ເອຊາຢາ 27:11 - ພຣະຄຳພີສັກສິ11 ງ່າໄມ້ກໍຫ່ຽວແຫ້ງແລະຫັກລົງ ແລະພວກຜູ້ຍິງກໍໄປເກັບເອົາມາເຮັດຟືນ. ຍ້ອນປະຊາຊົນບໍ່ໄດ້ເຂົ້າໃຈຫຍັງ ພຣະເຈົ້າອົງເປັນພຣະຜູ້ສ້າງຂອງພວກເຂົາຈຶ່ງຈະບໍ່ໃຫ້ຄວາມເມດຕາປານີ ຫລືສະແດງຄວາມອີດູຕົນໃດໆແກ່ພວກເຂົາເລີຍ. Uka jalj uñjjattʼäta |
ຈົ່ງບອກປ່າທາງທິດໃຕ້ໃຫ້ຟັງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ເບິ່ງແມ! ເຮົາກຳລັງກໍ່ໄຟຂຶ້ນ ແລະມັນຈະໄໝ້ຕົ້ນໄມ້ທຸກຕົ້ນໃນປ່າ ບໍ່ວ່າຕົ້ນເປັນຫລືຕົ້ນຕາຍ. ບໍ່ມີສິ່ງໃດຈະສາມາດມອດມັນໄດ້. ມັນຈະລຸກລາມແຕ່ທິດໃຕ້ຂຶ້ນໄປຫາທິດເໜືອ ແລະທຸກຄົນຈະຮູ້ສຶກເຖິງຄວາມຮ້ອນຂອງໄຟນີ້.