ເອຊາຢາ 26:18 - ພຣະຄຳພີສັກສິ18 ພວກຂ້ານ້ອຍເຈັບປວດເກືອບຈະສິ້ນໃຈຕາຍ ແຕ່ກໍບໍ່ໄດ້ໃຫ້ກຳເນີດຫຍັງອອກມາຊໍ້າ ທັງບໍ່ໄດ້ນຳໄຊຊະນະມາສູ່ດິນແດນເລີຍ ພວກຂ້ານ້ອຍບໍ່ໄດ້ສຳເລັດຜົນຫຍັງທັງນັ້ນ. Uka jalj uñjjattʼäta |
ຂ້າແດ່ພຣະເຈົ້າຢາເວ ໂຜດຊ່ວຍໃຫ້ພົ້ນຈາກຄົນເຫຼົ່ານີ້ ຄືຈາກມະນຸດທີ່ເຫັນແກ່ໄດ້ ໃນຊີວິດນີ້ພວກເຂົາເອົາໄດ້ທຸກສິ່ງທີ່ພວກເຂົາຕ້ອງການ. ໂຜດລົງໂທດພວກເຂົາໃຫ້ທົນທຸກໂດຍໂທດກຳ ທີ່ພວກເຂົາໄດ້ສະສົມໄວ້ນັ້ນ. ຂໍໃຫ້ພວກລູກຫລານຂອງເຂົາເຈົ້າ ໄດ້ຮັບໂທດກຳນັ້ນຈົນທົນບໍ່ໄຫວ ທັງປະໄວ້ໃຫ້ຫລານເຫຼັນຫລ້ອນ ຂອງພວກເຂົາເຊັ່ນຕໍ່ໆໄປອີກດ້ວຍ.
ແຕ່ປະຊາຊົນເວົ້າຕໍ່ກະສັດໂຊນວ່າ, “ຈະໃຫ້ໂຢນາທານ ຜູ້ທີ່ນຳໄຊຊະນະອັນຍິ່ງໃຫຍ່ມາສູ່ຊາດອິດສະຣາເອນຖືກຂ້າຊັ້ນບໍ? ບໍ່ໄດ້ ພວກຂ້ານ້ອຍຂໍສັນຍາຕໍ່ພຣະເຈົ້າຢາເວອົງຊົງຊີວິດຢູ່ວ່າ ແມ່ນແຕ່ຜົມເສັ້ນໜຶ່ງທີ່ຫົວຂອງເພິ່ນຈະບໍ່ໃຫ້ສູນເສຍໄປ. ສິ່ງທີ່ເພິ່ນໄດ້ເຮັດໃນມື້ນີ້ ແມ່ນການຊ່ວຍເຫລືອຂອງພຣະເຈົ້າ.” ສະນັ້ນ ປະຊາຊົນຈຶ່ງຊ່ວຍໂຢນາທານບໍ່ໃຫ້ຖືກຂ້າ.