Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 26:13 - ພຣະຄຳພີສັກສິ

13 ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ມີ​ຄົນອື່ນ​ປົກຄອງ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ຍອມຮັບ​ນາມຊື່​ຂອງ​ພຣະອົງ​ອົງດຽວ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 26:13
15 Jak'a apnaqawi uñst'ayäwi  

ແຕ່​ຊີຊາກ​ຈະ​ເອົາ​ຊະນະ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ໄດ້​ຮຽນຮູ້​ເຖິງ​ຄວາມ​ແຕກຕ່າງ ລະຫວ່າງ​ການ​ຮັບໃຊ້​ເຮົາ ແລະ​ການ​ຮັບໃຊ້​ບັນດາ​ຜູ້ປົກຄອງ​ຂອງ​ໂລກນີ້.”


ເຮົາ​ໄດ້​ທຳລາຍ​ນະຄອນ​ຊາມາເຣຍ​ກັບ​ຮູບເຄົາຣົບ​ທັງໝົດ​ຖິ້ມ ແລະ​ເຮົາ​ກໍ​ຈະ​ເຮັດ​ຄືກັນ​ຕໍ່​ນະຄອນ​ເຢຣູຊາເລັມ ແລະ​ຕໍ່​ບັນດາ​ຮູບພະ ທີ່​ຄົນ​ໄດ້​ຂາບໄຫວ້​ຢູ່​ໃນ​ນະຄອນ​ນີ້.”


ເມື່ອ​ເຖິງ​ວັນ​ນັ້ນ ປະຊາຊົນ​ຈະ​ຮ້ອງເພງ​ວ່າ, “ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າຢາເວ ແລະ​ຈົ່ງ​ຮ້ອງ​ອອກ​ພຣະນາມ​ຂອງ​ພຣະອົງ ຈົ່ງ​ບອກ​ຊົນຊາດ​ທັງຫລາຍ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ ຈົ່ງ​ບອກ​ໃຫ້​ພວກເຂົາ​ຮູ້ວ່າ​ພຣະນາມ​ຂອງ​ພຣະອົງ ເປັນທີ່​ຍົກຍ້ອງ​ຢ່າງສູງສຸດ


ດິນແດນ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ຮູບເຄົາຣົບ ແລະ​ຕ່າງ​ກໍ​ຂາບໄຫວ້​ວັດຖຸ​ທີ່​ຖືກ​ສ້າງ​ຂຶ້ນ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ.


ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ຂອງ​ເຈົ້າ​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງເຈົ້າ ຜູ້​ທີ່​ປົກປ້ອງ​ຄຸ້ມຄອງ​ເຈົ້າ​ກ່າວ​ດັ່ງນີ້: “ເຮົາ​ກຳລັງ​ເອົາ​ຈອກ​ທີ່​ເຮົາ​ໃຫ້​ເຈົ້າ​ດື່ມ​ໜີໄປ ທີ່​ໃຫ້​ເຈົ້າ​ດື່ມ​ລົງ​ໄປ​ຍ້ອນ​ຄວາມ​ໂກດຮ້າຍ. ເຈົ້າ​ຈະ​ບໍ່ໄດ້​ດື່ມ​ຈາກ​ຈອກ​ນັ້ນ​ອີກ​ຕໍ່ໄປ ເຫຼົ້າ​ອະງຸ່ນ​ທີ່​ເຮັດ​ໃຫ້​ເຈົ້າ​ຍ່າງ​ໂຊເຊ​ນັ້ນ.


ເພາະ​ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ເພື່ອ​ພວກເຮົາ ຂ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ; ຂ້ອຍ​ຈະ​ບອກ​ເຖິງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ ເພາະ​ພຣະອົງ​ໄດ້​ອວຍພອນ​ແກ່​ປະຊາຊົນ​ຢ່າງ​ບໍ່​ອັ້ນ ຄື​ປະຊາຊົນ​ອິດສະຣາເອນ ເພາະ​ຄວາມ​ເມດຕາ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ.


ພຣະອົງ​ຕ້ອນຮັບ​ຄົນ​ທີ່​ພົບ​ຄວາມ​ຊົມຊື່ນ​ຍິນດີ​ເພາະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຄື​ຜູ້​ທີ່​ຈົດຈຳ​ວ່າ​ພຣະອົງ​ຢາກ​ໃຫ້​ພວກເຂົາ​ດຳເນີນ​ຊີວິດ​ຢ່າງໃດ. ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ກໍ​ຍັງ​ເຮັດ​ບາບ​ຕໍ່ໄປ; ເຖິງ​ແມ່ນ​ວ່າ ພຣະອົງ​ໄດ້​ໂກດຮ້າຍ​ພວກ​ຂ້ານ້ອຍ​ຫຼາຍ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ສືບຕໍ່​ເຮັດ​ບາບ​ຕັ້ງແຕ່​ສະໄໝ​ບູຮານ​ມາ.


ເວລາ​ພີ່ນ້ອງ​ຂອງ​ຜູ້ຕາຍ ຄື​ຜູ້​ກຳກັບ​ການ​ສົ່ງສະການ​ຈະ​ນຳ​ເອົາ​ສົບ​ອອກ​ໄປ​ຈາກ​ເຮືອນ ລາວ​ຈະ​ເອີ້ນ​ໃສ່​ຜູ້​ທີ່​ເຫຼືອ​ຢູ່​ໃນ​ເຮືອນ​ນັ້ນ​ວ່າ, “ມີ​ຜູ້ໃດ​ຢູ່​ນຳ​ເຈົ້າ​ອີກ​ບໍ?” ສຽງ​ໜຶ່ງ​ຈະ​ຕອບ​ວ່າ, “ບໍ່ມີ.” ແລ້ວ​ພີ່ນ້ອງ​ຂອງ​ຄົນຕາຍ​ນັ້ນ​ກໍ​ຈະ​ເວົ້າ​ອີກ​ວ່າ, “ຢ່າສູ່ປາກ ພວກເຮົາ​ຕ້ອງ​ລະວັງ ຢ່າ​ສູ່​ໃຫ້​ຜູ້ໃດ​ເວົ້າ​ເຖິງ​ນາມ​ຂອງ​ພຣະເຈົ້າຢາເວ.”


ແຕ່ລະ​ຊົນຊາດ​ຕ່າງ​ກໍ​ຂາບໄຫວ້​ແລະ​ເຊື່ອຟັງ​ນາມ​ພະ​ຂອງຕົນ, ແຕ່​ພວກເຮົາ​ຈະ​ນະມັດສະການ​ແລະ​ເຊື່ອຟັງ​ພຣະນາມ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ຕະຫລອດໄປ​ເປັນນິດ.


ແລ້ວ​ພວກເຈົ້າ​ຈະ​ຮູ້ຈັກ​ຄວາມຈິງ ແລະ​ຄວາມຈິງ​ນັ້ນ​ຈະ​ເຮັດ​ໃຫ້​ພວກເຈົ້າ​ເປັນ​ອິດສະຫລະ.”


ແຕ່​ບັດນີ້ ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມ​ບາບ​ແລ້ວ ແລະ​ໄດ້​ກັບ​ມາ​ເປັນ​ທາດ​ຂອງ​ພຣະເຈົ້າ​ແລ້ວ ຜົນ​ຕອບ​ແທນ​ຂອງ​ພວກເຈົ້າ ຄື​ການ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ແລະ​ຜົນ​ສຸດທ້າຍ​ກໍ​ຄື​ຊີວິດ​ນິຣັນດອນ.


ຜູ້ໃດ​ເຮັດ​ໃຫ້​ເຈົ້າ​ຕ່າງ​ຈາກ​ຄົນອື່ນໆ ຫລື​ມີ​ສິ່ງໃດ​ທີ່​ເຈົ້າ​ບໍ່ໄດ້​ຮັບ, ຖ້າ​ເຈົ້າ​ໄດ້​ຮັບ​ແລ້ວ ເປັນຫຍັງ​ເຈົ້າ​ຈຶ່ງ​ອວດ​ເໝືອນ​ກັບ​ວ່າ​ເຈົ້າ​ບໍ່ໄດ້​ຮັບ​ເລີຍ?


ດ້ວຍເຫດນັ້ນ ຈົ່ງ​ໃຫ້​ພວກເຮົາ​ຖວາຍ​ຄຳ​ຍ້ອງຍໍ​ສັນລະເສີນ​ຕະຫລອດໄປ​ແກ່​ພຣະເຈົ້າ ເປັນ​ເຄື່ອງ​ບູຊາ​ໂດຍ​ທາງ​ພຣະອົງນັ້ນ ແລະ​ຍົກຍໍ​ພຣະນາມ​ຂອງ​ພຣະອົງ ດ້ວຍ​ສົບປາກ​ຂອງ​ພວກເຮົາ.


ເພື່ອ​ພວກເຈົ້າ​ຈະ​ບໍ່​ເຂົ້າ​ສ່ວນ​ກັບ​ປະຊາຊົນ​ຕ່າງໆ​ທີ່​ເຫຼືອ​ຢູ່​ກັບ​ພວກເຈົ້າ ຫລື​ຮ້ອງ​ຫາ​ພະ​ຂອງ​ພວກເຂົາ ຫລື​ສາບານ​ໃນ​ນາມ​ຂອງ​ບັນດາ​ພະ​ນັ້ນ ຫລື​ຂາບໄຫວ້​ມັນ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka