ເອຊາຢາ 28:21 - ພຣະຄຳພີສັກສິ21 ພຣະເຈົ້າຢາເວຈະຕໍ່ສູ້ ດັ່ງທີ່ພຣະອົງໄດ້ຕໍ່ສູ້ທີ່ພູເປຣາຊີມ ແລະຢູ່ໃນຮ່ອມພູກີເບໂອນເພື່ອເຮັດໃນສິ່ງທີ່ພຣະອົງຢາກເຮັດ; ການກະທຳຂອງພຣະອົງເບິ່ງແລ້ວເປັນການແປກປະຫລາດແທ້ ພຣະອົງຈະເຮັດພາລະກິດຂອງພຣະອົງໃຫ້ຄົບຖ້ວນ ຄືພາລະກິດທີ່ລຶກລັບຂອງພຣະອົງ. Uka jalj uñjjattʼäta |
ພຣະເຈົ້າຢາເວໄດ້ເຮັດໃຫ້ພວກອາໂມແຕກຕື່ນ ແລະໜີໄປຕໍ່ໜ້າກອງທັບອິດສະຣາເອນ. ຝ່າຍພວກອິດສະຣາເອນ ກໍໄດ້ຂ້າພວກເຂົາເປັນຈຳນວນຫລວງຫລາຍຢູ່ໃນເມືອງກີເບໂອນ ແລະໄລ່ຕິດຕາມພວກທີ່ເຫຼືອຢູ່ ລົງໄປສູ່ຊ່ອງແຄບຂອງພູເຂົາທີ່ເມືອງເບັດໂຮໂຣນ ໂດຍສືບຕໍ່ໂຈມຕີພວກເຂົາໄປທາງໃຕ້ ຈົນເຖິງເມືອງອາເຊກາແລະເມືອງມັກເກດາ.