ເອຊາຢາ 27:10 - ພຣະຄຳພີສັກສິ10 ເມືອງທີ່ມີປ້ອມປ້ອງກັນກໍຮົກຮ້າງເພພັງ ຂາດຄົນຢູ່ອາໄສດັ່ງຖິ່ນແຫ້ງແລ້ງກັນດານອັນເປົ່າແປນ. ມັນກາຍເປັນທົ່ງທີ່ສັດພັກຜ່ອນແລະເລາະກິນຫຍ້າ. Uka jalj uñjjattʼäta |
ແລ້ວເຈົ້າກໍຈະເຫັນໂດຍຕົນເອງວ່າ, ‘ຜູ້ໃດເກີດເດັກນ້ອຍເຫຼົ່ານີ້ໃຫ້ຂ້ອຍ? ຂ້ອຍໄດ້ສູນເສຍເດັກນ້ອຍທັງຫລາຍ ແລະກໍບໍ່ສາມາດມີຕື່ມອີກ. ຂ້ອຍຖືກເນລະເທດແລະຂັບໄລ່ໃຫ້ໜີໄປ ແມ່ນຜູ້ໃດນຳເດັກນ້ອຍເຫຼົ່ານີ້ມາໃຫ້? ຂ້ອຍໄດ້ຖືກປະປ່ອຍໃຫ້ຢູ່ປ່ຽວຕາມລຳພັງ ເດັກນ້ອຍເຫຼົ່ານີ້ພັດມາແຕ່ໃສອີກ?”’
“ເມື່ອເຈົ້າເຮເຊກີຢາເປັນກະສັດແຫ່ງຢູດາຍນັ້ນ ຜູ້ທຳນວາຍມີກາແຫ່ງໂມເຣເຊັດໄດ້ບອກປະຊາຊົນທຸກຄົນວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້: ‘ພູເຂົາຊີໂອນເອີຍ ເຈົ້າຈະຖືກໄຖດັ່ງໄຖນາ ນະຄອນເຢຣູຊາເລັມຈະເປັນກອງສິ່ງເພພັງຮົກຮ້າງ ສ່ວນເທິງເນີນພູບ່ອນທີ່ຕັ້ງວິຫານ ກໍຈະກາຍເປັນປ່າດົງພົງໄພຈົນສິ້ນ.’
ດັ່ງນັ້ນ ພູຕ່າງໆຂອງຊາດອິດສະຣາເອນ ຈົ່ງຟັງຖ້ອຍຄຳທີ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວເຖີດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ: ພູເຂົາຕ່າງໆ ແລະເນີນພູຕ່າງໆ, ຫ້ວຍນໍ້າແລະຮ່ອມພູທັງຫຼາຍ ບ່ອນທີ່ຖືກປະປ່ອຍໃຫ້ຮົກຮ້າງເປົ່າປ່ຽວ ແລະເມືອງຮົກຮ້າງຫວ່າງເປົ່າທີ່ຖືກປຸ້ນ ແລະຖືກຫຍໍ້ຫຍັນຈາກທຸກຊົນຊາດທີ່ຢູ່ອ້ອມແອ້ມ.