Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 27:5 - ພຣະຄຳພີສັກສິ

5 ແຕ່​ຖ້າ​ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ຂອງເຮົາ ຕ້ອງການ​ໃຫ້​ເຮົາ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ ຈົ່ງ​ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ​ສາ. ຖືກ​ແລ້ວ ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ.”

Uka jalj uñjjattʼäta Copia luraña




ເອຊາຢາ 27:5
22 Jak'a apnaqawi uñst'ayäwi  

ໂຢບ​ເອີຍ ບັດນີ້​ຈົ່ງ​ຄືນດີ​ກັບ​ພຣະເຈົ້າ​ສາ ແລະ​ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ເຈົ້າ. ຢ່າ​ສູ່​ເຮັດ​ກັບ​ພຣະເຈົ້າ​ຄື​ພຣະອົງ​ເປັນ​ສັດຕູ​ໃດ ຖ້າ​ເຮັດ​ໄດ້ ພຣະອົງ​ກໍ​ຈະ​ອວຍພອນ​ເຈົ້າ.


ພຣະເຈົ້າ​ຄື​ພຣະ​ຜູ້ໂຜດຊ່ວຍ​ໃຫ້​ພົ້ນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ໄວ້ວາງໃຈ​ໃນ​ພຣະອົງ ແລະ​ບໍ່​ຢ້ານ. ເພາະ​ພຣະເຈົ້າຢາເວ, ພຣະເຈົ້າຢາເວ​ຊົງ​ເປັນ​ກຳລັງ​ແລະ​ບົດເພງ​ຂອງ​ຂ້ານ້ອຍ ແລະ​ພຣະອົງ​ຊົງເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ​ແລ້ວ.


ຄົນ​ຍາກຈົນ​ຂາດ​ທີ່ເພິ່ງ​ໄດ້​ປົບ​ມາ​ຫາ​ພຣະອົງ ແລະ​ໄດ້​ມີ​ຄວາມ​ປອດໄພ​ໃນ​ຄາວ​ເດືອດຮ້ອນ. ພຣະອົງ​ໄດ້​ໃຫ້​ພວກເຂົາ​ມີ​ບ່ອນຊົ້ນ​ຈາກ​ພະຍຸຮ້າຍ ແລະ​ໃຫ້​ເພິ່ງ​ໃນ​ຮົ່ມ​ຈາກ​ແສງ​ແດດ​ຮ້ອນ. ເຫຼົ່າ​ສັດຕູ​ຜູ້​ໂຫດຮ້າຍ​ກໍໄດ້​ມາ​ໂຈມຕີ ດັ່ງ​ກັບ​ພະຍຸຮ້າຍ​ໂຈມຕີ​ຍາມ​ລະດູ​ໜາວ


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ໄດ້​ຈະເລີນ​ຮຸ່ງເຮືອງ ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ ລ້ວນແຕ່​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ.


ມີ​ຜູ້ໃດ​ແດ່​ຕາບອດ​ກວ່າ​ຜູ້ຮັບໃຊ້​ຂອງເຮົາ​ບໍ? ຜູ້ໃດ​ແດ່​ຫູ​ໜວກ​ກວ່າ​ຜູ້​ສົ່ງຂ່າວ​ທີ່​ເຮົາ​ໃຊ້​ໄປ​ນັ້ນ? ຜູ້ໃດ​ເປັນ​ຕາບອດ​ເໝືອນດັ່ງ​ທ່ານ​ທີ່​ເຮົາ​ມອບໝາຍ​ນັ້ນ, ແລະ​ຕາບອດ​ເໝືອນດັ່ງ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ.


ພວກເຂົາ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, ‘ໂດຍ​ພຣະເຈົ້າຢາເວ​ແຕ່​ອົງດຽວ ພົບ​ຄວາມຊອບທຳ​ແລະ​ກຳລັງ,’ ແຕ່​ທຸກຄົນ​ທີ່​ຄຽດແຄ້ນ​ຕໍ່ສູ້​ເຮົາ ກໍ​ຈະ​ມາ​ຫາ​ເຮົາ ແລະ​ຈະ​ຖືກ​ອັບອາຍ​ຂາຍໜ້າ.


ເຮົາ​ຈະ​ອວຍພອນ​ພວກ​ທີ່​ຢຶດຖື​ວັນ​ຊະບາໂຕ​ແລະ​ຜູ້​ທີ່​ບໍ່​ລະເມີດ​ກົດ​ຂອງ​ວັນ​ຊະບາໂຕ. ເຮົາ​ຈະ​ອວຍພອນ​ຜູ້​ທີ່​ບໍ່​ເຮັດ​ສິ່ງ​ອັນ​ຊົ່ວຊ້າ​ໃດໆ.”


ເຮົາ​ໃຫ້​ສັນຕິສຸກ​ແກ່​ທຸກຄົນ ທັງ​ຜູ້​ທີ່​ຢູ່​ໄກ​ແລະ​ຜູ້​ທີ່​ຢູ່​ໃກ້, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເຮົາ​ຈະ​ປິ່ນປົວ​ປະຊາຊົນ​ຂອງເຮົາ​ໃຫ້​ດີ.


ບໍ່ມີ​ຜູ້ໃດ​ທີ່​ພາວັນນາ​ອະທິຖານ​ຮ້ອງຫາ​ນາມຊື່​ຂອງ​ພຣະອົງ; ບໍ່ມີ​ຜູ້ໃດ​ໄປ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ. ພຣະອົງ​ໄດ້​ລີ້​ພຣະອົງ​ເອງ​ແລະ​ໄດ້​ປະຖິ້ມ ພວກ​ຂ້ານ້ອຍ ກໍ​ເພາະ​ການບາບ​ຂອງ​ພວກ​ຂ້ານ້ອຍ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້​ປະກາດ​ພຣະທຳ ເຈົ້າ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ພວກ​ທີ່​ຮັບໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາຖະໜາ ອ້າ​ແຂນ​ໂອບກອດ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ແມ່​ໄກ່​ຮວບຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ແຕ່​ພວກເຈົ້າ​ຊໍ້າພັດ​ບໍ່​ຍິນຍອມ


ຖ້າ​ສູ້​ບໍ່ໄດ້ ໃນ​ຂະນະ​ຢູ່​ຫ່າງ​ກັນ ເພິ່ນ​ກໍ​ຈະ​ໃຊ້​ທູດ​ໄປ​ພົບ​ກະສັດ​ຜູ້​ນັ້ນ ເພື່ອ​ຖາມ​ເງື່ອນໄຂ​ຂອງ​ການ​ສະຫງົບ​ເສິກ.


ໂດຍ​ຊົງ​ກ່າວ​ວ່າ, “ໃນວັນນີ້ ຖ້າ​ເຈົ້າ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ສັນຕິສຸກ​ກໍ​ເປັນ​ການ​ດີ, ແຕ່​ບັດນີ້ ສິ່ງ​ເຫຼົ່ານັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ຕາ​ຂອງ​ເຈົ້າ​ແລ້ວ.


ເພື່ອ​ວ່າ​ໂດຍ​ສອງ​ປະການ​ທີ່​ປ່ຽນແປງ​ບໍ່ໄດ້ (ເພາະ​ພຣະເຈົ້າ​ຈະ​ກ່າວ​ຄຳ​ຕົວະ​ບໍ່ໄດ້) ເຮົາ ຜູ້​ທີ່​ໄດ້​ໜີ​ໄພ​ຮ້ອນ​ໄປ​ເພີ່ງ​ເຢັນ ຈຶ່ງ​ໄດ້​ຮັບ​ຄວາມ​ຊູໃຈ​ອັນ​ແຮງກ້າ ໃນ​ການ​ທີ່​ຈະ​ຢຶດຖື​ຄວາມຫວັງ ຊຶ່ງ​ມີ​ຢູ່​ຕໍ່ໜ້າ​ເຮົາ​ນັ້ນ.


ຊາວ​ກີເບໂອນ​ຈຶ່ງ​ໄດ້​ຟ້າວ​ສົ່ງ​ຄົນ​ໄປ​ຫາ​ໂຢຊວຍ ທີ່​ຄ້າຍພັກ​ໃນ​ເມືອງ​ກິນການ​ວ່າ, “ທ່ານເອີຍ ກະສັດ​ທັງໝົດ​ຂອງ​ຊາວ​ອາໂມ​ທີ່​ຢູ່​ຕາມ​ເນີນພູ​ຂອງ​ດິນແດນ​ນີ້ ໄດ້​ພາກັນ​ມາ​ຕໍ່ສູ້​ພວກ​ຂ້ານ້ອຍ. ຈົ່ງ​ຟ້າວ​ມາ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka