Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 26:7 - ພຣະຄຳພີສັກສິ

7 ທາງ​ຂອງ​ຄົນ​ຊອບທຳ​ກໍ​ຮາບພຽງ​ດີ ພຣະອົງ​ຊົງ​ສັດຊື່​ກໍຊົງ​ກະທຳ​ໃຫ້​ທາງ​ແຫ່ງ​ຄວາມ​ຊອບທຳ​ຮາບກ້ຽງ.

Uka jalj uñjjattʼäta Copia luraña




ເອຊາຢາ 26:7
30 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຮູ້​ວ່າ​ພຣະອົງ​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ມະນຸດ​ທຸກຄົນ ແລະ​ພໍໃຈ​ກັບ​ປະຊາຊົນ​ທີ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ. ຂ້ານ້ອຍ​ຂໍ​ມອບ​ສິ່ງ​ທັງໝົດ​ນີ້​ໃຫ້​ພຣະອົງ​ດ້ວຍ​ໃຈ​ເຫລື້ອມໃສ​ສັດທາ ແລະ​ຂ້ານ້ອຍ​ເຫັນ​ວ່າ​ປະຊາຊົນ​ທີ່​ມາ​ເຕົ້າໂຮມ​ກັນ​ທີ່​ນີ້ ພວກເຂົາ​ມີ​ຄວາມ​ສຸກໃຈ​ຫລາຍ​ສໍ່າໃດ ທີ່​ໄດ້​ນຳ​ເອົາ​ເຄື່ອງຂອງ​ມາ​ຖວາຍ​ແກ່​ພຣະອົງ.


ຂ້ອຍ​ໃຫ້​ພຣະເຈົ້າ​ຊັ່ງ​ເບິ່ງ​ໂດຍ​ຕາຊິງ​ອັນ​ທ່ຽງທຳ ພຣະອົງ​ກໍ​ຈະ​ໄດ້​ຮູ້ຈັກ​ວ່າ​ຂ້ອຍ​ສັດຊື່​ສໍ່າໃດ​ແທ້.


ເພາະວ່າ​ພຣະເຈົ້າຢາເວ ຊົງ​ພິທັກ​ຮັກສາ​ຄົນ​ຊອບທຳ ແຕ່​ທາງ​ຂອງ​ຄົນ​ອະທຳ​ຈະ​ຈິບຫາຍໄປ.


ພຣະເຈົ້າຢາເວ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ພຣະເຈົ້າຢາເວ​ປະທັບ​ເທິງ​ພຣະ​ບັນລັງ ຢູ່​ໃນ​ສະຫວັນ ພຣະອົງ​ເຝົ້າເບິ່ງ​ມະນຸດ​ທຸກແຫ່ງ​ທຸກຫົນ ແລະ​ທັງ​ຮູ້ວ່າ​ຄົນ​ກຳລັງ​ເຮັດ​ຫຍັງ​ຢູ່​ດ້ວຍ.


ພຣະເຈົ້າຢາເວ​ເຮັດ​ຖືກຕ້ອງ​ແລະ​ຮັກ​ການ​ກະທຳ​ດີ ຜູ້​ທີ່​ເຮັດ​ຢ່າງ​ນີ້​ກໍ​ຈະ​ອາໄສ​ຢູ່​ຊ້ອງໜ້າ​ພຣະອົງ​ໄດ້.


ຂ້າແດ່​ພຣະເຈົ້າຢາເວ ເປັນເຈົ້າ ຂໍ​ຊົງ​ໂຜດ​ສັ່ງສອນ​ທາງ​ຂອງ​ພຣະອົງ ແລະ​ເຮັດ​ໃຫ້​ຂ້ານ້ອຍ​ຮູ້​ທາງ​ເຫຼົ່ານັ້ນ​ແດ່ທ້ອນ.


ຂໍ​ຊົງ​ໂຜດ​ສັ່ງສອນ​ໃຫ້​ໃຊ້​ຊີວິດ​ໃນ​ຄວາມຈິງ​ຂອງ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະ​ຜູ້​ຊ່ວຍ​ຂອງ​ຂ້ານ້ອຍ​ເລື້ອຍໆ​ມາ ຂ້ານ້ອຍ​ຈຶ່ງ​ໄວ້ວາງໃຈ​ໃນ​ພຣະອົງ​ຕະຫລອດ​ມາ​ບໍ່​ຂາດ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ສັ່ງສອນ ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ຂ້ານ້ອຍ​ກະທຳ​ນັ້ນ ໂຜດ​ນຳພາ​ໄປ​ໃນ​ທາງ​ທີ່​ປອດໄພ ເພາະ​ຂ້ານ້ອຍ​ມີ​ສັດຕູ​ຫລາຍ.


ສິ່ງ​ທີ່​ເຫຼົ່າ​ສັດຕູ​ຂອງ​ຂ້ານ້ອຍ​ເວົ້າ​ເປັນ​ທີ່​ວາງໃຈ​ບໍ່ໄດ້​ເລີຍ ພວກເຂົາ​ຄິດ​ແຕ່​ຫາທາງ​ທຳລາຍ​ເທົ່ານັ້ນ ຄື​ເວົ້າ​ປະຈົບ​ປະແຈງ​ແລະ​ເອາະເຊາະ​ດີ ແຕ່​ເຕັມ​ໄປ​ດ້ວຍ​ຄຳຫລອກລວງ ໃຫ້​ເຖິງ​ຕາຍ​ທັງສິ້ນ.


ຄວາມ​ສັດຊື່​ເຮັດ​ໃຫ້​ຄົນດີ​ມີ​ຊີວິດ​ຢູ່​ຢ່າງ​ສຸກ​ສະບາຍ, ແຕ່​ຄົນຊົ່ວຮ້າຍ​ພັດ​ຕາຍໄປ​ຍ້ອນ​ຄວາມຊົ່ວ​ທີ່​ຕົນ​ໄດ້​ກະທຳ​ໄວ້.


ເມື່ອ​ມີ​ພໍ່​ທີ່​ສັດຊື່​ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ ເຮັດ​ໃຫ້​ລູກ​ຂອງຕົນ​ໄດ້​ຮັບ​ພຣະພອນ.


ຄົນ​ມີ​ຄວາມຜິດ​ຍ່າງ​ໃນ​ທາງ​ທີ່​ຄົດລ້ຽວ ຄົນ​ບໍ່ມີ​ຄວາມຜິດ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ.


ຈົ່ງ​ລະນຶກເຖິງ​ພຣະເຈົ້າ​ໃນ​ທຸກສິ່ງ​ທີ່​ເຈົ້າ​ກະທຳ ແລະ​ພຣະອົງ​ຈະ​ໃຫ້​ເຈົ້າ​ເຫັນ​ຫົນທາງ​ອັນ​ຖືກຕ້ອງ.


ທາງ​ຂອງ​ຄົນ​ຊອບທຳ​ເດີນ​ໄປ​ນັ້ນ​ເປັນ​ດັ່ງ​ຕາເວັນ​ຂຶ້ນ​ໃນ​ຍາມ​ເຊົ້າ ໂດຍ​ສ່ອງແສງ​ເຫລື້ອມໃສ​ຂຶ້ນ​ໄປ​ຈົນກວ່າ​ກາງເວັນ​ມາຮອດ.


ເຖິງປານນັ້ນ​ກໍຕາມ ພຣະເຈົ້າຢາເວ​ກໍ​ຍັງ​ລໍຖ້າ ເພື່ອ​ໃຫ້​ຄວາມ​ເມດຕາ​ແກ່​ພວກເຈົ້າ​ຢູ່. ພຣະອົງ​ພ້ອມ​ທີ່​ຈະ​ໃຫ້​ຄວາມ​ເມດຕາ​ສົງສານ​ແກ່​ພວກເຈົ້າ ຍ້ອນ​ພຣະເຈົ້າຢາເວ​ແມ່ນ​ພຣະເຈົ້າ​ແຫ່ງ​ການ​ຕັດສິນ. ຄວາມສຸກ​ເປັນ​ຂອງ​ຜູ້​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ທາງຫລວງ​ສາຍ​ໜຶ່ງ​ຈະ​ຖືກ​ສ້າງ​ຂຶ້ນ​ມາ ທີ່​ມີ​ຊື່​ວ່າ, “ທາງ​ແຫ່ງ​ຄວາມ​ບໍຣິສຸດ” ອັນ​ແທ້ຈິງ. ຈະ​ບໍ່ມີ​ຄົນບາບ​ເດີນ​ໄປ​ໃນ​ທາງ​ນັ້ນ​ເລີຍ ແມ່ນແຕ່​ຄົນໂງ່​ກໍ​ຈະ​ບໍ່​ຫລົງ​ໃນ​ທາງ​ນັ້ນ.


ປະຊາຊົນ​ຂອງເຮົາ​ຜູ້​ຕາບອດ ເຮົາ​ຈະ​ນຳພາ ໃຫ້​ເດີນ​ໄປ​ຕາມ​ທາງ​ທີ່​ພວກເຂົາ​ບໍ່​ເຄີຍທຽວ​ຈັກເທື່ອ. ເຮົາ​ຈະ​ປ່ຽນ​ມືດ​ໃຫ້​ເປັນ​ແຈ້ງ​ສຳລັບ​ພວກເຂົາ ທີ່​ຫລຸບ​ທີ່​ໂນນ​ໃຫ້​ເປັນ​ທີ່​ຮາບພຽງ​ແລະ​ອ່ອນນຸ້ມ. ສິ່ງ​ເຫຼົ່ານີ້​ແຫລະ ເປັນ​ຄຳສັນຍາ​ຂອງເຮົາ ເຮົາ​ຈະ​ຮັກສາ​ສິ່ງ​ນັ້ນ​ໄວ້​ຢ່າງ​ແນ່ແທ້.


ເທື່ອ​ນີ້​ບໍ່​ຈຳເປັນ​ຕ້ອງ​ຟ້າວຟັ່ງ​ອອກ​ໄປ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ປົບໜີໄປ​ດອກ ພຣະເຈົ້າຢາເວ​ຈະ​ນຳໜ້າ​ອອກ​ໄປ ພຣະອົງ​ຈະ​ປົກປັກ​ຮັກສາ​ພວກເຈົ້າ​ຮອບດ້ານ.


ພວກ​ທີ່​ດຳເນີນ​ຊີວິດ​ໃນ​ຄວາມ​ທ່ຽງທຳ​ຈະ​ພົບ​ສັນຕິສຸກ ແລະ​ການ​ພັກຜ່ອນ​ໃນ​ຄວາມຕາຍ​ຂອງ​ພວກເຂົາ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້​ວ່າ ຊີວິດ​ຂອງ​ມະນຸດ​ບໍ່ໄດ້​ຢູ່​ທີ່​ຕົວເຂົາ ບໍ່ມີ​ຜູ້ໃດ​ຄວບຄຸມ​ຊີວິດ​ຂອງ​ຕົນເອງ​ໄດ້.


ຂໍ​ໃຫ້​ພວກ​ທີ່​ມີ​ປັນຍາ ຈົ່ງ​ເຂົ້າໃຈ​ເອົາ​ສິ່ງ​ທີ່​ມີ​ຂຽນ​ໄວ້​ນີ້; ຂໍ​ໃຫ້​ພວກເຂົາ​ຈຳ​ໃສ່ໃຈ​ໄວ້. ທາງ​ຂອງ​ພຣະເຈົ້າຢາເວ​ຖືກຕ້ອງ ແລະ​ບັນດາ​ຜູ້​ຊອບທຳ​ຍ່ອມ​ດຳເນີນ​ຕາມ​ທາງນີ້, ແຕ່​ບັນດາ​ຄົນບາບ​ຈະ​ຕຳ​ສະດຸດ ແລະ​ລົ້ມລົງ​ເພາະ​ລະເລີຍ​ທາງນີ້.


ແຕ່​ພຣະເຈົ້າຢາເວ​ຍັງ​ສະຖິດ​ຢູ່​ໃນ​ເມືອງນີ້ ພຣະອົງ​ເຮັດ​ຖືກຕ້ອງ ແລະ​ບໍ່​ເຮັດ​ຜິດ​ຈັກເທື່ອ. ທຸກໆເຊົ້າ​ພຣະອົງ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ​ບໍ່ໄດ້​ຂາດ. ແຕ່​ເຖິງ​ປານ​ນັ້ນ ຄົນ​ອະທຳ​ໃນ​ທີ່ນັ້ນ​ກໍ​ຍັງ​ສືບຕໍ່​ເຮັດ​ຜິດ ແລະ​ບໍ່​ລະອາຍ​ໃຈ.


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.


ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພວກເຮົາ​ເອກອ້າງ​ໄດ້​ຄື: ໃຈ​ສຳນຶກ​ຜິດແລະຊອບ​ຂອງ​ພວກເຮົາ​ກໍ​ເປັນ​ພະຍານ​ວ່າ, ການ​ດຳເນີນ​ຊີວິດ​ຂອງ​ພວກເຮົາ​ຢູ່​ໃນ​ໂລກນີ້ ດ້ວຍ​ຄວາມ​ບໍຣິສຸດ​ໃຈ​ແລະ​ດ້ວຍ​ຄວາມ​ຈິງໃຈ​ທີ່​ມາ​ຈາກ​ພຣະເຈົ້າ ບໍ່ແມ່ນ​ໂດຍ​ປັນຍາ​ຂອງ​ມະນຸດ ແຕ່​ເປັນ​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ.


ເພາະວ່າ ເຮົາ​ທັງຫລາຍ​ເປັນ​ສີ​ພຣະຫັດ​ຂອງ​ພຣະອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ໃຫ້​ປະກອບ​ການ​ດີ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ລ່ວງໜ້າ​ໄວ້​ກ່ອນ​ແລ້ວ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.


ດັ່ງນັ້ນ ຈຶ່ງ​ເຫັນ​ໄດ້​ວ່າ​ຜູ້ໃດ​ເປັນ​ລູກ​ຂອງ​ພຣະເຈົ້າ ແລະ​ຜູ້ໃດ​ເປັນ​ລູກ​ຂອງ​ມານຮ້າຍ ຄື​ຜູ້ໃດ​ທີ່​ບໍ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ຫລື​ບໍ່​ຮັກ​ພີ່ນ້ອງ​ຂອງຕົນ ຜູ້ນັ້ນ​ກໍ​ບໍ່ແມ່ນ​ລູກ​ຂອງ​ພຣະເຈົ້າ.


ລູກ​ນ້ອຍ​ທັງຫລາຍ​ເອີຍ, ຢ່າ​ໃຫ້​ຜູ້ໃດ​ຊັກຈູງ​ພວກເຈົ້າ​ໃຫ້​ຫລົງ ຜູ້​ທີ່​ເຮັດ​ຕາມ​ຄວາມ​ທ່ຽງທຳ ກໍ​ເປັນ​ຜູ້​ທ່ຽງທຳ ເໝືອນ​ພຣະອົງ​ຜູ້​ຊົງ​ທ່ຽງທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka