6 ບັດນີ້ ພວກທີ່ຖືກກົດຂີ່ກໍຢຽບຂີ້ຝຸ່ນດິນນັ້ນໄປ ແລະຢຽບຢໍ່າຢູ່ໃຕ້ພື້ນຕີນຂອງເຂົາເຈົ້າ.
ລາວຈຶ່ງຮ້ອງບອກພວກເຂົາວ່າ, “ໂຍນນາງລົງມານີ້”. ພວກເຂົາໄດ້ໂຍນນາງລົງ ແລະເລືອດນາງໄດ້ຟົ້ງຖືກຝາແລະຖືກຝູງມ້າ. ເຢຮູຂັບລົດມ້າຂອງຕົນຢຽບຊາກສົບຂອງນາງ
ເພິ່ນຈະຕັດສິນຄົນທຸກລຳບາກຢ່າງຍຸດຕິທຳ ແລະປ້ອງກັນສິດທິຂອງຜູ້ທີ່ຕໍ່າຕ້ອຍ. ເມື່ອເພິ່ນສັ່ງແລ້ວຄົນຈະຕ້ອງໄດ້ຮັບໂທດກຳ ແລະຄົນກະທຳການຊົ່ວຮ້າຍຕ່າງກໍຈະຕາຍໄປສິ້ນ.
ພຣະເຈົ້າຢາເວຈະປົກປ້ອງພູເຂົາຊີໂອນ; ແຕ່ປະຊາຊົນຊາວໂມອາບຈະຖືກຢຽບຢໍ່າລົງ ເໝືອນກັນກັບຄົນຢຽບຢໍ່າເຟືອງເພື່ອເຮັດຝຸ່ນ.
ຄວາມອວດອົ່ງຈອງຫອງຂອງບັນດາຜູ້ນຳເຫຼົ່ານັ້ນ ຈະຖືກຢຽບຢໍ່າລົງໃຕ້ພື້ນຕີນ.
ຄົນຍາກຈົນແລະຄົນຖ່ອມຕົວຈະພົບຄວາມສຸກອີກເທື່ອໜຶ່ງ ທີ່ພຣະເຈົ້າຢາເວອົງບໍຣິສຸດຂອງຊາດອິດສະຣາເອນມອບໃຫ້.
ພຣະເຈົ້າຢາເວກຳລັງນຳຄົນເຫຼົ່ານີ້ມາຕັດສິນ ຄືບັນດາເຖົ້າແກ່ແລະບັນດາຜູ້ນຳປະຊາຊົນຂອງພຣະອົງ. ພຣະອົງກ່າວຟ້ອງດັ່ງນີ້: “ພວກເຈົ້າໄດ້ປຸ້ນເອົາສວນອະງຸ່ນ ແລະໃນເຮືອນຂອງພວກເຈົ້າກໍເຕັມໄປດ້ວຍສິ່ງຂອງ ທີ່ພວກເຈົ້າໄດ້ຢຶດເອົາມາຈາກຄົນຍາກຈົນ.
ພວກເຈົ້າບໍ່ມີສິດທີ່ຈະຢຽບຢໍ່າປະຊາຊົນຂອງເຮົາ ແລະເອົາລັດເອົາປຽບຄົນຍາກຈົນ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ເຈົ້າຄຸຍໂມ້ວ່າເຈົ້າໄດ້ຂຸດນໍ້າສ້າງ ແລະດື່ມນໍ້າໃນດິນແດນຕ່າງດ້າວ ແລະທັງຄຸຍອີກວ່າທະຫານຂອງເຈົ້າໄດ້ຢຽບແມ່ນໍ້ານິນ ຈົນແຫ້ງ.
ພວກລູກຊາຍຂອງຄົນທີ່ກົດຂີ່ເຈົ້າກໍຈະມາ ກົ້ມຂາບລົງເພື່ອໃຫ້ຄວາມນັບຖືແກ່ເຈົ້າ. ຜູ້ທີ່ເຄີຍຫຍໍ້ຫຍັນເຈົ້າແຕ່ເມື່ອກ່ອນເມື່ອຫລັງ ກໍຈະນະມັດສະການເຮົາທີ່ແທບຕີນເຈົ້າ. ພວກເຂົາຈະເອີ້ນເຈົ້າວ່າ, ‘ນະຄອນຂອງພຣະເຈົ້າຢາເວ’ ‘ຊີໂອນ ເມືອງຂອງອົງບໍຣິສຸດແຫ່ງຊາດອິດສະຣາເອນ.’
ສະນັ້ນ ຈົ່ງຟັງແຜນການທີ່ພຣະເຈົ້າຢາເວໄດ້ຕຽມໄວ້ເພື່ອຕໍ່ສູ້ນະຄອນບາບີໂລນ ແລະສິ່ງທີ່ເຮົາຕັ້ງໃຈເຮັດຕໍ່ປະຊາຊົນຂອງເມືອງນີ້. ແມ່ນແຕ່ບັນດາລູກຂອງພວກເຂົາກໍຈະຖືກລາກໄປ ແລະທຸກຄົນຈະເກີດຢ້ານກົວໃຫຍ່.
ອຳນາດແລະຄວາມຍິ່ງໃຫຍ່ຂອງອານາຈັກທັງໝົດໃນແຜ່ນດິນໂລກນັ້ນ ຈະຖືກມອບໃຫ້ແກ່ປະຊາຊົນຂອງພຣະເຈົ້າອົງສູງສຸດ. ອຳນາດແຫ່ງກະສັດຂອງພວກເຂົາຈະບໍ່ສິ້ນສຸດໄປ ແລະບັນດາຜູ້ປົກຄອງທັງໝົດທີ່ເທິງແຜ່ນດິນໂລກຈະຮັບໃຊ້ແລະເຊື່ອຟັງພວກເຂົາ.
ໃນວັນນັ້ນ ພວກເຈົ້າທີ່ເປັນປະຊາຊົນຂອງເຮົາ ຈະບໍ່ໄດ້ອັບອາຍຂາຍໜ້າອີກຕໍ່ໄປ ຍ້ອນໄດ້ກະບົດຕໍ່ສູ້ເຮົາ. ເຮົາຈະກຳຈັດທຸກຄົນ ທີ່ອວດດີແລະຈອງຫອງໃຫ້ໝົດສິ້ນໄປ ແລະພວກເຈົ້າຈະບໍ່ກະບົດຕໍ່ສູ້ເຮົາອີກຕໍ່ໄປ ທີ່ເທິງເນີນພູສັກສິດຂອງເຮົາ.
ໃນມື້ທີ່ເຮົາດຳເນີນການນັ້ນ ພວກເຈົ້າຈະຊະນະຄົນຊົ່ວຊ້າອະທຳ ແລະພວກເຂົາຈະເປັນດັ່ງຂີ້ຝຸ່ນຢູ່ໃຕ້ພື້ນຕີນຂອງພວກເຈົ້າ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນັ້ນແຫຼະ.
ເບິ່ງແມ! ເຮົາໄດ້ໃຫ້ພວກເຈົ້າມີສິດອຳນາດຢຽບງູ ແລະແມງງອດ ແລະໃຫ້ມີຣິດອຳນາດເໜືອກຳລັງຂອງສັດຕູ ແລະບໍ່ມີສິ່ງໃດ ຈະເຮັດອັນຕະລາຍແກ່ພວກເຈົ້າໄດ້.
ແລະຍັງອີກບໍ່ດົນພຣະເຈົ້າແຫ່ງສັນຕິສຸກຂອງພວກເຮົາ ຈະປາບມານຊາຕານໃຫ້ໝຸ່ນທະລາຍຢູ່ໃຕ້ພື້ນຕີນຂອງພວກເຈົ້າ. ຂໍໃຫ້ພຣະຄຸນຂອງອົງພຣະເຢຊູຄຣິດເຈົ້າຂອງເຮົາທັງຫລາຍ ຈົ່ງສະຖິດຢູ່ກັບພວກເຈົ້າເທີ້ນ.
ພີ່ນ້ອງທັງຫລາຍເອີຍ, ຈົ່ງພິຈາລະນາເບິ່ງວ່າ ພວກເຈົ້າທີ່ພຣະເຈົ້າໄດ້ຊົງໂຜດເອີ້ນມານັ້ນ ເປັນຄົນຢ່າງໃດ? ຄືຄົນທີ່ມະນຸດຖືວ່າສະຫລາດກໍມີໜ້ອຍຄົນ, ຄົນທີ່ມີອຳນາດກໍມີໜ້ອຍຄົນ ຄົນທີ່ມີຖານະສູງກໍມີໜ້ອຍຄົນ.
ພີ່ນ້ອງທີ່ຮັກທັງຫລາຍຂອງເຮົາເອີຍ, ຈົ່ງຟັງເທີ້ນ ພຣະເຈົ້າໄດ້ເລືອກເອົາຄົນທຸກຈົນໃນໂລກນີ້ ໃຫ້ເປັນຄົນຮັ່ງມີຝ່າຍຄວາມເຊື່ອ ແລະໃຫ້ເປັນຜູ້ຮັບແຜ່ນດິນຂອງພຣະອົງ ທີ່ພຣະອົງຊົງສັນຍາໄວ້ສຳລັບຄົນທີ່ຮັກພຣະອົງ.
ແລະຖືກຄຸມຕົວໄປຫາໂຢຊວຍ. ແລ້ວໂຢຊວຍກໍເອີ້ນທະຫານທັງໝົດອອກມາຫາຕົນ ແລະສັ່ງໃຫ້ນາຍທະຫານທີ່ອອກໄປກັບເພິ່ນນັ້ນວ່າ, “ຈົ່ງໄປຢຽບຄໍກະສັດຫ້າຄົນນີ້ສາ.” ພວກນາຍທະຫານຂອງເພິ່ນກໍປະຕິບັດຕາມ.
ຜູ້ທີ່ມີໄຊຊະນະ ແລະຖືຮັກສາກິດຈະການຂອງເຮົາໄວ້ຈົນເຖິງທີ່ສຸດ, ເຮົາຈະໃຫ້ຜູ້ນັ້ນມີອຳນາດປົກຄອງບັນດາປະຊາຊາດ
ເບິ່ງແມ! ສ່ວນກຸ່ມຄົນທີ່ເປັນພັກພວກຂອງມານຊາຕານ ຄືຄົນເວົ້າຕົວະເຫຼົ່ານັ້ນທີ່ອ້າງວ່າເປັນຢິວແຕ່ບໍ່ເປັນນັ້ນ ເຮົາຈະໃຫ້ພວກເຂົາມາຂາບທີ່ຕີນຂອງເຈົ້າ ແລະຈະໃຫ້ພວກເຂົາທຸກຄົນຮູ້ຈັກວ່າຝ່າຍເຮົາໄດ້ຮັກເຈົ້າ.