຈາກປາກຂອງຂ້ອຍ.
ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ທີ່ມີໄຊຊະນະ ຈະບໍ່ຖືກອັນຕະລາຍຈາກຄວາມຕາຍຄັ້ງທີສອງ.”
ແຕ່ເຮົາມີຂໍ້ຕໍ່ວ່າເຈົ້າບາງຂໍ້ດັ່ງນີ້ ຄືທີ່ນັ້ນມີບາງຄົນໃນພວກເຈົ້າ ຢຶດຖືຄຳສອນຂອງບາລາອາມ ຜູ້ທີ່ໄດ້ສອນບາຫລາກ ເຖິງວິທີນຳພາຊົນຊາດອິດສະຣາເອນໃຫ້ເຮັດບາບ ໂດຍຊັກຊວນພວກເຂົາໃຫ້ກິນອາຫານ ທີ່ຖືກຖວາຍແກ່ຮູບເຄົາຣົບ ແລະໃຫ້ປະພຶດຜິດສິນທຳທາງເພດ.
ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ.”
ຜູ້ໃດມີຫູຟັງ ຈົ່ງຟັງຂໍ້ຄວາມທີ່ພຣະວິນຍານຊົງກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ໃດທີ່ມີໄຊຊະນະ ເຮົາຈະໃຫ້ຜູ້ນັ້ນກິນຜົນຈາກຕົ້ນໄມ້ແຫ່ງຊີວິດ ຊຶ່ງຢູ່ໃນສວນຂອງພຣະເຈົ້າ.”