ເອຊາຢາ 26:1 - ພຣະຄຳພີສັກສິ1 ເມື່ອເຖິງວັນນັ້ນ ປະຊາຊົນຈະຮ້ອງເພງໃນດິນແດນຢູດາຍວ່າ: ເມືອງຂອງພວກເຮົາໜາແໜ້ນແລະເຂັ້ມແຂງ ພຣະເຈົ້າເອງປ້ອງກັນກຳແພງເມືອງໄວ້ Uka jalj uñjjattʼäta |
ສຽງແຫ່ງການໂຮຮ້ອງຍິນດີ ແລະຊົມຊື່ນ ແລະສຽງແຫ່ງຄວາມສຸກໃຈຂອງພິທີແຕ່ງງານ. ພວກເຈົ້າຈະໄດ້ຍິນປະຊາຊົນຮ້ອງເພງ ເມື່ອພວກເຂົານຳເຄື່ອງຖວາຍມາໂມທະນາຂອບພຣະຄຸນໃນວິຫານຂອງພຣະເຈົ້າຢາເວ; ພວກເຂົາຈະເວົ້າວ່າ, ຈົ່ງໂມທະນາຂອບພຣະຄຸນພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ເພາະພຣະເຈົ້າຢາເວຊົງຄຸນຄວາມດີ ຄວາມຮັກຂອງພຣະອົງດຳລົງຢູ່ສືບໄປເປັນນິດ. ເຮົາຈະເຮັດໃຫ້ດິນແດນນີ້ຈະເລີນຮຸ່ງເຮືອງດັ່ງຄາວແຕ່ກ່ອນ.” ພຣະເຈົ້າຢາເວກ່າວດັ່ງນັ້ນແຫຼະ.
ໃນທີ່ນີ້ ຊາວອິດສະຣາເອນໄດ້ຮ້ອງເພງວ່າ, “ບໍ່ນໍ້າເອີຍ ຂ້າຂໍເອີ່ຍເຜີຍວາຈີ ເປັນດົນຕຼີບັນເລງເພງຈາກໃຈ; ເຈົ້າຜະລິດນໍ້າລໍ້າຄ່າກວ່າສິ່ງໃດ ນໍ້າສົດໄສໄຫລຫລັ່ງທັ່ງອອກມາ. ໃຕ້ຕະບອງຄອງອຳນາດແຫ່ງຣາຊາ ນຳປະຊາຂຸດຄົ້ນບໍ່ນໍ້າໄສ; ໃຕ້ໄມ້ຄ້ອນເທົ້າເຫຼົ່າຫົວໜ້ານຳພາ ພ້ອມປະຊາຕັ້ງໜ້າເຮັດຕາມ.” ພວກເຂົາໄດ້ຍ້າຍຈາກຖິ່ນແຫ້ງແລ້ງກັນດານໄປເຖິງມັດຕານາ