Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 27:9 - ພຣະຄຳພີສັກສິ

9 ແຕ່​ບາບ​ຂອງ​ຊາດ​ອິດສະຣາເອນ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ ກໍ​ຕໍ່​ເມື່ອ​ຫີນ​ແທ່ນບູຊາ​ຂອງ​ຜູ້​ທີ່​ບໍ່​ນັບຖື​ພຣະເຈົ້າ​ຖືກ​ທຳລາຍ​ດັ່ງ​ຂີ້​ສໍຂາວ ແລະ​ທັງ​ບໍ່ມີ​ສັນຍາລັກ​ຕ່າງໆ​ຂອງ​ເຈົ້າແມ່​ອາເຊຣາ ຫລື​ແທ່ນ​ເຜົາ​ເຄື່ອງຫອມ​ບູຊາ​ເຫຼືອ​ຢູ່​ເລີຍ.

Uka jalj uñjjattʼäta Copia luraña




ເອຊາຢາ 27:9
36 Jak'a apnaqawi uñst'ayäwi  

ດຶງ​ເອົາ​ເສົາ​ສັກສິດ​ຢູ່​ໃນ​ທີ່ນັ້ນ​ອອກ​ມາ​ຈູດ.


ກະສັດ​ໂຢສີຢາ​ໄດ້​ຕັດ​ເສົາ​ຫີນ​ເປັນ​ທ່ອນໆ ແລະ​ດຶງ​ຮູບ​ເຈົ້າແມ່​ອາເຊຣາ​ລົງ; ແລະ​ເພິ່ນ​ໄດ້​ເອົາ​ກະດູກ​ຄົນ​ຕາຍ​ຖົມ​ໃສ່​ດິນ​ບ່ອນ​ທີ່​ພວກເຂົາ​ຢືນ​ຢູ່​ນັ້ນ.


ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ


ຍ້ອນ​ເພິ່ນ​ໄດ້​ລຶບລ້າງ​ບ່ອນ​ຂາບໄຫວ້​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ ແລະ​ແທ່ນບູຊາ​ເຄື່ອງຫອມ​ຈາກ​ເມືອງ​ທັງໝົດ​ຂອງ​ຢູດາຍ ພາຍໃຕ້​ການ​ປົກຄອງ​ຂອງ​ເພິ່ນ ຢູດາຍ​ຈຶ່ງ​ເກີດ​ມີ​ຄວາມ​ສະຫງົບສຸກ.


ໂດຍ​ພາຍໃຕ້​ການ​ຊີ້ນຳ​ຂອງ​ກະສັດ ຄົນ​ຂອງ​ເພິ່ນ​ໄດ້​ທຳລາຍ​ແທ່ນບູຊາ​ທັງໝົດ ທີ່​ເປັນ​ບ່ອນ​ຂາບໄຫວ້​ພະບາອານ​ຈົນ​ໝຸ່ນ​ທະລາຍ ແລະ​ຮື້​ແທ່ນເຜົາ​ເຄື່ອງຫອມ​ທີ່​ຢູ່​ໃກ້​ນັ້ນ​ລົງ. ພວກເຂົາ​ໄດ້​ບົດ​ໃຫ້​ໝຸ່ນ​ຄື: ຮູບ​ເຈົ້າແມ່​ອາເຊຣາ​ແລະ​ຮູບເຄົາຣົບ​ອື່ນໆ​ທັງໝົດ; ແລ້ວ​ກໍ​ໂຮຍ​ຂີ້ຝຸ່ນ​ນັ້ນ​ໃສ່​ເທິງ​ຂຸມຝັງສົບ​ຂອງ​ຄົນ​ທີ່​ຖືກ​ເຜົາບູຊາ​ໃຫ້​ພະ​ເຫຼົ່ານັ້ນ.


ເພິ່ນ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າ​ແລະ​ທຳລາຍ​ກຳແພງ​ເມືອງ​ເຢຣູຊາເລັມ, ຈູດ​ບັນດາ​ຣາຊວັງ​ທັງໝົດ​ແລະ​ທຳລາຍ​ຊັບສົມບັດ​ອັນມີຄ່າ​ໝົດກ້ຽງ.


ແຕ່ກ່ອນ ພຣະອົງ​ລົງໂທດ​ເພາະ​ຂ້ານ້ອຍ​ໄດ້​ເຮັດ​ຜິດ ແຕ່​ບັດນີ້ ຂ້ານ້ອຍ​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະອົງ.


ການ​ຖືກ​ລົງໂທດ​ນັ້ນ​ເປັນ​ການດີ​ແກ່​ຂ້ານ້ອຍ ເພາະ​ເຮັດ​ໃຫ້​ຂ້ານ້ອຍ​ຮຽນຮູ້​ເຖິງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ແຕ່​ກົງກັນຂ້າມ ຈົ່ງ​ມ້າງ​ແທ່ນບູຊາ, ທັບ​ມ້າງ​ເສົາ​ຫີນ​ສັກສິດ ແລະ​ປໍ້າ​ເສົາ​ໄມ້​ສັກສິດ ຊຶ່ງ​ເປັນ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ​ຖິ້ມ.


ບາງຄົນ​ໄດ້​ຮັບ​ປະສົບການ​ອັນ​ເຈັບປວດ ຈຶ່ງ​ເຮັດ​ໃຫ້​ຫັນປ່ຽນ​ທິດທາງເດີນ.


ພວກເຈົ້າ​ຈະ​ເສຍໃຈ​ທີ່​ໄດ້​ຂາບໄຫວ້​ຕົ້ນໄມ້ ແລະ​ປຸກສ້າງ​ບ່ອນ​ສັກສິດ​ໃນ​ສວນ.


ພວກເຂົາ​ຈະ​ບໍ່​ເພິ່ງພາ​ອາໄສ​ແທ່ນບູຊາ ທີ່​ພວກເຂົາ​ໄດ້​ເຮັດ​ດ້ວຍ​ມື​ຂອງ​ເຂົາເອງ ຫລື​ໄວ້ວາງໃຈ​ໃນ​ສີມື​ຂອງຕົນເອງ​ອີກ​ຕໍ່ໄປ ເຊັ່ນ: ຮູບ​ເຈົ້າແມ່​ອາເຊຣາ​ແລະ​ແທ່ນເຜົາ​ເຄື່ອງຫອມ​ບູຊາ​ຕ່າງໆ.


ພວກເຈົ້າ​ຈະ​ເອົາ​ຮູບເຄົາຣົບ​ທີ່​ໂອບ​ດ້ວຍ​ເງິນ ແລະ​ຄຳ ໂຍນ​ຖິ້ມ​ອອກ​ໄປ​ດັ່ງ​ຂອງ​ເປິເປື້ອນ​ໂດຍ​ຮ້ອງ​ວ່າ, “ໜີໄປ​ໃຫ້​ພົ້ນ!”


ໂດຍ​ຣິດອຳນາດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ຈະ​ຕັດສິນ​ແລະ​ຊຳລະ​ປະເທດ​ຊາດ ແລະ​ຊຳລະ​ລ້າງ​ມົນທິນ​ໃຫ້​ສິ້ນ​ໄປ​ຈາກ​ນະຄອນ​ເຢຣູຊາເລັມ ແລະ​ຊຳລະ​ເລືອດ​ທີ່​ໄດ້​ໄຫລ​ລົງ​ທີ່​ນັ້ນ​ດ້ວຍ.


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ເຮົາ​ທົດສອບ​ພວກເຈົ້າ​ໃຫ້​ທົນທຸກ​ໃນ​ແປວໄຟ ດັ່ງ​ຊຸບ​ເງິນ​ໃຫ້​ບໍຣິສຸດ​ໃນ​ເຕົາຫລອມ​ຮ້ອນ.


ເມື່ອ​ພວກເຂົາ​ກັບຄືນ​ມາ ພວກເຂົາ​ຈະ​ກຳຈັດ​ຮູບເຄົາຣົບ​ອັນ​ເປິເປື້ອນ ແລະ​ໜ້າກຽດຊັງ​ທັງໝົດ​ທີ່​ພວກເຂົາ​ພົບເຫັນ​ນັ້ນ​ໃຫ້​ສິ້ນໄປ.


ເຮົາ​ຈະ​ນຳ​ຄົນ​ທີ່​ກະບົດ ແລະ​ເຮັດ​ບາບ​ໃນ​ທ່າມກາງ​ພວກເຈົ້າ​ໜີໄປ. ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ດິນແດນ​ຕ່າງໆ​ທີ່​ພວກເຂົາ​ກຳລັງ​ຢູ່​ດຽວ​ນີ້; ແຕ່​ເຮົາ​ຈະ​ບໍ່​ໃຫ້​ພວກເຂົາ​ກັບຄືນ​ມາ​ສູ່​ດິນແດນ​ອິດສະຣາເອນ​ອີກ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


ແທ່ນບູຊາ​ທັງຫລາຍ​ຈະ​ຖືກ​ຮື້​ຖິ້ມ ແລະ​ແທ່ນເຜົາ​ເຄື່ອງຫອມ​ກໍ​ຈະ​ຖືກ​ທຳລາຍ. ປະຊາຊົນ​ທັງໝົດ​ໃນ​ທີ່ນັ້ນ​ຈະ​ຖືກ​ຂ້າ​ຕໍ່ໜ້າ​ຮູບເຄົາຣົບ​ຂອງ​ພວກເຂົາ.


ຜູ້ນຳ​ທີ່​ມີ​ປັນຍາ​ເຫຼົ່ານີ້​ບາງຄົນ​ຈະ​ຖືກ​ຂ້າ, ແຕ່​ຜົນ​ທີ່​ຕາມ​ມາ​ນັ້ນ ກໍ​ເພື່ອ​ປະຊາຊົນ​ຈະ​ໄດ້​ຖືກ​ຊຳລະ​ລ້າງ​ໃຫ້​ບໍຣິສຸດ. ການ​ນີ້​ຈະ​ມີ​ສືບ​ຕໍ່ໄປ ຈົນເຖິງ​ເວລາ​ແຫ່ງ​ການ​ສິ້ນສຸດ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ໄວ້.


ເອຟຣາອິມ​ເອີຍ ເຮົາ​ຈະ​ບໍ່​ກ່ຽວກັບ​ຮູບເຄົາຣົບ​ຕໍ່ໄປ; ເຮົາ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ແລະ​ດູແລ​ພວກ​ເຂົາ; ເຮົາ​ຈະ​ເປັນ​ທີ່ເພິ່ງ​ໃຫ້​ພວກເຂົາ ດັ່ງ​ຕົ້ນໄມ້​ໃບ​ຂຽວສົດ ເຮົາ​ເປັນ​ບໍ່ເກີດ​ແຫ່ງ​ພຣະພອນ​ຂອງ​ພວກເຂົາ​ທັງສິ້ນ.”


ເຮົາ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ທີ່​ເທິງ​ພູ ມ້າງ​ແລະ​ຮື້​ແທ່ນບູຊາ​ເຄື່ອງຫອມ​ລົງ​ໝົດ ແລະ​ໂຍນ​ສົບ​ພວກເຈົ້າ​ຖິ້ມ​ໃສ່​ເທິງ​ຮູບເຄົາຣົບ​ຂອງ​ພວກເຈົ້າ​ທີ່​ຫັກ​ເພພັງ. ຍ້ອນ​ເຮົາ​ເບື່ອໜ່າຍ​ພວກເຈົ້າ​ຫລາຍ​ທີ່ສຸດ


ເຮົາ​ຈະ​ທຳລາຍ​ເມືອງ​ທັງຫລາຍ​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ທັບມ້າງ​ຄ້າຍ​ປ້ອງກັນ​ທັງໝົດ​ຂອງ​ພວກເຈົ້າ.


ພຣະເຈົ້າຢາເວ​ກ່າວ​ວ່າ, ໃນ​ເວລາ​ນັ້ນ ເຮົາ​ຈະ​ກຳຈັດ​ບັນດາ​ຮູບເຄົາຣົບ​ໃຫ້​ໝົດ​ໄປ​ຈາກ​ດິນແດນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຈົດຈຳພວກ​ມັນ​ໄດ້​ອີກ​ເລີຍ. ເຮົາ​ຈະ​ກຳຈັດ​ທຸກໆຄົນ​ທີ່​ອ້າງ​ຕົວເອງ​ວ່າ​ເປັນ​ຜູ້ທຳນວາຍ ແລະ​ຈະ​ທຳລາຍ​ຄວາມ​ປາຖະໜາ​ທີ່​ຈະ​ຂາບໄຫວ້​ບັນດາ​ຮູບ​ນັ້ນ.


“ແລະ​ເຮົາ​ຈະ​ເຮັດ​ຄຳໝັ້ນ​ສັນຍາ​ນີ້ ກັບ​ພວກເຂົາ ເມື່ອ​ເຮົາ​ອະໄພ​ບາບກຳ ຂອງ​ພວກເຂົາ​ແລ້ວ.”


ເມື່ອ​ເຮົາ​ທັງຫລາຍ​ຖືກ​ທຳ​ໂທດ ໂດຍ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພວກເຮົາ​ກໍ​ຖືກ​ພຣະອົງ​ຊົງ​ຕີສອນ ເພື່ອ​ບໍ່​ໃຫ້​ເຮົາ​ຖືກ​ພິພາກສາ​ລົງໂທດ​ດ້ວຍ​ກັນ​ກັບ​ໂລກ.


ຈົ່ງ​ມ້າງ​ແທ່ນບູຊາ ແລະ​ທັບ​ເສົາ​ຫີນ​ສັກສິດ​ໃຫ້​ແຕກ​ເປັນ​ປ່ຽງໆ. ຈົ່ງ​ເຜົາ​ສັນຍາລັກ​ຂອງ​ເຈົ້າແມ່​ອາເຊຣາ ແລະ​ຕັດ​ຮູບເຄົາຣົບ​ຖິ້ມ​ເປັນ​ທ່ອນໆ ເພື່ອ​ວ່າ​ສະຖານທີ່​ເຫຼົ່ານັ້ນ​ຈະ​ບໍ່​ເປັນ​ທີ່​ຂາບໄຫວ້​ອີກ​ຕໍ່ໄປ.


ເພາະວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຕີສອນ ຜູ້​ທີ່​ພຣະອົງ​ຊົງ​ຮັກ ແລະ​ເມື່ອ​ພຣະອົງ​ຊົງ​ຮັບ​ຜູ້ໃດ​ເປັນ​ລູກ ພຣະອົງ​ກໍ​ຊົງ​ຂ້ຽນສອນ​ຜູ້ນັ້ນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka