ເອຊາຢາ 26:3 - ພຣະຄຳພີສັກສິ3 ຂໍໂຜດໃຫ້ມີສັນຕິສຸກເຖີດ ເປັນສັນຕິສຸກອັນຄົບຖ້ວນແກ່ທຸກຄົນດ້ວຍ ຄືຜູ້ທີ່ຢຶດໝັ້ນແທ້ຈິງໃນເປົ້າໝາຍຂອງຕົນ ແລະແກ່ທຸກຄົນທີ່ໄວ້ວາງໃຈໃນພຣະອົງ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວຕໍ່ປະຊາຊົນຂອງພຣະອົງວ່າ, “ເມື່ອເຖິງເວລາທີ່ຈະຊ່ວຍເຈົ້າໃຫ້ພົ້ນ ເຮົາຈະເຫັນໃຈເຈົ້າ ແລະຕອບຄຳຮ້ອງຂໍ ຈະເຝົ້າເບິ່ງແຍງຮັກສາ ແລະປົກປ້ອງເຈົ້າໄວ້ ໂດຍທາງເຈົ້າ ເຮົາຈະຕັ້ງພັນທະສັນຍາ ກັບຊົນຊາດທັງຫລາຍທີ່ຢູ່ໃນໂລກນີ້. ເຮົາຈະນຳເຈົ້າໃຫ້ຕັ້ງຖິ່ນຖານເທື່ອໃໝ່ ໃນດິນແດນທີ່ເວລານີ້ຮົກຮ້າງຫວ່າງຄົນ.
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.
ກະສັດເນບູກາດເນັດຊາໄດ້ກ່າວວ່າ, “ສັນລະເສີນພຣະເຈົ້າຂອງຊັດຣາກ, ເມຊາກ ແລະອາເບັດເນໂກ ພຣະອົງໄດ້ໃຊ້ເທວະດາຂອງພຣະອົງລົງມາຊ່ວຍກູ້ເອົາຊາຍເຫຼົ່ານີ້ທີ່ຮັບໃຊ້ ແລະໄວ້ວາງໃຈໃນພຣະອົງ. ພວກເຂົາບໍ່ຍອມເຊື່ອຟັງຄຳສັ່ງຂອງເຮົາ ແລະໄດ້ສ່ຽງຊີວິດຂອງພວກຕົນ ແທນທີ່ຈະກົ້ມລົງ ແລະຂາບໄຫວ້ພະອື່ນ ນອກຈາກພຣະເຈົ້າຂອງຕົນເອງ.