Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 26:14 - ພຣະຄຳພີສັກສິ

14 ບັດນີ້ ພວກເຂົາ​ຕາຍໄປ​ແລ້ວ​ແລະ​ບໍ່ມີ​ຊີວິດ​ຢູ່ ແລະ​ວິນຍານ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ຟື້ນ​ຄືນ​ມາ​ເລີຍ ເພາະ​ພຣະອົງ​ໄດ້​ລົງໂທດ​ແລະ​ທຳລາຍ​ພວກເຂົາ ແລະ​ບໍ່ມີ​ຜູ້ໃດ​ຈະ​ລະລຶກ​ເຖິງ​ພວກເຂົາ​ອີກ​ຕໍ່ໄປ.

Uka jalj uñjjattʼäta Copia luraña




ເອຊາຢາ 26:14
25 Jak'a apnaqawi uñst'ayäwi  

ໃນ​ບ້ານເມືອງ​ແລະ​ຕ່າງຖິ່ນ​ຊື່ສຽງ​ລາວ​ກໍ​ໝົດໄປ ບໍ່ມີ​ຜູ້ໃດ​ທີ່​ຈະ​ຈົດຈຳ​ລາວ​ໄວ້​ຕໍ່ໄປ​ອີກ​ແລ້ວ.


ບັດນີ້ ແມ່ນແຕ່​ແມ່​ຂອງ​ພວກເຂົາ​ກໍ​ຈະ​ຈົດຈຳ​ພວກເຂົາ​ບໍ່ໄດ້​ເລີຍ ພວກເຂົາ​ຖືກ​ໜອນ​ເຈາະ ແລະ​ທຳລາຍ​ລົງ​ດັ່ງ​ໄມ້ໂດກ.


ດັ່ງ​ເມກ​ໝອກ​ເລື່ອນລອຍ​ຫາຍ​ຈາກ​ໄປ ດັ່ງ​ມະນຸດ​ເຮົາ​ທີ່​ຈຳຕ້ອງ​ພາກ​ຈາກ​ໄປ​ນັ້ນ ຄັນ​ຈາກ​ໄປແລ້ວ ກໍ​ຈະ​ບໍ່​ກັບຄືນ​ມາເລີຍ ທຸກຄົນ​ທີ່​ຮູ້​ເຂົາ​ກໍ​ຈະ​ລືມໄລ​ເຂົາ​ໄປສິ້ນ.


ແລ້ວ​ທີ່​ເປອໍ​ພວກເຂົາ​ກໍໄດ້​ຮ່ວມ​ຂາບໄຫວ້​ພະບາອານ ແລະ​ໄດ້​ຖວາຍ​ເຄື່ອງບູຊາ​ແກ່​ພະ​ທີ່​ບໍ່ມີ​ຊີວິດ.


ຂໍ​ໃຫ້​ລູກຫລານ​ຂອງ​ເຂົາ​ທຸກຄົນ​ນັ້ນ​ຕາຍໄປ​ໝົດສິ້ນ ໃຫ້​ຊື່ສຽງ​ຂອງ​ເຂົາ​ສູນສິ້ນ​ໄປ​ໃນ​ຄົນ​ລຸ້ນຫລັງ​ເຖີດ.


ພະ​ເຫຼົ່ານັ້ນ​ມີ​ຫູ ແຕ່​ພັດ​ຟັງ​ບໍ່ໄດ້ຍິນ​ຫຍັງ ພະ​ເຫຼົ່ານັ້ນ​ຫາຍໃຈ​ເຂົ້າອອກ​ບໍ່ໄດ້.


ເບິ່ງ​ບ່ອນ​ຄົນຊົ່ວຮ້າຍ​ລົ້ມລົງ​ດູ ທີ່​ນັ້ນ​ພວກເຂົາ​ຢຽດຢູ່​ແລະ​ລຸກຂຶ້ນ​ບໍ່ໄດ້.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ຂໍ​ຊົງ​ໂຜດ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ ຈົ່ງ​ລຸກ​ຂຶ້ນ​ເພື່ອ​ລົງໂທດ​ຄົນ​ອະທຳ ຢ່າ​ສຳແດງ​ຄວາມ​ເມດຕາ​ຕໍ່​ຄົນ​ທໍລະຍົດ​ທີ່​ຊົ່ວຊ້າ​ເຫຼົ່ານັ້ນ.


ສັດຕູ​ພວກ​ຂ້ານ້ອຍ​ໄດ້​ດັບ​ສິ້ນ​ຕະຫລອດໄປ ເມືອງ​ຂອງ​ເຂົາ​ຖືກ​ທຳລາຍ​ແລະ​ລືມໄລ​ໄປສິ້ນ.


ໃນ​ວັນ​ນັ້ນ ພຣະເຈົ້າຢາເວ​ໄດ້​ໂຜດ​ຊ່ວຍ​ປະຊາຊົນ​ອິດສະຣາເອນ ໃຫ້​ພົ້ນ​ຈາກ​ການ​ຕິດຕາມ​ທຳລາຍ​ຂອງ​ຊາວ​ເອຢິບ. ຊາວ​ອິດສະຣາເອນ​ໄດ້​ເຫັນ​ຊາກສົບ​ຂອງ​ຊາວ​ເອຢິບ ຢາຍ​ເດຍລະດາດ​ຢູ່​ຕາມ​ແຄມ​ທະເລ.


ຄົນ​ຊອບທຳ​ຈະ​ມີ​ຄົນ​ຈົດຈຳ​ໄວ້​ເປັນ​ຄວາມພອນ, ແຕ່​ຄົນຊົ່ວ​ຈະ​ຖືກ​ລືມໄລ​ໄປ​ຢ່າງ​ໄວວາ.


ແມ່ນແລ້ວ ຜູ້​ທີ່​ມີ​ຊີວິດ​ຢູ່​ກໍ​ຮູ້​ວ່າ​ຕົນ​ຈະ​ຕາຍໄປ; ແຕ່​ຜູ້​ທີ່​ຕາຍໄປ​ແລ້ວ​ກໍ​ບໍ່​ຮູ້​ຫຍັງ​ເລີຍ. ພວກເຂົາ​ບໍ່ມີ​ບຳເໜັດ​ໃນ​ພາຍໜ້າ ພວກເຂົາ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.


ພວກເຈົ້າ​ຈະ​ເຮັດ​ຢ່າງໃດ​ເມື່ອ​ພຣະເຈົ້າ​ລົງໂທດ​ພວກເຈົ້າ? ພວກເຈົ້າ​ຈະ​ເຮັດ​ຢ່າງໃດ ເມື່ອ​ພຣະອົງ​ນຳ​ໄພພິບັດ​ຈາກ​ດິນແດນ​ທີ່​ຫ່າງໄກ​ມາ​ສູ່​ພວກເຈົ້າ? ພວກເຈົ້າ​ຈະ​ແລ່ນ​ໄປ​ຫາ​ຜູ້ໃດ​ໃຫ້​ມາ​ຊ່ວຍເຫລືອ? ພວກເຈົ້າ​ຈະ​ເຊື່ອງ​ຊັບສົມບັດ​ຂອງ​ພວກເຈົ້າ​ໄວ້​ຢູ່​ທີ່ໃດ?


ຄົນ​ພວກ​ຂ້ານ້ອຍ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ມີ​ຊີວິດ​ຢູ່​ ຮ່າງກາຍ​ເຂົາເຈົ້າ​ຈະ​ກັບຄືນ​ມີ​ຊີວິດ​ອີກ​ຄັ້ງ. ທຸກຄົນ​ທີ່​ນອນ​ຫລັບ​ຢູ່​ໃນ​ຂຸມຝັງສົບ ຈະ​ຕື່ນ​ຂຶ້ນ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໃຫຍ່. ນໍ້າ​ຄ້າງ​ໃສເຫລື້ອມ​ເຮັດ​ໃຫ້​ໂລກນີ້​ສົດຊື່ນ​ສັນໃດ ພຣະອົງ​ຈະ​ເຮັດ​ໃຫ້​ຜູ້​ຕາຍໄປ​ແຕ່​ດົນນານ​ຟື້ນ​ຄືນ​ສັນນັ້ນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈະ​ຊ່ວຍກູ້​ເອົາ​ພວກເຈົ້າ​ດ້ວຍ​ລົມພະຍຸ ທີ່​ມີ​ສຽງ​ຟ້າຮ້ອງ​ຟ້າແມບ ແລະ​ແຜ່ນດິນ​ໄຫວ. ພຣະອົງ​ຈະ​ສົ່ງ​ລົມ​ພະຍຸ​ຮ້າຍ ແລະ​ແປວໄຟ​ອັນ​ແກ່ກ້າ​ມາ;


ທັງ​ໄດ້​ຈູດ​ບັນດາ​ພະ​ຂອງ​ພວກເຂົາ​ຖິ້ມ​ຊຶ່ງ​ບໍ່ແມ່ນ​ພຣະ​ແທ້, ແຕ່​ເປັນ​ພຽງ​ຮູບ​ໄມ້ ແລະ​ຫີນ​ທີ່​ມື​ມະນຸດ​ໄດ້​ເຮັດ​ຂຶ້ນ​ເທົ່ານັ້ນ.


ແຕ່​ພວກເຂົາ​ຈະ​ບອກ​ພວກເຈົ້າ​ວ່າ, “ໃຫ້​ຖາມ​ເອົາຄວາມ​ນຳ​ພວກ​ໝໍ​ມໍ ແລະ​ພວກ​ໝໍ​ຜີ​ຜູ້​ທີ່​ເວົ້າ​ພຶມພໍ່າ​ຢູ່​ໃນ​ລຳຄໍ.” ບໍ່ຄວນ​ບໍ​ທີ່​ປະຊາຊົນ​ຈະ​ຕ້ອງ​ຖາມ​ເອົາຄວາມ​ນຳ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ຄວນ​ຢູ່​ບໍ​ທີ່​ຈະ​ໄປ​ຖາມ​ເອົາຄວາມ​ນຳ​ຄົນຕາຍ​ເພື່ອ​ຄົນ​ເປັນ.


ເທວະດາ​ຕົນ​ນີ້​ໄດ້​ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ​ແລະ​ແມ່​ຂອງ​ເພິ່ນ​ກັບຄືນ​ໄປ​ດິນແດນ​ອິດສະຣາເອນ ເພາະ​ຜູ້​ທີ່​ຕ້ອງການ​ຂ້າ​ກຸມມານ​ນັ້ນ​ຕາຍ​ແລ້ວ.”


ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະ​ໄມ້ ແລະ​ພະ​ຫີນ​ຊຶ່ງ​ມະນຸດ​ໄດ້​ປະດິດ​ຂຶ້ນ ຄື​ພະ​ທີ່​ເບິ່ງ​ບໍ່​ເຫັນ ແລະ​ຟັງ​ບໍ່ໄດ້ຍິນ ທັງ​ກິນ​ຫລື​ດົມ​ກິ່ນ​ບໍ່ໄດ້​ດ້ວຍ.


ນອກຈາກ​ຄົນ​ເຫຼົ່ານີ້ ຄົນອື່ນໆ​ທີ່​ຕາຍ​ແລ້ວ​ບໍ່ໄດ້​ກັບຄືນ​ມີ​ຊີວິດ​ອີກ ຈົນກວ່າ​ພັນ​ປີ​ນັ້ນ​ລ່ວງ​ໄປ​ແລ້ວ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka