Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 27:1 - ພຣະຄຳພີສັກສິ

1 ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ຈະ​ໃຊ້​ດາບ​ອັນ​ມີ​ອຳນາດ ແລະ​ເຖິງ​ແກ່​ຄວາມຕາຍ ລົງໂທດ​ເລວີ​ອາທັນ​ມັງກອນ​ຮ້າຍ​ທີ່​ບິດ ແລະ​ກ້ຽວໄປ​ໂງມາ ແລະ​ຂ້າ​ເງືອກ ທີ່​ອາໄສ​ຢູ່​ໃນ​ທະເລ.

Uka jalj uñjjattʼäta Copia luraña




ເອຊາຢາ 27:1
30 Jak'a apnaqawi uñst'ayäwi  

ລົມ​ຫາຍໃຈ​ຂອງ​ພຣະອົງ​ເຮັດ​ໃຫ້​ຟ້າ​ສະຫວັນ​ແຈ່ມໃສ ແລະ​ມື​ພຣະອົງ​ທີ່​ໃຊ້​ຂ້າ​ໄລ່​ຜີບໍລິສາດ​ໜີໄປ​ໄດ້.


ຈົ່ງ​ບອກ​ໝໍມົນ​ໃຫ້​ສາບແຊ່ງ​ມື້​ນັ້ນ​ສາ ຄື​ພວກ​ທີ່​ຮູ້ຈັກ​ຄວບຄຸມ​ເລວີອາທັນ​ໄດ້.


ຊ່າງ​ປະຫລາດ​ແທ້ໆ​ທຸກໆສິ່ງ​ທີ່​ເຮົາ​ໄດ້​ສ້າງ​ມາ ມີ​ແຕ່​ພຣະຜູ້​ສ້າງ​ຂອງມັນ​ເອົາ​ຊະນະ​ມັນ​ໄດ້.


ຜູ້ໃດ​ແດ່​ຈັບ​ເລວີອາທັນ ໄດ້​ດ້ວຍ​ສາຍ​ເບັດ​ນໍ? ຫລື​ມັດ​ລີ້ນ​ມັນ​ດ້ວຍ​ເຊືອກ​ໄວ້​ໄດ້?


ເຮືອ​ແລ່ນ​ໄປມາ​ແລະ​ເງືອກ​ກໍ​ລອຍ​ຫລີ້ນ​ສະບາຍ ຊຶ່ງ​ເປັນ​ສັດ​ໃຫຍ່​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ມາ​ນັ້ນ.


ຈົ່ງ​ຂັດ​ດາບ​ເຖີດ ກະສັດ​ຜູ້​ເກັ່ງກ້າ​ເອີຍ ທ່ານ​ຜູ້​ມີ​ຊື່​ລືນາມ​ແລະ​ສະຫງ່າ​ຜ່າເຜີຍ​ດ້ວຍ.


ພຣະເຈົ້າຢາເວ​ກຳລັງ​ມາ​ແຕ່​ບ່ອນ​ທີ່​ພຣະອົງ​ສະຖິດ​ຢູ່ ເພື່ອ​ລົງໂທດ​ປະຊາກອນ​ໃນ​ໂລກນີ້ ເພາະ​ບາບ​ທີ່​ພວກເຂົາ​ໄດ້​ເຮັດ. ຄາດຕະກອນ​ທີ່​ໄດ້​ຂ້າ​ຄົນ​ຢ່າງ​ລັບລີ້​ຈະ​ຖືກ​ເປີດເຜີຍ ແລະ​ພື້ນດິນ​ກໍ​ຈະ​ບໍ່​ເຊື່ອງຊ້ອນ​ຊາກສົບ​ຂອງ​ຜູ້​ທີ່​ໄດ້​ຖືກ​ຂ້າ​ອີກ​ຕໍ່ໄປ.


ຂ້າແດ່​ພຣະເຈົ້າຢາເວ ຈົ່ງ​ຕື່ນ​ຂຶ້ນ​ຊ່ວຍເຫຼືອ​ພວກ​ຂ້ານ້ອຍ​ແດ່ ຈົ່ງ​ໃຊ້​ຣິດທານຸພາບ​ຊ່ວຍຊູ​ແດ່ທ້ອນ ດັ່ງ​ທີ່​ພຣະອົງ​ໄດ້​ເຮັດ​ໃນ​ສະໄໝ​ບູຮານ ພຣະອົງ​ໄດ້​ຕັດ​ຣາຮາບ ໃນ​ທະເລ​ຂາດ​ເປັນ​ຕ່ອນໆ.


ຊາຕາກຳ​ຂອງ​ພວກເຈົ້າ​ຄື​ການຕາຍ​ຢ່າງ​ໂຫດຫ້ຽມ ເພາະ​ພວກເຈົ້າ​ບໍ່​ຂານຕອບ​ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ​ພວກເຈົ້າ ຫລື​ຍອມ​ຟັງ​ເມື່ອ​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ. ພວກເຈົ້າ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ແລະ​ການ​ເຮັດຊົ່ວ.


ໝາປ່າ​ແລະ​ລູກແກະ​ຈະ​ກິນ​ຮ່ວມກັນ ສິງ​ຈະ​ກິນ​ເຟືອງ​ເໝືອນ​ງົວ ແລະ​ງູພິດ​ກໍ​ຈະ​ກິນ​ຂີ້ດິນ​ຢ່າງ​ພໍໃຈ. ທີ່​ຊີໂອນ​ເທິງ​ເນີນພູ​ສັກສິດ​ຂອງເຮົາ ຈະ​ບໍ່ມີ​ສິ່ງ​ອັນຕະລາຍ​ຫລື​ຊົ່ວຮ້າຍ​ເລີຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.


ພຣະເຈົ້າຢາເວ​ຈະ​ລົງໂທດ​ປະຊາກອນ​ທຸກຄົນ​ໃນ​ໂລກນີ້​ດ້ວຍ​ໄຟ​ແລະ​ດ້ວຍ​ດາບ ທີ່​ພຣະເຈົ້າຢາເວ​ພົບ​ຄວາມຜິດ​ແລະ​ຫລາຍ​ຄົນ​ຈະ​ຖືກ​ປະຫານ.


ພວກເຈົ້າ​ຜູ້​ຮ້ອງ​ວ່າ, ‘ດາບ​ຂອງ​ພຣະເຈົ້າຢາເວ​ເອີຍ ຈະ​ສືບຕໍ່​ຂ້າຟັນ​ເຫິງນານ​ປານໃດ​ແທ້? ຈົ່ງ​ສອດ​ດາບ​ນັ້ນ​ເຂົ້າ​ໄວ້​ໃນ​ຝັກ​ຂອງ​ມັນ​ສາ ແລະ​ໃຫ້​ມັນ​ພັກຜ່ອນ​ນອນ​ຢູ່​ໃນ​ຝັກ​ນັ້ນ.’


ປະເທດ​ນີ້​ມີ​ແມ່ນໍ້າ​ຫລາຍ​ສາຍ ທັງ​ມີ​ຊັບສົມບັດ​ຢ່າງ​ຫລວງຫລາຍ, ແຕ່​ເຖິງ​ຄາວ​ສຸດທ້າຍ​ແລ້ວ ແລະ​ຊີວິດ​ຂອງ​ມັນ​ກໍ​ຖືກ​ຕັດ​ສາ​ແລ້ວ.


“ກະສັດ​ແຫ່ງ​ບາບີໂລນ​ກືນກິນ​ນະຄອນ​ເຢຣູຊາເລັມ ໄດ້​ເຮັດ​ໃຫ້​ນະຄອນ​ຮ້າງເປົ່າ​ດັ່ງ​ໄຫ​ບໍ່ມີ​ຫຍັງ​ຈັກດີ້; ດັ່ງ​ຜີປີສາດ​ໂຕໜຶ່ງ​ກືນກິນ​ນະຄອນ​ເຢຣູຊາເລັມ ເພິ່ນ​ຢຶດ​ສິ່ງ​ທີ່​ຕ້ອງການ​ແລະ​ໂຍນ​ຂອງເຫລືອ​ຖິ້ມ.


ຈົ່ງ​ບອກ​ວ່າ ຕໍ່ໄປນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ແກ່​ກະສັດ​ແຫ່ງ​ເອຢິບ​ວ່າ, ‘ເຮົາ​ເປັນ​ສັດຕູ​ຂອງ​ເຈົ້າ, ເຈົ້າ​ເປັນ​ແຂ້​ຕົວ​ຮ້າຍກາດ​ທີ່​ກຳລັງ​ນອນ​ຢູ່​ໃນ​ນໍ້າ. ເຈົ້າ​ກ່າວ​ວ່າ​ນໍ້ານິນ​ເປັນ​ຂອງເຈົ້າ​ແລະ​ເຈົ້າ​ສ້າງ​ມັນ​ຂຶ້ນ​ມາ.


ຖ້າ​ພວກເຂົາ​ລີ້​ຢູ່​ເທິງ​ຍອດພູ​ກາເມນ ເຮົາ​ກໍ​ຈະ​ຄົ້ນຫາ ແລະ​ຈັບ​ພວກເຂົາ​ມາ. ຖ້າ​ພວກເຂົາ​ລີ້​ຢູ່​ພື້ນ​ທະເລ ເຮົາ​ກໍ​ຈະ​ສັ່ງ​ມັງກອນ​ທະເລ ກັດ​ກິນ​ພວກເຂົາ​ເສຍ.


ມີ​ໝາຍສຳຄັນ​ອີກ​ຢ່າງ​ໜຶ່ງ​ປາກົດ​ໃນ​ສະຫວັນ​ດັ່ງນີ້: ມີ​ພະຍານາກ​ໃຫຍ່​ສີແດງ​ໂຕໜຶ່ງ ມີ​ເຈັດ​ຫົວ ສິບ​ເຂົາ ຢູ່​ເທິງ​ຫົວ​ນັ້ນ​ມີ​ມົງກຸດ​ເຈັດ​ອັນ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ອີກ​ໂຕໜຶ່ງ ຂຶ້ນ​ມາ​ຈາກ​ພື້ນດິນ ມັນ​ມີ​ສອງ​ເຂົາ​ເໝືອນ​ເຂົາ​ແກະນ້ອຍ ມັນ​ເວົ້າ​ເໝືອນ​ພະຍານາກ.


ພວກເຂົາ​ບູຊາ​ພະຍານາກ ເພາະ​ມັນ​ໄດ້​ໃຫ້​ອຳນາດ​ແກ່​ສັດຮ້າຍ​ນັ້ນ ແລະ​ພວກເຂົາ​ໄດ້​ບູຊາ​ສັດຮ້າຍ​ນັ້ນ ໂດຍ​ກ່າວ​ວ່າ, “ໃຜ​ຈະ​ປຽບ​ປານ​ກັບ​ສັດ​ນີ້​ໄດ້ ແລະ​ຜູ້ໃດ​ຈະ​ສາມາດ​ສູ້ຮົບ​ກັບ​ສັດ​ນີ້​ໄດ້.”


ຕໍ່ມາ ຂ້າພະເຈົ້າ​ໄດ້​ເຫັນ​ວິນຍານ​ຊົ່ວຮ້າຍ​ສາມ​ດວງ ມີ​ລັກສະນະ​ເໝືອນ​ໂຕ​ກົບ ວິນຍານ​ນັ້ນ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ພະຍານາກ, ປາກ​ຂອງ​ສັດຮ້າຍ ແລະ​ປາກ​ຂອງ​ຜູ້​ປະກາດ​ພຣະທຳ​ປອມ.


ແລ້ວ​ເທວະດາ​ຕົນ​ໜຶ່ງ​ໃນ​ເຈັດ​ຕົນ ທີ່​ຖື​ຂັນ​ທັງ​ເຈັດ​ໜ່ວຍ​ນັ້ນ ໄດ້​ມາ​ຫາ​ຂ້າພະເຈົ້າ ແລະ​ກ່າວ​ວ່າ, “ເຊີນ​ມາ​ທີ່​ນີ້​ເທີ້ນ ເຮົາ​ຈະ​ໃຫ້​ທ່ານ​ເຫັນ​ການ​ຊົງ​ພິພາກສາ​ລົງໂທດ ຍິງໂສເພນີ​ຄົນ​ສຳຄັນ ທີ່​ນັ່ງ​ຢູ່​ເທິງ​ແມ່ນໍ້າ​ອັນ​ຫລວງຫລາຍ.


ເທວະດາ​ຕົນ​ນັ້ນ ຍັງ​ເວົ້າ​ຕໍ່​ຂ້າພະເຈົ້າ​ອີກ​ວ່າ, “ແມ່ນໍ້າ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ຊຶ່ງ​ເປັນ​ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ໄດ້​ແກ່​ບັນດາ​ຊົນຊາດ ປະຊາຊົນ​ທັງຫລາຍ ບັນດາ​ປະຊາຊາດ ແລະ​ພາສາ​ຕ່າງໆ.


ສ່ວນ​ກອງທັບ​ຂອງ​ພວກເຂົາ​ທີ່​ຍັງເຫລືອ​ຢູ່​ນັ້ນ ກໍ​ຖືກ​ຂ້າ​ດ້ວຍ​ດາບ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ພຣະອົງ ຜູ້​ຊົງ​ນັ່ງ​ເທິງ​ຫລັງ​ມ້າ​ນັ້ນ ແລະ​ຝູງ​ນົກ​ທັງປວງ​ກໍໄດ້​ກິນ​ຊີ້ນ​ຂອງ​ຄົນ​ເຫຼົ່ານັ້ນ​ຈົນ​ອີ່ມ.


ເຫດສະນັ້ນ ຈົ່ງ​ກັບໃຈ​ເສຍ​ໃໝ່, ຖ້າບໍ່​ດັ່ງນັ້ນ ເຮົາ​ຈະ​ມາ​ຫາ​ເຈົ້າ​ໃນ​ບໍ່​ຊ້າ​ນີ້ ແລະ​ຈະ​ຕໍ່ສູ້​ຄົນ​ເຫຼົ່ານັ້ນ ດ້ວຍ​ດາບ​ທີ່​ອອກ​ຈາກ​ປາກ​ຂອງເຮົາ.


ເພິ່ນ​ໄດ້​ຈັບ​ເອົາ​ພະຍານາກ ຊຶ່ງ​ເປັນ​ງູ​ແຕ່​ດຶກດຳບັນ ຄື​ມານຮ້າຍ ແລະ​ມານຊາຕານ ໄດ້​ຜູກ​ມັດ​ມັນ​ໄວ້​ໃນ​ລະຫວ່າງ​ພັນ​ປີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka