Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 28:13 - ພຣະຄຳພີສັກສິ

13 ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ສັ່ງສອນ​ບົດຮຽນ​ໃຫ້​ເທື່ອລະ​ໂຕ ເທື່ອລະ​ແຖວ ແລະ​ເທື່ອລະ​ບົດ ແລ້ວ​ພວກເຈົ້າ​ກໍ​ຈະ​ສະດຸດ​ລົ້ມລົງ​ທຸກ​ບາດກ້າວ​ທີ່​ພວກເຈົ້າ​ຍ່າງ​ໄປ. ພວກເຈົ້າ​ຈະ​ໄດ້​ຮັບ​ບາດເຈັບ, ຖືກ​ບ້ວງແຮ້ວ ແລະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.

Uka jalj uñjjattʼäta Copia luraña




ເອຊາຢາ 28:13
14 Jak'a apnaqawi uñst'ayäwi  

ຂໍ​ໃຫ້​ງານລ້ຽງ​ອັນ​ໃຫຍ່ໂຕ​ນັ້ນ​ທຳລາຍ​ພວກເຂົາ​ລົງ ຂໍ​ໃຫ້​ການລ້ຽງ​ອັນ​ສັກສິດ​ເຮັດ​ໃຫ້​ພວກເຂົາ​ຫຼົ້ມຈົມ​ເຖີດ.


ລາວ​ກຳລັງ​ພະຍາຍາມ​ຈະ​ສັ່ງສອນ​ພວກເຮົາ​ເທື່ອລະ​ໂຕ ເທື່ອລະ​ແຖວ ແລະ​ເທື່ອລະ​ບົດ.”


ແລະ​ພວກເຮົາ​ກໍ​ງົມໆ​ທາວໆ​ໄປ​ເໝືອນ​ຄົນ​ຕາບອດ. ພວກເຮົາ​ລົ້ມລົງ​ໃນ​ຕອນທ່ຽງ ຄື​ກັບ​ວ່າ​ເດີນ​ໄປ​ໃນ​ຕອນ​ກາງຄືນ ຄື​ກັບ​ວ່າ​ພວກເຮົາ​ຢູ່​ໃນ​ທີ່​ມືດ​ຂອງ​ແດນ​ມໍຣະນາ.


ເພາະສະນັ້ນ ເຮົາ​ຈຶ່ງ​ໃຊ້​ຜູ້ທຳນວາຍ​ຂອງເຮົາ​ນຳ​ເອົາ​ການ​ພິພາກສາ ແລະ​ການທຳລາຍ​ມາ​ສູ່​ພວກເຈົ້າ. ສິ່ງ​ທີ່​ເຮົາ​ຕ້ອງການ​ຈາກ​ພວກເຈົ້າ​ນັ້ນ ກໍ​ເຂົ້າໃຈ​ແລະ​ເຫັນ​ໄດ້​ງ່າຍ​ຄື:


ເຮົາ​ໄດ້​ຂຽນ​ຄຳສັ່ງສອນ​ຫລາຍ​ຂໍ້​ໄວ້ ຈົນ​ນັບ​ບໍ່ຖ້ວນ​ສຳລັບ​ປະຊາຊົນ; ແຕ່​ພວກເຂົາ​ບໍ່​ຍອມ​ຮັບ​ໂດຍ​ຖື​ວ່າ​ຄຳສັ່ງສອນ​ນັ້ນ​ເປັນ​ຂອງ​ແປກ ແລະ​ຂອງ​ຕ່າງຊາດ.


ດັ່ງນັ້ນ ຈຶ່ງ​ເປັນ​ຈິງ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, ‘ປະຊາຊົນ​ນີ້​ຈະ​ຟັງ ເມື່ອ​ຟັງ​ແລ້ວ ແຕ່​ກໍ​ບໍ່​ເຂົ້າໃຈ​ຈັກເທື່ອ, ພວກເຂົາ​ຈະ​ເບິ່ງ ເມື່ອ​ເບິ່ງ​ແລ້ວ ແຕ່​ກໍ​ບໍ່​ເຫັນ​ຈັກເທື່ອ


ຜູ້ໃດ​ລົ້ມ​ທັບ​ຫີນ​ນີ້ ຜູ້ນັ້ນ​ຈະ​ຕ້ອງ​ແຕກ​ຫັກ​ໄປ ແຕ່​ຖ້າ​ຫີນ​ນັ້ນ​ຈະ​ຕົກ​ທັບ​ຜູ້ໃດ ຜູ້ນັ້ນ​ຈະ​ແຫລກ​ໝຸ່ນ​ໄປ.”]


ຝ່າຍ​ກະສັດ​ດາວິດ​ກໍ​ກ່າວ​ໄວ້​ວ່າ, “ຂໍ​ຊົງ​ໃຫ້​ໂຕະ​ອາຫານ​ຂອງ​ພວກເຂົາ ເກີດ​ເປັນ​ບ້ວງແຮ້ວ ແລະ​ເປັນ​ຕາໜ່າງ​ຈັບ​ພວກເຂົາ​ເອງ, ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ພວກເຂົາ​ສະດຸດ​ໃຈ ແລະ​ເປັນ​ສິ່ງ​ທີ່​ນຳ​ຈ່ອງເວນ​ແກ່​ພວກເຂົາ


ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ​ນັ້ນ ແມ່ນ​ກິ່ນ​ເໝັນ​ແຫ່ງ​ຄວາມ​ຕາຍ​ທີ່​ນຳ​ໄປ​ສູ່​ຄວາມ​ຕາຍ ສຳລັບ​ພວກ​ທີ່​ຖືກ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ນັ້ນ ແມ່ນ​ກິ່ນ​ຫອມ​ຫວານ​ແຫ່ງ​ຊີວິດ​ທີ່​ນຳ​ໄປ​ສູ່​ຊີວິດ. ຜູ້ໃດ​ໜໍ ຈະ​ເປັນ​ຜູ້​ທີ່​ຄູ່​ຄວນ​ກັບ​ພາລະກິດ​ເຊັ່ນນີ້?


ໃນ​ຈົດໝາຍ​ທຸກ​ສະບັບ​ຂອງ​ເພິ່ນ ກໍ​ກ່າວ​ເຖິງ​ເຫດການ​ເຫຼົ່ານັ້ນ​ໄວ້​ແລ້ວ, ໃນ​ຈົດໝາຍ​ເຫຼົ່ານັ້ນ ມີ​ບາງ​ຂໍ້​ທີ່​ເຂົ້າໃຈ​ຍາກ ຊຶ່ງ​ຄົນ​ທັງຫລາຍ​ທີ່​ຮູ້ເທົ່າ​ບໍ່​ເຖິງການ ແລະ​ທີ່​ມີ​ໃຈ​ບໍ່​ໝັ້ນຄົງ​ແນ່ນອນ ໄດ້​ບິດເບືອນ​ຂໍ້ຄວາມ​ເຫຼົ່ານັ້ນ​ເສຍ ເໝືອນ​ຢ່າງ​ທີ່​ພວກເຂົາ​ໄດ້​ບິດເບືອນ​ຂໍ້​ອື່ນໆ​ໃນ​ພຣະຄຳພີ ອັນ​ເປັນ​ເຫດ​ໃຫ້​ຕົນເອງ​ຈິບຫາຍ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka