ເອຊາຢາ 27:8 - ພຣະຄຳພີສັກສິ8 ພຣະເຈົ້າຢາເວລົງໂທດປະຊາຊົນຂອງພຣະອົງ ໂດຍເນລະເທດເຂົາໃຫ້ໜີໄປ. ພຣະອົງໄດ້ໃຊ້ລົມອັນໂຫດຮ້າຍຈາກທິດຕາເວັນອອກ ພັດສົ່ງພວກເຂົາໄປ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.
ພຣະອົງຕ້ອນຮັບຄົນທີ່ພົບຄວາມຊົມຊື່ນຍິນດີເພາະເຮັດສິ່ງທີ່ຖືກຕ້ອງ ຄືຜູ້ທີ່ຈົດຈຳວ່າພຣະອົງຢາກໃຫ້ພວກເຂົາດຳເນີນຊີວິດຢ່າງໃດ. ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍ ແຕ່ພວກຂ້ານ້ອຍກໍຍັງເຮັດບາບຕໍ່ໄປ; ເຖິງແມ່ນວ່າ ພຣະອົງໄດ້ໂກດຮ້າຍພວກຂ້ານ້ອຍຫຼາຍກໍຕາມ ພວກຂ້ານ້ອຍກໍຍັງສືບຕໍ່ເຮັດບາບຕັ້ງແຕ່ສະໄໝບູຮານມາ.
ພຣະເຈົ້າຢາເວໄດ້ກ່າວວ່າ, “ຢາໂຄບຜູ້ຮັບໃຊ້ຂອງເຮົາເອີຍ ຢ່າຢ້ານກົວເລີຍ ເພາະເຮົາສະຖິດຢູ່ກັບເຈົ້າ ເຮົາຈະທຳລາຍຊົນຊາດທັງຫລາຍໃຫ້ດັບກ້ຽງ ຄືບ່ອນທີ່ເຮົາໄດ້ກະຈັດກະຈາຍພວກເຈົ້າໄປຢູ່ອາໄສ ແຕ່ເຮົາຈະບໍ່ທຳລາຍພວກເຈົ້າທັງໝົດດອກ. ເຮົາຈະປ່ອຍໃຫ້ພວກເຈົ້າໄປລ້າໆກໍບໍ່ຫ່ອນເປັນ ໂດຍບໍ່ໄດ້ຮັບໂທດກຳທີ່ພວກເຈົ້າໄດ້ກະທຳນັ້ນ. ແຕ່ເມື່ອລົງໂທດພວກເຈົ້າ ເຮົາຈະເຮັດຢ່າງຍຸດຕິທຳ.”
ບໍ່ມີການທົດລອງອັນໃດເກີດຂຶ້ນກັບເຈົ້າທັງຫລາຍ ນອກຈາກການທົດລອງທີ່ເຄີຍເກີດຂຶ້ນກັບມະນຸດທົ່ວໄປ ພຣະເຈົ້າຊົງທ່ຽງທຳ ພຣະອົງຈະບໍ່ຊົງຍອມໃຫ້ພວກເຈົ້າຖືກທົດລອງ ເກີນກວ່າທີ່ເຈົ້າຈະທົນໄດ້ ແລະເມື່ອຊົງທົດລອງເຈົ້ານັ້ນ ພຣະອົງຈະຊົງໂຜດໃຫ້ເຈົ້າມີທາງຫລີກໜີໄປໄດ້ດ້ວຍ ເພື່ອເຈົ້າທັງຫລາຍຈະສາມາດທົນໄດ້.