10 ລາວກຳລັງພະຍາຍາມຈະສັ່ງສອນພວກເຮົາເທື່ອລະໂຕ ເທື່ອລະແຖວ ແລະເທື່ອລະບົດ.”
ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງຈະສັ່ງສອນບົດຮຽນໃຫ້ເທື່ອລະໂຕ ເທື່ອລະແຖວ ແລະເທື່ອລະບົດ ແລ້ວພວກເຈົ້າກໍຈະສະດຸດລົ້ມລົງທຸກບາດກ້າວທີ່ພວກເຈົ້າຍ່າງໄປ. ພວກເຈົ້າຈະໄດ້ຮັບບາດເຈັບ, ຖືກບ້ວງແຮ້ວ ແລະຖືກຈັບໄປເປັນຊະເລີຍ.
ມີອັນໃດແດ່ ທີ່ຂ້ອຍບໍ່ໄດ້ເຮັດສຳລັບສວນນີ້? ແລ້ວເປັນຫຍັງໝາກອະງຸ່ນຈຶ່ງສົ້ມໝົດ ທັງໆທີ່ຂ້ອຍຫວັງໄວ້ວ່າຈະໄດ້ໝາກຫວານດີ?
ເມື່ອເຮົາໄດ້ນຳບັນພະບຸລຸດຂອງພວກເຂົາອອກມາຈາກປະເທດເອຢິບນັ້ນ ເຮົາໄດ້ເຕືອນພວກເຂົາຢ່າງເດັດຂາດໃຫ້ເຊື່ອຟັງເຮົາ ແລະເຮົາໄດ້ສືບຕໍ່ເຕືອນພວກເຂົາຈົນເຖິງທຸກວັນນີ້.
ທ້າຍສຸດນີ້ ພີ່ນ້ອງທັງຫລາຍຂອງເຮົາເອີຍ, ຈົ່ງຊື່ນຊົມຍິນດີໃນອົງພຣະຜູ້ເປັນເຈົ້າເທີ້ນ. ການທີ່ເຮົາຂຽນຊໍ້າຂໍ້ຄວາມ ຊຶ່ງເຮົາໄດ້ຂຽນກ່ອນໜ້ານັ້ນ ບໍ່ເປັນສິ່ງທີ່ລຳບາກແກ່ເຮົາດອກ ແຕ່ເປັນສິ່ງທີ່ປອດໄພແກ່ພວກເຈົ້າຫລາຍຂຶ້ນ.
ຍິງພວກນີ້ ກໍຍອມຮໍ່າຮຽນຢູ່ສະເໝີ ແຕ່ບໍ່ອາດຈະເຖິງການສັງເກດຮູ້ຄວາມຈິງໄດ້ຈັກເທື່ອ.
ເຖິງແມ່ນວ່າຂະນະນີ້ ເຈົ້າທັງຫລາຍຄວນຈະເປັນຄູໄດ້ແຕ່ດົນແລ້ວກໍດີ ແຕ່ພວກເຈົ້າກໍຍັງຕ້ອງການໃຫ້ຄົນອື່ນສອນຫລັກທຳເບື້ອງຕົ້ນ ແຫ່ງພຣະທຳຂອງພຣະເຈົ້າແກ່ພວກເຈົ້າອີກ. ເຈົ້າທັງຫລາຍກັບກາຍເປັນຄົນຕ້ອງການນໍ້ານົມບໍ່ແມ່ນອາຫານແຂງ.