Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 26:12 - ພຣະຄຳພີສັກສິ

12 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໃຫ້​ພວກ​ຂ້ານ້ອຍ​ນັ້ນ ໄດ້​ຈະເລີນ​ຮຸ່ງເຮືອງ ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ ລ້ວນແຕ່​ແມ່ນ​ພຣະປະສົງ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ເອຊາຢາ 26:12
22 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໃຫ້​ເຫື່ອແຮງ​ແກ່​ປະຊາຊົນ​ຂອງ​ພຣະອົງ ພຣະເຈົ້າຢາເວ​ອວຍພອນ​ປະຊາຊົນ​ຂອງ​ພຣະອົງ​ໃຫ້​ມີ​ສັນຕິສຸກ.


ຂ້ານ້ອຍ​ຮ້ອງຫາ​ພຣະເຈົ້າ​ອົງ​ສູງສຸດ ຄື​ອົງ​ທີ່​ປະທານ​ສິ່ງ​ສາລະພັດ​ທີ່​ຂ້ານ້ອຍ​ຂາດ​ຢູ່​ນັ້ນ.


ຈາກ​ສະຫວັນ​ພຣະອົງ​ຈະ​ຕອບ​ທັງ​ຊ່ວຍ​ໃຫ້​ພົ້ນໄພ ແລະ​ປາບ​ພວກ​ທີ່​ກົດຂີ່​ຂ້ານ້ອຍ​ໃຫ້​ພ່າຍແພ້. ພຣະເຈົ້າ​ຈະ​ສຳແດງ​ໃຫ້​ເຫັນ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ແລະ​ຄວາມສັດຊື່​ຂອງ​ພຣະອົງ​ທີ່​ມີ​ແກ່​ຂ້ານ້ອຍ​ນັ້ນ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ສຳແດງ​ຣິດອຳນາດ​ຂອງ​ພຣະອົງ; ຂ້າແດ່​ພຣະເຈົ້າ ດັ່ງ​ທີ່​ພຣະອົງ​ເຄີຍ​ກະທຳ​ເພື່ອ​ນຳພາ​ພວກ​ຂ້ານ້ອຍ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ຂໍ​ຊົງ​ໂຜດ​ປະທານ​ພຣະພອນ​ໃຫ້​ດຳລົງ​ຢູ່​ນຳ​ພວກ​ຂ້ານ້ອຍ​ແດ່ທ້ອນ ຂໍ​ຊົງ​ໂຜດ​ປະທານ​ຄວາມ​ສຳເລັດຜົນ​ໃຫ້​ພວກ​ຂ້ານ້ອຍ ໃນ​ທຸກສິ່ງ​ທີ່​ພວກ​ຂ້ານ້ອຍ​ກະທຳ​ນັ້ນ.


ຂໍ​ໂຜດ​ໃຫ້​ມີ​ສັນຕິສຸກ​ເຖີດ ເປັນ​ສັນຕິສຸກ​ອັນ​ຄົບຖ້ວນ​ແກ່​ທຸກຄົນ​ດ້ວຍ ຄື​ຜູ້​ທີ່​ຢຶດໝັ້ນ​ແທ້ຈິງ​ໃນ​ເປົ້າໝາຍ​ຂອງຕົນ ແລະ​ແກ່​ທຸກຄົນ​ທີ່​ໄວ້ວາງໃຈ​ໃນ​ພຣະອົງ.


ແຕ່​ຖ້າ​ເຫຼົ່າ​ສັດຕູ​ຂອງ​ປະຊາຊົນ​ຂອງເຮົາ ຕ້ອງການ​ໃຫ້​ເຮົາ​ປົກປ້ອງ​ຄຸ້ມຄອງ​ພວກເຂົາ ຈົ່ງ​ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ​ສາ. ຖືກ​ແລ້ວ ໃຫ້​ພວກເຂົາ​ສ້າງ​ສັນຕິພາບ​ກັບ​ເຮົາ.”


ເມື່ອ​ພວກເຈົ້າ​ເຫັນ​ເດັກນ້ອຍ​ທີ່​ເຮົາ​ຈະ​ມອບ​ໃຫ້​ນັ້ນ ພວກເຈົ້າ​ຈະ​ຮັບຮູ້​ນາມຊື່​ຂອງ​ເຮົາ​ແມ່ນ​ອົງ​ບໍຣິສຸດ​ຂອງ​ຢາໂຄບ ແລະ​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ພວກເຈົ້າ​ຈະ​ຍ້ອງຍໍ​ໃຫ້ກຽດ​ເຮົາ​ແລະ​ເກງກົວ​ເຮົາ.


ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ບໍ່​ວິຕົກ​ກັງວົນ​ກັບ​ສິ່ງໃດໆ​ຕໍ່ໄປ ແລະ​ບ້ານເຮືອນ​ຂອງ​ພວກເຂົາ​ກໍ​ຈະ​ມີ​ແຕ່​ສັນຕິສຸກ ແລະ​ຄວາມ​ປອດໄພ.


ພວກເຈົ້າ​ຊອກຫາ​ບັນດາ​ພະ​ຕົນອື່ນ ຈົນ​ພວກເຈົ້າ​ເອງ​ໝົດເຮື່ອ​ໝົດແຮງ ແຕ່​ພວກເຈົ້າ​ກໍ​ຍັງ​ບໍ່​ຍອມ​ຍົກເລີກ. ພວກເຈົ້າ​ຄິດວ່າ​ບັນດາ​ຮູບ​ລາມົກ​ໃຫ້​ກຳລັງ​ພວກເຈົ້າ​ໄດ້; ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ຍອມ​ອ່ອນເພຍ.


ເຮົາ​ໃຫ້​ສັນຕິສຸກ​ແກ່​ທຸກຄົນ ທັງ​ຜູ້​ທີ່​ຢູ່​ໄກ​ແລະ​ຜູ້​ທີ່​ຢູ່​ໃກ້, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເຮົາ​ຈະ​ປິ່ນປົວ​ປະຊາຊົນ​ຂອງເຮົາ​ໃຫ້​ດີ.


ມີ​ເດັກນ້ອຍ​ຜູ້ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ພວກເຮົາ ມີ​ລູກຊາຍ​ຜູ້ໜຶ່ງ​ຖືກ​ມອບໝາຍ​ໃຫ້​ພວກເຮົາ​ແລ້ວ ພຣະອົງ​ຈະ​ຊົງ​ນາມ​ວ່າ, “ຜູ້​ປຶກສາ​ທີ່​ອັດສະຈັນ” “ພຣະເຈົ້າ​ຊົງຣິດ” “ພຣະບິດາ​ສືບໄປ” “ອົງ​ສັນຕິຣາດ”


ແຕ່​ເຮົາ​ຈະ​ປິ່ນປົວ​ເມືອງ​ນີ້ ແລະ​ປະຊາຊົນ​ຂອງເຮົາ ແລະ​ປົວແປງ​ສຸຂະພາບ​ຂອງ​ພວກເຂົາ​ຂຶ້ນໃໝ່. ເຮົາ​ຈະ​ໃຫ້​ພວກເຂົາ​ສະຫງົບສຸກ​ແລະ​ປອດໄພ​ຢ່າງ​ຫລວງຫລາຍ.


ແຕ່​ເຮົາ​ບໍ່ໄດ້​ກະທຳ ເພາະ​ມັນ​ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ​ທີ່​ໄດ້​ເຫັນ​ເຮົາ ນຳພາ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ​ອາດ​ເປັນ​ການ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ທ່າມກາງ​ຊົນຊາດ​ທັງຫລາຍ ທີ່​ໄດ້​ເຫັນ​ເຮົາ​ນຳ​ຊາດ​ອິດສະຣາເອນ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ແຕ່​ເຮົາ​ບໍ່ໄດ້​ເຮັດ ເພາະ​ການ​ເຮັດ​ເຊັ່ນນັ້ນ ອາດ​ລົດກຽດ​ໃຫ້​ແກ່​ນາມ​ຂອງເຮົາ ໃນ​ເມື່ອ​ເຮົາ​ໄດ້​ປະກາດ​ຕໍ່​ຊາດ​ອິດສະຣາເອນ​ໃນ​ທ່າມກາງ​ປະຊາຊົນ ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ​ວ່າ ເຮົາ​ຈະ​ນຳ​ພວກເຂົາ​ອອກ​ໄປ​ຈາກ​ປະເທດ​ເອຢິບ.


ເຮົາ​ຈະ​ເອົາ​ນໍ້າ​ສະອາດ​ຫົດສົງ​ພວກເຈົ້າ​ໃຫ້​ພົ້ນ​ມົນທິນ​ທັງໝົດ ອັນ​ເນື່ອງ​ມາ​ຈາກ​ການຂາບໄຫວ້​ຮູບເຄົາຣົບ.


ຂໍ​ພຣະເຈົ້າຢາເວ​ຫຼຽວເບິ່ງ​ພວກເຈົ້າ​ດ້ວຍ​ຄວາມ​ເມດຕາ​ເອັນດູ ແລະ​ໂຜດ​ສັນຕິສຸກ​ແກ່​ພວກເຈົ້າ​ເຖີດ.”


“ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ ເປັນ​ສັນຕິສຸກ​ຂອງເຮົາ ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນວາຍ​ເປັນທຸກໃຈ ແລະ​ຢ່າສູ່ຢ້ານ.


ເພາະວ່າ ເຮົາ​ທັງຫລາຍ​ເປັນ​ສີ​ພຣະຫັດ​ຂອງ​ພຣະອົງ ທີ່​ຊົງ​ສ້າງ​ຂຶ້ນ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພື່ອ​ໃຫ້​ປະກອບ​ການ​ດີ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ຈັດຕຽມ​ລ່ວງໜ້າ​ໄວ້​ກ່ອນ​ແລ້ວ ເພື່ອ​ໃຫ້​ເຮົາ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເຮັດ​ໃຫ້​ພວກເຈົ້າ ແລະ​ລູກຫລານ ມີ​ໃຈ​ເຊື່ອຟັງ​ເພື່ອ​ວ່າ​ພວກເຈົ້າ​ຈະ​ຮັກ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ດ້ວຍ​ສຸດໃຈ​ແລະ​ດ້ວຍ​ສຸດຈິດ​ຂອງ​ພວກເຈົ້າ ແລະ​ສືບຕໍ່​ອາໄສ​ຢູ່​ໃນ​ດິນແດນ​ນັ້ນ​ໄດ້.


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka