11 ຖ້າພວກເຈົ້າບໍ່ຍອມຟັງຂ້າພະເຈົ້າ ແລ້ວພຣະເຈົ້າກໍຈະໃຊ້ພວກຕ່າງຊາດ ທີ່ເວົ້າພາສາອື່ນມາສັ່ງສອນບົດຮຽນໃຫ້.
ພວກເຈົ້າຈະບໍ່ເຫັນຄົນຕ່າງດ້າວຜູ້ອວດດີ ເວົ້າພາສາທີ່ພວກເຈົ້າບໍ່ເຂົ້າໃຈອີກຕໍ່ໄປ.
ພຣະເຈົ້າຢາເວກ່າວດັ່ງນີ້ວ່າ, “ປະຊາຊົນອິດສະຣາເອນເອີຍ ເຮົາກຳລັງນຳເອົາຊົນຊາດໜຶ່ງຈາກທີ່ຫ່າງໄກມາໂຈມຕີພວກເຈົ້າ. ເປັນຊົນຊາດທີ່ເຂັ້ມແຂງ ແລະແຕ່ດຶກດຳບັນ ເປັນຊົນຊາດໜຶ່ງທີ່ພວກເຈົ້າບໍ່ຮູ້ຈັກພາສາ.
ເຮົາບໍ່ໄດ້ສົ່ງເຈົ້າໄປຫາຊົນຊາດທີ່ເວົ້າພາສາຕ່າງປະເທດທີ່ຍາກ ແຕ່ໄປຫາຊາວອິດສະຣາເອນ.
ດັ່ງທີ່ມີຄຳຂຽນໄວ້ໃນກົດບັນຍັດວ່າ, “ອົງພຣະຜູ້ເປັນເຈົ້າຊົງກ່າວວ່າ, ‘ເຮົາຈະເວົ້າກັບພົນລະເມືອງນີ້ ດ້ວຍຄົນຕ່າງພາສາ ດ້ວຍຮີມສົບຂອງຄົນຕ່າງດ້າວ. ເຖິງປານນັ້ນ ພວກເຂົາກໍຈະບໍ່ຟັງເຮົາ.”’
ພຣະເຈົ້າຢາເວຈະນຳຊົນຊາດທີ່ຢູ່ສຸດປາຍແຜ່ນດິນໂລກ ຊຶ່ງພວກເຈົ້າບໍ່ຮູ້ຈັກພາສາ ມາຕໍ່ສູ້ພວກເຈົ້າ. ພວກເຂົາຈະບຸກຖະຫຼົ່ມໂຈມຕີພວກເຈົ້າ ເໝືອນດັ່ງນົກອິນຊີບິນລົງຈັບເຫຍື່ອ.