Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 26:16 - ພຣະຄຳພີສັກສິ

16 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ລົງໂທດ​ຄົນ​ຂອງ​ພຣະອົງ ພວກເຂົາ​ໄດ້​ພາວັນນາ​ອະທິຖານ​ດ້ວຍ​ຈິດໃຈ​ທີ່​ເຈັບປວດ.

Uka jalj uñjjattʼäta Copia luraña




ເອຊາຢາ 26:16
23 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ນຳ​ຄຳ​ຮ້ອງທຸກ​ມາ​ສະເໜີ​ຕໍ່​ພຣະອົງ ແລະ​ບອກ​ຄວາມ​ເດືອດຮ້ອນ​ທັງໝົດ​ທີ່​ມີ.


ໃຈ​ຂອງ​ຂ້ານ້ອຍ​ກ່າວ​ຕາງ​ພຣະອົງ​ວ່າ, “ຈົ່ງ​ສະແຫວງຫາ​ພຣະພັກ​ຂອງເຮົາ.” ຂ້ານ້ອຍ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສະແຫວງຫາ​ພຣະພັກ​ຂອງ​ພຣະອົງ.”


ເມື່ອ​ຄິດເຖິງ​ອະດີດ​ກໍ​ທຸກລະທົມ​ໃຈ​ຫລາຍ ເມື່ອ​ໄດ້​ຍ່າງ​ເປັນ​ຝູງ​ໄປ​ສູ່​ວິຫານ​ຂອງ​ພຣະເຈົ້າ ແລະ​ໄດ້​ພາ​ເຂົາເຈົ້າ​ຍ່າງ​ຕາມ​ຫລັງ​ກັນ​ໄປ ສຸກໃຈ​ຮ້ອງລຳ​ທຳເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ.


ເມື່ອ​ເຈົ້າ​ຖືກ​ເດືອດຮ້ອນ ຈົ່ງ​ຮ້ອງຫາ​ເຮົາ ເຮົາ​ຈະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ ແລະ​ເຈົ້າ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ເຮົາ.”


ເມື່ອ​ຂ້ານ້ອຍ​ຄິດເຖິງ​ພຣະເຈົ້າ​ກໍ​ຖອນ​ຫາຍໃຈ ເມື່ອ​ຄິດ​ຕຶກຕອງ​ກໍ​ອ່ອນ​ກຳລັງ​ໃຈ​ໄປ​ດ້ວຍ.


ເທື່ອໃດ​ທີ່​ພຣະອົງ​ໄດ້​ຂ້າ​ບາງຄົນ​ໃນ​ພວກເຂົາ ຄົນ​ທີ່​ເຫຼືອ​ກໍ​ຫັນ​ກັບ​ມາ​ຫາ​ພຣະອົງ​ເທື່ອນັ້ນ. ພວກເຂົາ​ໄດ້​ກັບ​ມາ​ດ້ວຍ​ສຳນຶກ​ຜິດ​ຢູ່​ໃນ​ຈິດໃຈ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ດ້ວຍ​ຈິດໃຈ​ຮ້ອນຮົນ​ຍິ່ງ.


ເຮົາ​ຈະ​ຂານ​ຕອບ​ເມື່ອ​ພວກເຂົາ​ເອີ້ນ​ຫາ​ເຮົາ ເຮົາ​ຈະ​ຢູ່​ນຳ​ເມື່ອ​ພວກເຂົາ​ເດືອດຮ້ອນ. ເຮົາ​ຈະ​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນໄພ ທັງ​ຈະ​ໃຫ້​ຍົດສັກ​ແກ່​ເຂົາເຈົ້າ​ດ້ວຍ.


ພວກເຂົາ​ໄດ້​ນຳ​ຖ້ອຍຄຳ​ໄປ​ບອກ​ເອຊາຢາ​ດັ່ງນີ້: “ມື້ນີ້​ແມ່ນ​ມື້​ທີ່​ພວກເຮົາ​ເປັນທຸກໃຈ​ຫລາຍ; ພວກເຮົາ​ໄດ້​ຮັບ​ໂທດ​ໜັກ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ. ພວກເຮົາ​ເປັນ​ຄື​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ, ແຕ່​ອ່ອນເພຍ​ເກີນກວ່າ​ທີ່​ຈະ​ເບັ່ງ​ລູກ​ອອກ​ໄດ້.


ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ຍ້ອນ​ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ກົກໄມ້​ແມ່ນ​ພໍ່​ຂອງ​ພວກເຈົ້າ ແລະ​ໂງ່ນຫີນ​ແມ່ນ​ແມ່​ຂອງ​ພວກເຈົ້າ.’ ເຫດການ​ນີ້​ຈະ​ເກີດຂຶ້ນ ເພາະ​ພວກເຈົ້າ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແທນ​ທີ່​ຈະ​ກັບຄືນ​ມາ​ຫາ​ເຮົາ. ແຕ່​ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ ພວກເຈົ້າ​ຊໍ້າພັດ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ.


ພວກເຈົ້າ​ພັກຜ່ອນ​ຢູ່​ທ່າມກາງ​ກົກ​ແປກ​ທັງຫລາຍ ຊຶ່ງ​ໄດ້​ຖືກ​ນຳ​ມາ​ຈາກ​ເລບານອນ​ພຸ້ນ; ແຕ່​ເມື່ອ​ຖືກ​ເຈັບປວດ ພວກເຈົ້າ​ຈະ​ໜ້າສົງສານ​ສໍ່າໃດ ເຈັບປວດ​ໜັກໜ່ວງ​ດັ່ງ​ຜູ້ຍິງ​ກຳລັງ​ຈະ​ຄອດ​ລູກ.


ແລ້ວ​ພວກເຈົ້າ​ກໍ​ຈະ​ເອີ້ນ​ຫາ​ເຮົາ. ເມື່ອ​ພວກເຈົ້າ​ມາ​ຫາ​ເຮົາ​ແລະ​ພາວັນນາ​ອະທິຖານ​ຫາ​ເຮົາ ເຮົາ​ກໍ​ຈະ​ຕອບ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ.


ຕະຫລອດ​ທັງ​ຄືນ​ນັ້ນ​ໃຫ້​ເຈົ້າ​ລຸກຂຶ້ນ​ມາ ລຸກ​ແລ້ວ​ລຸກອີກ ຄໍ່າຄວນ​ຫາ​ອົງພຣະ​ຜູ້​ເປັນເຈົ້າ; ຈົ່ງ​ເປີດໃຈ​ເຈົ້າ​ອອກ​ຂໍ​ໃຫ້​ເມດຕາ​ລູກ​ເຈົ້າ​ທັງຫລາຍ ຜູ້​ທີ່​ອຶດຫິວ​ຕາຍ​ຕາມ​ແຈ​ຫົນທາງ​ທຸກ​ເສັ້ນ.


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.


ປະຊາຊົນ​ຈຶ່ງ​ພາກັນ​ມາ​ຫາ​ໂມເຊ​ແລະ​ກ່າວ​ວ່າ, “ພວກເຮົາ​ເຮັດ​ບາບ​ແລ້ວ ເມື່ອ​ຈົ່ມຮ້າຍ​ໃສ່​ພຣະເຈົ້າຢາເວ ແລະ​ຈົ່ມຮ້າຍ​ໃສ່​ທ່ານ. ຂໍ​ທ່ານ​ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ໃຫ້​ໄລ່​ງູພິດ​ເຫຼົ່ານີ້​ໜີໄປ​ເຖີດ.” ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຂົາ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


ແຕ່​ປະຊາຊົນ​ອິດສະຣາເອນ​ຍັງ​ຮ້ອງ​ຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລ້ວ ຈົ່ງ​ເຮັດ​ກັບ​ພວກ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ເຫັນ​ສົມຄວນ​ເທີ້ນ, ແຕ່​ສຳລັບ​ວັນນີ້ ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.”


ນາງ​ຕອບ​ວ່າ, “ບໍ່ແມ່ນ ທ່ານເອີຍ ຂ້ານ້ອຍ​ບໍ່ໄດ້​ດື່ມ​ເຫຼົ້າ, ແຕ່​ຂ້ານ້ອຍ​ທຸກໃຈ​ໜັກ ຈຶ່ງ​ພາວັນນາ​ອະທິຖານ​ລະບາຍ​ຄວາມ​ທຸກໜັກ​ໃນ​ຈິດວິນຍານ​ຂອງ​ຂ້ານ້ອຍ​ຕໍ່ໜ້າ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka