Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 26:15 - ພຣະຄຳພີສັກສິ

15 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ເຮັດ​ໃຫ້​ຊົນຊາດ​ຂອງ​ຂ້ານ້ອຍ ມີ​ປະຊາຊົນ​ມາກມາຍ​ເພີ່ມພູນ​ຍິ່ງໆ​ຂຶ້ນ ທັງ​ເຮັດ​ໃຫ້​ເຂດແດນ​ທຸກ​ດ້ານ​ຂະຫຍາຍ​ອອກ​ໄປ ເປັນ​ການ​ນຳ​ກຽດ​ອັນ​ຍິ່ງໃຫຍ່​ມາ​ສູ່​ພຣະອົງ.

Uka jalj uñjjattʼäta Copia luraña




ເອຊາຢາ 26:15
33 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.


ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ


ເມື່ອ​ປະຊາຊົນ​ຂອງ​ພຣະອົງ​ເຮັດ​ບາບ​ຕໍ່ສູ້​ພຣະອົງ ເພາະ​ບໍ່ມີ​ຜູ້ໃດ​ທີ່​ບໍ່ໄດ້​ເຮັດ​ບາບ ແລ້ວ​ພຣະອົງ​ກໍໄດ້​ໂກດຮ້າຍ ຈຶ່ງ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ເອົາ​ຊະນະ​ພວກເຂົາ ແລະ​ຈັບ​ພວກເຂົາ​ໄປ​ເປັນ​ຊະເລີຍ​ຢູ່​ໃນ​ດິນແດນ​ອື່ນ​ບາງ​ແຫ່ງ ເຖິງ​ແມ່ນ​ວ່າ​ດິນແດນ​ນັ້ນ​ຈະ​ຢູ່​ໄກ​ເທົ່າໃດ​ກໍຕາມ


ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ, ຕາມ​ທີ່​ພຣະອົງ​ໄດ້​ຕັກເຕືອນ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ. ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ຊຶ່ງ​ເປັນ​ປີ​ທີ​ເກົ້າ ແຫ່ງ​ຣາຊການ​ຂອງ​ກະສັດ​ໂຮເຊຢາ; ກະສັດ​ແຫ່ງ​ອັດຊີເຣຍ ໄດ້​ຢຶດເອົາ​ນະຄອນ​ຊາມາເຣຍ ແລະ​ນຳ​ຊາວ​ອິດສະຣາເອນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ. ເພິ່ນ​ໄດ້​ເອົາ​ພວກ​ເຫຼົ່ານີ້​ບາງຄົນ​ໄປ​ໄວ້​ຢູ່​ໃນ​ເມືອງ​ຮາລາ, ໃຫ້​ບາງຄົນ​ຢູ່​ໃກ້​ແມ່ນໍ້າ​ຮາໂບ​ໃນ​ເຂດ​ໂກຊານ ແລະ​ໃຫ້​ບາງຄົນ​ຢູ່​ໃນ​ເມືອງ​ຕ່າງໆ​ຂອງ​ແຂວງ​ເມເດຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ຈະ​ເຮັດ​ຕໍ່​ຢູດາ​ດັ່ງ​ທີ່​ໄດ້​ເຮັດ​ຕໍ່​ອິດສະຣາເອນ​ຄື: ເຮົາ​ຈະ​ກຳຈັດ​ຊາວ​ຢູດາ​ໃຫ້​ພົ້ນ​ຈາກ​ສາຍຕາ​ຂອງເຮົາ ແລະ​ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ນະຄອນ​ເຢຣູຊາເລັມ​ນະຄອນ​ທີ່​ເຮົາ​ໄດ້​ເລືອກໄວ້ ແລະ​ວິຫານ​ບ່ອນ​ທີ່​ເຮົາ​ບອກ​ວ່າ ນາມຊື່​ເຮົາ​ຈະ​ສະຖິດຢູ່​ນັ້ນ.”


ພຣະອົງ​ໃຫ້​ພວກເພິ່ນ​ມີ​ລູກຫລານ​ຢ່າງ​ຫລວງຫລາຍ ດັ່ງ​ໝູ່​ດວງດາວ​ຢູ່​ໃນ​ທ້ອງຟ້າ ໃຫ້​ຕີ​ເອົາ​ດິນແດນ​ໄດ້​ຄື​ບ່ອນ​ພວກເພິ່ນ​ອາໄສ​ຢູ່ ທີ່​ຊົງ​ໄດ້​ສັນຍາ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເພິ່ນ.


ພຣະອົງ​ເຮັດ​ໃຫ້​ຊົນຊາດ​ເຂັ້ມແຂງ​ແລະ​ຍິ່ງໃຫຍ່ ແຕ່​ເຮັດ​ໃຫ້​ພວກເຂົາ​ພ່າຍແພ້ ແລະ​ທຳລາຍ​ພວກເຂົາ​ຕໍ່ມາ.


ເຖິງ​ແມ່ນ​ວ່າ​ດຽວ​ນີ້ ປະຊາຊົນ​ອິດສະຣາເອນ​ມີ​ຢູ່​ຢ່າງ​ຫລວງຫລາຍ ດັ່ງ​ເມັດຊາຍ​ທີ່​ຝັ່ງ​ທະເລ​ກໍຕາມ, ແຕ່​ກໍ​ມີ​ໜ້ອຍຄົນ​ເທົ່ານັ້ນ​ທີ່​ຈະ​ກັບຄືນ​ມາ. ພຣະເຈົ້າ​ໄດ້​ສະສົມ​ຄວາມ​ຈິບຫາຍ​ໄວ້​ໃຫ້​ປະຊາຊົນ​ເຫຼົ່ານີ້ ແລະ​ພວກເຂົາ​ກໍ​ສົມຄວນ​ແລ້ວ ທີ່​ຈະ​ໄດ້​ຮັບ​ຄວາມ​ຈິບຫາຍ​ນັ້ນ​ຢ່າງ​ເຕັມ​ສ່ວນ.


ອີກ​ຄັ້ງໜຶ່ງ ພວກເຈົ້າ​ຈະ​ເຫັນ​ກະສັດ​ອົງ​ໜຶ່ງ ປົກຄອງ​ດິນແດນ​ອັນ​ກວ້າງໃຫຍ່​ໄພສານ​ດ້ວຍ​ສະຫງ່າຣາສີ ທີ່​ກະຈາຍ​ອອກ​ໄປ​ທົ່ວ​ທຸກ​ທິດ.


ແລ້ວ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ກໍ​ຈະ​ປາກົດ​ແຈ້ງ ທຸກ​ປະຊາຊາດ​ກໍ​ຈະ​ໄດ້​ເຫັນ​ພຣະ​ສະຫງ່າຣາສີ​ນັ້ນ ປາກ​ຂອງ​ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ໄວ້.”


ໂອ ຟ້າ​ສະຫວັນຟ້າ​ສະຫວັນ ​ເອີຍ ຈົ່ງ​ໂຮຮ້ອງ​ຍິນດີ​ໃນ​ສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ກະທຳ; ແຜ່ນດິນ​ໂລກ​ບ່ອນ​ເລິກສຸດ​ເອີຍ ຈົ່ງ​ໂຮຮ້ອງ​ສາ​ເຖີດ ພູຜາ​ທຸກໜ່ວຍ​ແລະ​ຕົ້ນໄມ້​ໃນ​ປ່າ​ທັງຫລາຍ ຈົ່ງ​ຊົມຊື່ນ​ຍິນດີ​ດ້ວຍ​ສຽງ​ໂຮຮ້ອງ​ເຖີດ ເຫດວ່າ​ພຣະເຈົ້າຢາເວ​ໄດ້​ຊົງໄຖ່​ຢາໂຄບ ແລະ​ຈະ​ຊົງຮັບ​ກຽດ​ແຫ່ງ​ສະຫງ່າຣາສີ​ໃນ​ອິດສະຣາເອນ.


ພຣະເຈົ້າຢາເວ​ຈະ​ກວາດຕ້ອນ​ເອົາ​ຝູງ​ຄົນ​ໃຫ້​ໜີໄປ​ໄກ ແລະ​ຈະ​ໃຫ້​ດິນດອນ​ຕ່ອນຫຍ້າ​ໂສກເສົ້າ​ຫງອຍເຫງົາ.


ປະຊາຊົນ​ຂອງ​ເຈົ້າ​ຈະ​ເຮັດ​ສິ່ງ​ຖືກຕ້ອງ​ທັງໝົດ ແລະ​ໄດ້​ເປັນ​ເຈົ້າຂອງ​ດິນແດນ​ສືບໄປ​ເປັນນິດ. ເຮົາ​ໄດ້​ປູກ​ພວກເຂົາ​ໄວ້​ແລະ​ເຮົາ​ໄດ້​ສ້າງ​ພວກເຂົາ​ຂຶ້ນ​ມາ ເພື່ອ​ເຜີຍ​ຄວາມ​ຍິ່ງໃຫຍ່​ຂອງເຮົາ​ໃຫ້​ໂລກ​ໄດ້​ຮູ້.


ພຣະອົງ​ໃຫ້​ພວກເຂົາ​ມີ​ຄວາມ​ຍິນດີ​ອັນ​ຍິ່ງໃຫຍ່ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຂົາ​ມີ​ຄວາມສຸກ​ໃນ​ຈິດໃຈ. ພວກເຂົາ​ຊົມຊື່ນ​ຍິນດີ​ດ້ວຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ດັ່ງ​ຄົນ​ຊົມຊື່ນ​ຍິນດີ​ເມື່ອ​ພວກເຂົາ​ເກັບກ່ຽວ​ເຂົ້າ ຫລື​ເໝືອນ​ດັ່ງ​ຄົນ​ໂຮຮ້ອງ​ຢ່າງ​ຊົມຊື່ນ​ຍິນດີ ເວລາ​ທີ່​ພວກເຂົາ​ແບ່ງປັນ​ຊັບສິນ​ທີ່​ຢຶດ​ມາ​ໄດ້.


ປະຊາຊົນ​ໃນ​ທີ່ນັ້ນ​ຈະ​ຮ້ອງເພງ​ສັນລະເສີນ ຕ່າງ​ກໍ​ຈະ​ຊົມຊື່ນ​ຍິນດີ​ໂດຍ​ພາກັນ​ໂຮຮ້ອງ. ເຮົາ​ຈະ​ອວຍພອນ​ພວກເຂົາ​ໃຫ້​ມີ​ຄົນ​ເພີ່ມຂຶ້ນ​ຫລາຍ ພອນ​ຂອງເຮົາ​ຈະ​ນຳ​ກຽດສັກສີ​ມາ​ສູ່​ພວກ​ເຂົາເຈົ້າ.


ເຮົາ​ຈະ​ເຕົ້າໂຮມ​ປະຊາຊົນ​ຈາກ​ທຸກ​ປະເທດ ບ່ອນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ​ນັ້ນ ເພາະ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຂອງເຮົາ ແລະ​ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ບ່ອນ​ນີ້​ອີກ ແລະ​ເຮົາ​ຈະ​ໃຫ້​ພວກເຂົາ​ຢູ່​ທີ່​ນີ້​ຢ່າງ​ປອດໄພ.


ເຮົາ​ຈະ​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ທຸກໆ​ຊົນຊາດ ແລະ​ທຸກໆ​ປະເທດ ເພື່ອ​ນຳພາ​ພວກເຈົ້າ​ມາ​ສູ່​ດິນແດນ​ຂອງ​ພວກເຈົ້າ​ເອງ.


ສ່ວນ​ໜຶ່ງ​ຂອງ​ປະຊາຊົນ​ຂອງ​ເຈົ້າ​ນັ້ນ​ຈະ​ຕາຍ​ຍ້ອນ​ການ​ເຈັບໄຂ້​ໄດ້ປ່ວຍ ຕະຫລອດ​ທັງ​ການ​ອຶດຢາກ​ຢູ່​ໃນເມືອງ; ສ່ວນ​ໜຶ່ງ​ນັ້ນ​ຈະ​ຖືກ​ຄົມ​ດາບ​ຢູ່​ນອກເມືອງ ແລະ​ສ່ວນ​ສຸດທ້າຍ​ນັ້ນ​ເຮົາ​ຈະ​ໃຫ້​ກະຈັດ​ກະຈາຍ​ໄປ​ຕາມ​ລົມ ແລະ​ທັງ​ຈະ​ໃຊ້​ດາບ​ໄລ່​ຕິດຕາມ​ພວກເຂົາ​ໄປ​ດ້ວຍ.


ເຊື້ອສາຍ​ອິດສະຣາເອນ​ນັ້ນ​ຫລວງຫລາຍ ປຽບ​ປຸນ​ດັ່ງ​ຂີ້ຝຸ່ນ​ດິນ; ພວກເຂົາ​ທະວີຄູນ​ຂຶ້ນ​ຫລາຍ ເກີນ​ກວ່າ​ຈະ​ນັບ​ໄດ້. ຂໍ​ໃຫ້​ຂ້າພະເຈົ້າ​ສິ້ນ​ຊີບ ດັ່ງ​ປະຊາຊົນ​ຂອງ​ພຣະເຈົ້າ​ຄົນໜຶ່ງ; ຂໍ​ໃຫ້​ຂ້າພະເຈົ້າ​ຕາຍ​ຢ່າງ​ສຸກລົ້ນ ເໝືອນ​ດັ່ງ​ຄົນ​ຜູ້ໜຶ່ງ​ທີ່​ຊອບທຳ.”


ພວກເຂົາ​ຈະ​ລົ້ມ​ລົງ​ດ້ວຍ​ຄົມ​ດາບ ແລະ​ຈະ​ຖືກ​ຈັບ​ກວາດ​ໄປ​ເປັນ​ຊະເລີຍ​ໃນ​ທົ່ວ​ທຸກ​ປະເທດ ແລະ​ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ຈະ​ຢຽບຢໍ່າ​ນະຄອນ​ເຢຣູຊາເລັມ ຈົນກວ່າ​ຈະ​ຄົບ​ກຳນົດ​ເວລາ​ຂອງ​ພວກເຂົາ.”


ໃນ​ການ​ນີ້​ແຫຼະ ພຣະບິດາເຈົ້າ​ຂອງເຮົາ​ຈະ​ໄດ້​ຮັບ​ກຽດຕິຍົດ ຄື​ເມື່ອ​ພວກເຈົ້າ​ເກີດຜົນ​ຫລາຍ ພວກເຈົ້າ​ຈຶ່ງ​ເກີດ​ເປັນ​ສາວົກ​ຂອງເຮົາ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຖ້ອຍຄຳ​ເຫຼົ່ານີ້​ຈົບ​ລົງ​ແລ້ວ ພຣະອົງ​ກໍ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ແລ້ວ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ ເຖິງ​ເວລາ​ແລ້ວ ຂໍໂຜດ​ໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າຣາສີ​ເຖີດ ເພື່ອ​ພຣະບຸດ​ຈະ​ໄດ້​ຖວາຍ​ສະຫງ່າຣາສີ​ແກ່​ພຣະອົງ.


ເມື່ອ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ໄປ​ຢູ່​ປະເທດ​ເອຢິບ​ນັ້ນ ພວກເຂົາ​ມີ​ພຽງແຕ່ 70 ຄົນ​ເທົ່ານັ້ນ. ແຕ່​ມາບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ເຮັດ​ໃຫ້​ພວກເຈົ້າ​ມີ​ຄົນ​ຈຳນວນ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ໃນ​ຟ້າ​ສະຫວັນ.”


ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.


ພຣະເຈົ້າຢາເວ​ຈະ​ກະຈັດ​ກະຈາຍ​ພວກເຈົ້າ​ໃນ​ທ່າມກາງ​ທຸກ​ຊົນຊາດ ຕັ້ງແຕ່​ສົ້ນໜຶ່ງ​ຫາ​ອີກ​ສົ້ນໜຶ່ງ​ຂອງ​ໂລກ ແລ້ວ​ພວກເຈົ້າ​ກໍ​ຈະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ທີ່​ເປັນ​ໄມ້​ແລະ​ເປັນ​ຫີນ ຊຶ່ງ​ທັງ​ພວກເຈົ້າ​ເອງ​ແລະ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ບໍ່ເຄີຍ​ຂາບໄຫວ້​ມາກ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka