Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 26:20 - ພຣະຄຳພີສັກສິ

20 ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ເມືອ​ເຮືອນ​ຂອງ​ພວກເຈົ້າ​ແລະ​ອັດ​ປະຕູ​ໄວ້​ສາ. ຈົ່ງ​ຊ້ອນຕົວ​ພວກເຈົ້າ​ໄວ້​ຊົ່ວ​ໄລຍະ​ໜຶ່ງ ຈົນກວ່າ​ພຣະເຈົ້າ​ເຊົາ​ໂກດຮ້າຍ.

Uka jalj uñjjattʼäta Copia luraña




ເອຊາຢາ 26:20
34 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ບອກ​ໂນອາ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ເຮືອ​ກັບ​ຄອບຄົວ​ທັງໝົດ​ຂອງ​ເຈົ້າ; ເຮົາ​ເຫັນ​ແລ້ວ​ວ່າ ແມ່ນ​ເຈົ້າ​ຜູ້​ດຽວ​ເທົ່ານັ້ນ​ໃນ​ໝົດ​ທັງ​ໂລກນີ້​ທີ່​ເຮັດ​ສິ່ງ​ຊອບທຳ.


ຫລັງຈາກ​ຈັດ​ສັດ​ທຸກ​ຊະນິດ ແລະ​ທຸກສິ່ງ​ທີ່​ມີ​ຊີວິດ​ພ້ອມ​ກັບ​ໂນອາ​ເຂົ້າ​ໃນ​ເຮືອ ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ແລ້ວ ພຣະເຈົ້າຢາເວ​ກໍໄດ້​ອັດ​ປະຕູ​ເຮືອ.


ຂ້ານ້ອຍ​ຢາກ​ໃຫ້​ຖືກ​ເຊື່ອງໄວ້​ທີ່​ໂລກ​ຄົນຕາຍ ຄື​ເຊື່ອງ​ຂ້ານ້ອຍ​ໄວ້​ໃນ​ແດນ​ມໍຣະນາ​ພຸ້ນ; ຈົນ​ໃຫ້​ເຖິງ​ວັນ​ທີ່​ພຣະອົງ​ເຊົາ​ໂກດຮ້າຍ​ຂ້ານ້ອຍ ຊຶ່ງ​ພຣະອົງ​ຈະ​ຈົດຈຳ​ຂ້ານ້ອຍ​ໄດ້​ຄື​ເກົ່າ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຊອກ​ຫາ​ການ​ຄຸ້ມຄອງ​ຈາກ​ພຣະອົງ ໂຜດ​ຊ່ວຍກູ້​ຂ້ານ້ອຍ​ຈາກ​ສັດຕູ​ແດ່ທ້ອນ.


ຂໍ​ຊົງ​ໂຜດ​ຄຸ້ມຄອງ​ຂ້ານ້ອຍ​ໄວ້​ດັ່ງ​ແກ້ວຕາ​ຂອງ​ພຣະອົງ ຂໍ​ຊົງ​ໂຜດ​ປົກບັງ​ຂ້ານ້ອຍ​ໄວ້​ໃຕ້​ຮົ່ມ​ປີກ​ຂອງ​ພຣະອົງ ແລະ​ຊົງ​ປົກປ້ອງ​ຂ້ານ້ອຍ​ໄວ້​ຈາກ​ການ​ໂຈມຕີ​ຂອງ​ຄົນຊົ່ວຮ້າຍ​ດ້ວຍ.


ໃນ​ຍາມ​ຍາກ​ລຳບາກ​ພຣະອົງ​ຈະ​ເປັນ​ຮົ່ມ​ໃຫ້​ຂ້ານ້ອຍ ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້ ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ ແລະ​ໃຫ້​ຂ້ານ້ອຍ​ຢູ່​ເທິງ​ໂງ່ນຫີນ​ສູງ​ຢ່າງ​ປອດໄພ.


ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມີ​ຢູ່​ພຽງ​ຊົ່ວຄາວ ຄຸນຄວາມດີ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ຊົ່ວຊີວິດ. ນໍ້າຕາ​ອາດ​ໄຫລຫລັ່ງ​ໃນ​ເວລາ​ກາງຄືນ ແຕ່​ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ມາ​ໃນ​ຕອນເຊົ້າ.


ພຣະອົງ​ປ້ອງກັນ​ພວກເຂົາ​ໄວ້​ຢ່າງ​ປອດໄພ ໃຕ້​ຮົ່ມ​ພຣະຄຸນ​ຂອງ​ພຣະອົງ ເພື່ອ​ໃຫ້​ພົ້ນ​ຈາກ​ແຜນການ​ປອງຮ້າຍ​ຂອງ​ມະນຸດ ພຣະອົງ​ເຊື່ອງ​ພວກເຂົາ​ໄວ້​ໃນ​ບ່ອນ​ເພິ່ງອີງ​ທີ່​ປອດໄພ ໃຫ້​ພົ້ນ​ຈາກ​ຄຳ​ດູໝິ່ນ​ນິນທາ​ຂອງ​ຄູ່​ຕໍ່ສູ້.


ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍ​ນັ້ນ​ແມ່ນ​ພຣະອົງ ຜູ້​ຈະ​ຊ່ວຍ​ຂ້ານ້ອຍ​ຈາກ​ຄວາມ​ເດືອດຮ້ອນ​ໄດ້. ຂ້ານ້ອຍ​ເປັ່ງ​ສຽງ​ຮ້ອງ​ເຖິງ​ຄວາມ​ພົ້ນ​ຂອງ​ພຣະອົງ ເພາະ​ພຣະອົງ​ຄຸ້ມຄອງ​ຮັກສາ​ຂ້ານ້ອຍ​ໄວ້.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ເມດຕາ​ແລະ​ອີດູ​ແດ່​ ເພາະ​ມາ​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະອົງ. ຢູ່​ໃຕ້​ປີກ​ຂອງ​ພຣະອົງ​ນັ້ນ​ຂ້ານ້ອຍ​ໄດ້​ພົບ​ຄວາມ​ຄຸ້ມຄອງ ຈົນກວ່າ​ລົມ​ພະຍຸ​ຮ້າຍ​ຜ່ານ​ພົ້ນ​ໄປ​ແລ້ວ.


ຂ້ານ້ອຍ​ຮ້ອງຫາ​ພຣະເຈົ້າ​ອົງ​ສູງສຸດ ຄື​ອົງ​ທີ່​ປະທານ​ສິ່ງ​ສາລະພັດ​ທີ່​ຂ້ານ້ອຍ​ຂາດ​ຢູ່​ນັ້ນ.


ຜູ້ໃດ​ທີ່​ໄປ​ເພິ່ງ​ພຣະເຈົ້າ​ສຳລັບ​ຄວາມ​ປອດໄພ ແລະ​ຜູ້​ທີ່​ຢູ່​ພາຍໃຕ້​ການ​ຄຸ້ມຄອງ​ຂອງ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່


ພຣະອົງ​ຈະ​ປົກຕຸ້ມ​ເຈົ້າ​ໄວ້​ດ້ວຍ​ປີກ​ຂອງ​ພຣະອົງ ແລະ​ເຈົ້າ​ຈະ​ປອດໄພ​ເພາະ​ພຣະອົງ​ຮັກສາ​ໄວ້. ຄວາມສັດຊື່​ຂອງ​ພຣະອົງ​ນັ້ນ​ຈະ​ປົກປ້ອງ​ຄຸ້ມຄອງ ແລະ​ທັງ​ຈະ​ປ້ອງກັນ​ຮັກສາ​ເຈົ້າ​ໄວ້​ດ້ວຍ.


ພຣະອົງ​ໃຫ້​ພວກເຂົາ​ໄດ້​ພັກຜ່ອນ ຈາກ​ວັນ​ແຫ່ງ​ຄວາມ​ຍາກລຳບາກ ຈົນກວ່າ​ພຣະອົງ​ຈະ​ຂຸດ​ຂຸມ​ດັກຈັບ​ຄົນ​ຊົ່ວຮ້າຍ.


ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ດັ່ງ​ປ້ອມ​ທີ່​ເຂັ້ມແຂງ ຄື​ບ່ອນ​ທີ່​ຄົນ​ຊອບທຳ​ໄປ​ຢູ່​ຢ່າງ​ປອດໄພ​ໄດ້.


ຄົນ​ທີ່​ຢັ່ງຮູ້​ຍ່ອມ​ເຫັນ​ຄວາມ​ເດືອດຮ້ອນ​ຈະ​ມາ​ເຖິງ ຈຶ່ງ​ຮູ້ຈັກ​ຊ່ອນຊົ້ນ​ຕົນ​ຫລົບຫລີກ​ມັນ​ໄດ້, ແຕ່​ຄົນ​ບໍ່​ຄິດ​ຈະ​ຍ່າງ​ກົງ​ເຂົ້າໄປ​ແລະ​ກໍ​ເສຍໃຈ​ຕໍ່ມາ​ພາຍຫລັງ.


ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃນ​ເວລາ​ອັນ​ສັ້ນໆ​ເທົ່ານັ້ນ, ຕໍ່​ຈາກ​ນັ້ນ ເຮົາ​ຈະ​ທຳລາຍ​ພວກເຂົາ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ກ່າວ​ວ່າ, “ອັດຊີເຣຍ​ເອີຍ ເຮົາ​ໃຊ້​ອັດຊີເຣຍ​ເປັນ​ດັ່ງ​ໄມ້ຄ້ອນ ເພື່ອ​ລົງໂທດ​ພວກ​ທີ່​ເຮົາ​ໂກດຮ້າຍ.


ພວກເຂົາ​ກຳລັງ​ຍົກທັບ​ມາ​ແຕ່​ທີ່​ໄກ​ສຸດ​ຂອງ​ຟ້າ​ສະຫວັນ. ໃນ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ ພຣະເຈົ້າຢາເວ​ກຳລັງ​ມາ​ທຳລາຍ​ໝົດ​ທັງປະເທດ.


ພຣະເຈົ້າຢາເວ​ໂກດຮ້າຍ​ຊົນຊາດ​ທັງໝົດ ແລະ​ກອງທັບ​ທັງຫລາຍ​ຂອງ​ພວກເຂົາ. ພຣະອົງ​ລົງໂທດ​ພວກເຂົາ​ໃຫ້​ໄປ​ສູ່​ຄວາມ​ຈິບຫາຍ.


ເຮົາ​ໄດ້​ກາງ ຈັກກະວານ ແລະ​ວາງ​ຮາກຖານ​ແຜ່ນດິນ​ໂລກ ເຮົາ​ກ່າວ​ແກ່​ນະຄອນ​ເຢຣູຊາເລັມ​ດັ່ງນີ້: ‘ເຈົ້າ​ເປັນ​ປະຊາຊົນ​ທີ່​ເຮົາ​ປົກປ້ອງ​ຄຸ້ມຄອງ​ໄວ້ ເຮົາ​ມອບ​ຄຳສັ່ງສອນ​ໃຫ້​ເຈົ້າ​ຮັກສາ​ໄວ້.”’


ປະຊາຊົນ​ຂອງເຮົາ​ເອີຍ ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຟັງ​ສິ່ງ​ທີ່​ເຮົາ​ຈະ​ກ່າວ​ດັ່ງ​ຕໍ່ໄປນີ້: ເຮົາ​ໄດ້​ໃຫ້​ຄຳສັ່ງສອນ​ແກ່​ຊົນຊາດ​ທັງຫລາຍ ກົດບັນຍັດ​ຈະ​ນຳ​ພວກເຂົາ​ສູ່​ແສງແຈ້ງ.


ເມື່ອ​ພວກເຈົ້າ​ເຫັນ​ເຫດການ​ນີ້​ເກີດຂຶ້ນ ພວກເຈົ້າ​ຈະ​ເບີກບານ​ໃຈ; ແລະ​ສິ່ງນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ແລະ​ມີ​ສຸຂະພາບ​ດີ. ແລ້ວ​ພວກເຈົ້າ​ກໍ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ຜູ້​ຊ່ວຍເຫຼືອ​ພວກ​ທີ່​ຮັບໃຊ້​ເຮົາ ແລະ​ໂກດຮ້າຍ​ຕໍ່​ເຫຼົ່າ​ສັດຕູ​ຂອງເຮົາ.”


ເຮົາ​ຈະ​ໃຫ້​ພວກ​ປະໂຣຫິດ​ເຕັມ​ດ້ວຍ​ສິ່ງ​ທີ່​ດີ ທັງ​ອາຫານ​ການກິນ​ຢ່າງ​ອຸດົມສົມບູນ​ດ້ວຍ ແລະ​ຈະ​ໃຫ້​ປະຊາຊົນ​ມີ​ທຸກສິ່ງ​ທີ່​ຕ້ອງການ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ແຕ່​ໄດ້​ສັ່ງ​ພວກເຂົາ​ໃຫ້​ເຊື່ອຟັງ​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ໄດ້​ເປັນ​ປະຊາຊົນ​ຂອງເຮົາ. ແລະ​ເຮົາ​ກໍໄດ້​ບອກ​ພວກເຂົາ​ໃຫ້​ດຳເນີນ​ຊີວິດ​ຕາມ​ທີ່​ເຮົາ​ໄດ້​ສັ່ງ​ນັ້ນ ເພື່ອ​ພວກເຂົາ​ຈະ​ໄດ້​ຢູ່ເຢັນ​ເປັນສຸກ.


ບັດນີ້ ຈົ່ງ​ບອກ​ພີ່ນ້ອງ​ຂອງ​ພວກເຈົ້າ​ຜູ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຮົາ​ເປັນ​ຜູ້​ສົ່ງ​ພວກເຂົາ​ໄປ​ຢູ່​ໃນ​ທ່າມກາງ​ຊົນຊາດ​ທີ່​ຫ່າງໄກ ແລະ​ໄດ້​ກະຈັດ​ກະຈາຍ​ພວກເຂົາ​ໄປ​ໃນ​ປະເທດ​ຕ່າງໆ. ເຖິງ​ຢ່າງໃດ​ກໍຕາມ ເຮົາ​ຈະ​ຢູ່​ນຳ​ພວກເຂົາ​ຊົ່ວ​ໄລຍະ​ໜຶ່ງ​ໃນ​ດິນແດນ​ບ່ອນ​ທີ່​ພວກເຂົາ​ໄປ​ຢູ່​ນັ້ນ.’


ກະສັດ​ແຫ່ງ​ຊີເຣຍ​ຈະ​ເຮັດ​ຕາມໃຈ​ມັກ. ລາວ​ຈະ​ໂອ້ອວດ​ວ່າ​ຕົນ​ເປັນ​ຜູ້​ຍິ່ງໃຫຍ່​ກວ່າ​ພະ​ໃດໆ ແລະ​ອວດ​ວ່າ​ຕົນ​ສູງສຸດ​ກວ່າ​ພຣະເຈົ້າ​ອົງ​ສູງສຸດ. ລາວ​ຈະ​ສາມາດ​ເຮັດ​ໄປ​ດັ່ງນີ້ ຈົນ​ເວລາ​ທີ່​ພຣະເຈົ້າ​ລົງໂທດ​ລາວ​ມາ​ເຖິງ. ພຣະເຈົ້າ​ຈະ​ເຮັດ​ຢ່າງນີ້​ແທ້ ຕາມ​ທີ່​ພຣະອົງ​ໄດ້​ວາງແຜນ​ໄວ້.


ຈົ່ງ​ສະແຫວງຫາ​ພຣະເຈົ້າຢາເວ​ສາ​ເຖີດ ພວກເຈົ້າ​ທຸກຄົນ​ທີ່​ເປັນ​ປະຊາຊົນ ຜູ້​ຖ່ອມໃຈ​ໃນ​ດິນແດນ ຄື​ຜູ້​ທີ່​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ. ຈົ່ງ​ຊອກຫາ​ຄວາມ​ຊອບທຳ ແລະ​ຈົ່ງ​ຊອກຫາ​ຄວາມ​ຖ່ອມໃຈ​ລົງ. ບາງທີ​ພວກເຈົ້າ​ອາດ​ຈະ​ຫລົບ​ໜີ​ຈາກ​ການລົງໂທດ​ກໍໄດ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ​ນັ້ນ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


ແຕ່​ສຳລັບ​ເຈົ້າ ເມື່ອ​ພາວັນນາ​ອະທິຖານ ຈົ່ງ​ເຂົ້າ​ໄປ​ໃນ​ຫ້ອງ​ຂອງ​ເຈົ້າ ອັດ​ປະຕູ​ໄວ້ ແລ້ວ​ຈຶ່ງ​ພາວັນນາ​ອະທິຖານ​ຫາ​ພຣະບິດາ​ຂອງ​ເຈົ້າ​ຜູ້​ຢູ່​ໃນ​ທີ່​ລັບລີ້ ແລະ​ພຣະບິດາ​ຂອງ​ເຈົ້າ​ຜູ້​ເຫັນ​ໃນ​ທີ່​ລັບລີ້​ຈະ​ໃຫ້​ບຳເໜັດ​ແກ່​ເຈົ້າ.”


ຝ່າຍ​ຄວາມ​ທຸກ​ລຳບາກ​ອັນ​ເບົາບາງ​ແລະ​ຊົ່ວຄາວ​ນີ້ ກໍ​ກຳລັງ​ຈັດຕຽມ​ພວກເຮົາ​ໃຫ້​ມີ​ສະຫງ່າຣາສີ​ອັນ​ຍິ່ງໃຫຍ່​ຖາວອນ​ຕະຫລອດໄປ ຈົນ​ຫາ​ທີ່​ປຽບ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka