Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 25:8 - ພຣະຄຳພີສັກສິ

8 ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ທຳລາຍ​ຄວາມຕາຍ​ຕະຫລອດໄປ ພຣະອົງ​ຈະ​ເຊັດ​ນໍ້າຕາ​ໃຫ້​ໝົດ​ທຸກຄົນ​ແລະ​ກຳຈັດ​ຄວາມ​ອັບອາຍ ທີ່​ປະຊາຊົນ​ຂອງ​ພຣະອົງ​ໄດ້​ຮັບ​ຢູ່​ທົ່ວໂລກ. ພຣະເຈົ້າຢາເວ​ເອງ​ໄດ້​ກ່າວ​ດັ່ງນີ້ແຫລະ.

Uka jalj uñjjattʼäta Copia luraña




ເອຊາຢາ 25:8
28 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ຕາຍ ລະງັບ​ນໍ້າຕາ​ແລະ​ຊ່ວຍ​ຂ້ານ້ອຍ​ບໍ່​ໃຫ້​ພ່າຍແພ້.


ການ​ອຸທິດຕົວ​ຕໍ່​ພຣະວິຫານ​ລຸກ​ໄໝ້​ຄື​ໄຟ​ຢູ່​ພາຍ​ໃນ ຄຳໝິ່ນປະໝາດ​ຂອງ​ຜູ້​ທີ່​ເຍາະເຍີ້ຍ​ພຣະອົງ​ກໍ​ຖືກ​ຂ້ານ້ອຍ​ແລ້ວ.


ຄົນ​ພວກ​ຂ້ານ້ອຍ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ມີ​ຊີວິດ​ຢູ່​ ຮ່າງກາຍ​ເຂົາເຈົ້າ​ຈະ​ກັບຄືນ​ມີ​ຊີວິດ​ອີກ​ຄັ້ງ. ທຸກຄົນ​ທີ່​ນອນ​ຫລັບ​ຢູ່​ໃນ​ຂຸມຝັງສົບ ຈະ​ຕື່ນ​ຂຶ້ນ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໃຫຍ່. ນໍ້າ​ຄ້າງ​ໃສເຫລື້ອມ​ເຮັດ​ໃຫ້​ໂລກນີ້​ສົດຊື່ນ​ສັນໃດ ພຣະອົງ​ຈະ​ເຮັດ​ໃຫ້​ຜູ້​ຕາຍໄປ​ແຕ່​ດົນນານ​ຟື້ນ​ຄືນ​ສັນນັ້ນ.


ພວກເຈົ້າ ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ບໍ່​ຮ້ອງໄຫ້​ຄໍ່າຄວນ​ອີກ​ຕໍ່ໄປ​ແລ້ວ. ອົງພຣະ​ຜູ້​ເປັນເຈົ້າ​ຍັງ​ເມດຕາ​ພວກເຈົ້າ ແລະ​ເມື່ອ​ພວກເຈົ້າ​ຮ້ອງຫາ​ພຣະອົງ​ໃຫ້​ຊ່ວຍເຫລືອ ພຣະອົງ​ຈະ​ຕອບ​ພວກເຈົ້າ.


ດວງຈັນ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ດັ່ງ​ຕາເວັນ ແລະ​ຕາເວັນ​ກໍ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ກວ່າ​ປົກກະຕິ​ເຖິງ​ເຈັດ​ເທົ່າ ດັ່ງ​ແສງແຈ້ງ​ຂອງ​ເຈັດ​ວັນ​ສ່ອງ​ໃສ່​ວັນ​ດຽວ. ເຫດການ​ນີ້​ຈະ​ເກີດຂຶ້ນ ເມື່ອ​ພຣະເຈົ້າຢາເວ​ໃຊ້​ຜ້າ​ພັນບາດ ແລະ​ປິ່ນປົວ​ແຜ ຊຶ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ພວກເຂົາ​ຈະ​ໄປຮອດ​ນະຄອນ​ຊີໂອນ​ຢ່າງ​ເບີກບານ​ໃຈ ທັງ​ຂັບຮ້ອງລຳ​ທຳເພງ​ດ້ວຍ​ຄວາມ​ຍິນດີ​ທັງນັ້ນ. ພວກເຂົາ​ຈະ​ໄດ້​ເປັນ​ສຸກໃຈ​ຢູ່​ຕະຫລອດໄປ ໂດຍ​ບໍ່​ໂສກເສົ້າ​ເຫງົາໃຈ​ແລະ​ຂົມຂື່ນ.


ພວກເຂົາ​ໄດ້​ນຳ​ຖ້ອຍຄຳ​ໄປ​ບອກ​ເອຊາຢາ​ດັ່ງນີ້: “ມື້ນີ້​ແມ່ນ​ມື້​ທີ່​ພວກເຮົາ​ເປັນທຸກໃຈ​ຫລາຍ; ພວກເຮົາ​ໄດ້​ຮັບ​ໂທດ​ໜັກ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ. ພວກເຮົາ​ເປັນ​ຄື​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ, ແຕ່​ອ່ອນເພຍ​ເກີນກວ່າ​ທີ່​ຈະ​ເບັ່ງ​ລູກ​ອອກ​ໄດ້.


ພວກ​ທີ່​ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ກໍ​ເຖິງ​ນະຄອນ​ເຢຣູຊາເລັມ ເບີກບານ​ໃຈ​ທັງ​ຮ້ອງລຳ​ທຳເພງ​ດ້ວຍ. ພວກເຂົາ​ຈະ​ມີ​ຄວາມສຸກ​ຕະຫລອດໄປ ຈະ​ບໍ່​ໂສກເສົ້າ​ເຫງົາໃຈ​ອີກ​ຈັກເທື່ອ.


ພວກ​ທີ່​ຮູ້ຈັກ​ສິ່ງ​ທີ່​ຖືກຕ້ອງ​ເອີຍ ຈົ່ງ​ຟັງ​ເທີ້ນ ພວກ​ທີ່​ມີ​ຄຳສັ່ງສອນ​ຂອງເຮົາ​ຝັງ​ທີ່​ຫົວໃຈ​ນັ້ນ. ຢ່າ​ສູ່​ຢ້ານກົວ​ແຕ່​ປະການ​ໃດ​ເລີຍ ເມື່ອ​ຄົນ​ກ່າວ​ຫຍໍ້ຫຍັນ​ນິນທາ​ພວກເຈົ້າ.


ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.


ເຈົ້າ​ຈະ​ບໍ່​ຖືກ​ປະຖິ້ມ ແລະ​ບໍ່​ເປັນ​ທີ່​ກຽດຊັງ​ອີກ​ຕໍ່ໄປ ບໍ່​ເປັນ​ນະຄອນ​ທີ່​ເສົ້າໝອງ​ແລະ​ຮ້າງເປົ່າ​ອີກ. ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ຍິ່ງໃຫຍ່​ແລະ​ງົດງາມ ເປັນ​ທີ່​ເບີກບານ​ໃຈ​ແລະ​ຍິນດີ​ໄປ​ຕະຫລອດ.


ຄວາມ​ອັບອາຍ​ຂາຍໜ້າ​ຂອງ​ພວກເຈົ້າ​ກໍ​ສິ້ນສຸດ​ໄປ ແລະ​ຈະ​ໄດ້​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຊັບສົມບັດ​ຂອງ​ພວກເຈົ້າ​ກໍ​ຈະ​ມີ​ເທົ່າຕົວ ພວກເຈົ້າ​ຈະ​ຊົມຊື່ນ​ຍິນດີ​ຢູ່​ຕະຫລອດ.


ເຮົາ​ເອງ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ຍ້ອນ​ນະຄອນ​ເຢຣູຊາເລັມ ແລະ​ປະຊາຊົນ​ໃນ​ນະຄອນ​ນີ້. ໃນ​ທີ່ນັ້ນ ຈະ​ບໍ່ມີ​ສຽງ​ຮ້ອງໄຫ້ ບໍ່ມີ​ສຽງ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ.


ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ກ່າວ ພວກເຈົ້າ​ຜູ້​ທີ່​ຢຳເກງ​ແລະ​ເຊື່ອຟັງ​ພຣະອົງ​ວ່າ: “ເພາະ​ພວກເຈົ້າ​ສັດຊື່​ຕໍ່​ເຮົາ ບາງຄົນ​ໃນ​ພວກເຈົ້າ​ເອງ​ຈະ​ກຽດຊັງ​ເຈົ້າ ແລະ​ຈະ​ບໍ່​ຄົບຫາ​ສະມາຄົມ​ກັບ​ເຈົ້າ. ພວກເຂົາ​ຈະ​ຫຍໍ້ຫຍັນ​ເຈົ້າ ແລະ​ເວົ້າ​ວ່າ, ‘ຂໍ​ໃຫ້​ພຣະເຈົ້າຢາເວ​ສຳແດງ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ແລະ​ຊ່ວຍ​ເຈົ້າ​ໃຫ້​ພົ້ນ​ສາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຫັນ​ເຈົ້າ​ມີ​ຄວາມສຸກ,’ ແຕ່​ພວກເຂົາ​ເອງ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ເຊົາ​ຮ້ອງໄຫ້​ແລະ​ເຊັດ​ນໍ້າຕາ​ຂອງເຈົ້າ​ສາ ທຸກສິ່ງ​ທີ່​ເຈົ້າ​ໄດ້​ກະທຳ​ເພື່ອ​ລູກ​ຂອງເຈົ້າ​ນັ້ນ ຈະ​ເສຍລ້າໆ​ໂດຍ​ບໍ່ໄດ້​ຮັບ​ບຳເໜັດ​ກໍ​ບໍ່​ຫ່ອນ​ເປັນ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ພວກເຂົາ​ຈະ​ກັບ​ມາ​ຈາກ​ດິນແດນ​ສັດຕູ​ຂອງ​ພວກເຂົາ.


ເຮົາ​ຈະ​ບໍ່​ຊ່ວຍ​ປະຊາຊົນ​ນີ້​ໃຫ້​ພົ້ນ​ຈາກ​ພິພົບ​ຄົນຕາຍ ຫລື​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄວາມຕາຍ. ໂອ ຄວາມຕາຍ​ເອີຍ ຈົ່ງ​ມາ​ພ້ອມ ກັບ​ໄພພິບັດ​ຂອງ​ເຈົ້າ. ເຮົາ​ຈະ​ບໍ່​ສົງສານ​ປະຊາຊົນ​ນີ້​ຕໍ່ໄປ​ອີກ​ແລ້ວ.


ນາງ​ເວົ້າ​ຂຶ້ນ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊ່ວຍເຫລືອ​ຂ້ານ້ອຍ ບັດນີ້​ພຣະອົງ​ໄດ້​ຍົກ​ຄວາມ​ນິນທາ​ຂອງ​ຂ້ານ້ອຍ ທີ່​ມີ​ຢູ່​ທ່າມກາງ​ຄົນ​ທັງຫລາຍ​ອອກ​ເສຍ.”


ສັດຕູ​ໂຕ​ສຸດທ້າຍ​ທີ່​ຈະ​ຖືກ​ດັບສູນ​ແມ່ນ​ຄວາມ​ຕາຍ.


ດັ່ງນັ້ນ ເມື່ອໃດ​ສະພາບ​ທີ່​ເປື່ອຍເນົ່າ​ໄດ້​ສວມ​ສະພາບ​ທີ່​ບໍ່​ເປື່ອຍເນົ່າ ແລະ​ກາຍ​ທີ່​ຕາຍ​ເປັນ​ໄດ້​ສວມ​ກາຍ​ທີ່​ຕາຍ​ບໍ່​ເປັນ ເມື່ອນັ້ນ​ແຫຼະ ຂໍ້ຄວາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ກໍ​ຈະ​ສຳເລັດ ຄື​ຄວາມ​ຕາຍ​ໄດ້​ຖືກ​ທຳລາຍ​ສາ​ແລ້ວ ແລະ​ຄວາມ​ມີໄຊ​ກໍ​ຄົບຖ້ວນ​ສາ​ແລ້ວ


ແຕ່​ບັດນີ້ ພຣະຄຸນ​ນັ້ນ​ຖືກ​ເປີດເຜີຍ​ໃຫ້​ພວກເຮົາ​ໄດ້​ເຫັນ ໂດຍ​ການ​ສະເດັດ​ມາ​ປາກົດ​ຂອງ​ພຣະຄຣິດເຈົ້າ​ເຢຊູ​ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຂອງ​ພວກເຮົາ ພຣະອົງ​ໄດ້​ກຳຈັດ​ຣິດ​ແຫ່ງ​ຄວາມ​ຕາຍ​ໃຫ້​ສິ້ນສຸດ​ໄປ ແລະ​ໄດ້​ເປີດເຜີຍ​ຢ່າງ​ຈະແຈ້ງ​ເຖິງ​ຊີວິດ​ອັນ​ຕາຍ​ບໍ່​ເປັນ ໂດຍ​ທາງ​ຂ່າວປະເສີດ.


ຖ້າ​ເຈົ້າ​ທັງຫລາຍ​ຖືກ​ໝິ່ນປະໝາດ ເພາະ​ພຣະນາມ​ຂອງ​ພຣະຄຣິດ ພວກເຈົ້າ​ກໍ​ເປັນ​ສຸກ ເພາະວ່າ​ພຣະວິນຍານ ຜູ້​ຊົງ​ສະຫງ່າຣາສີ ຄື​ພຣະວິນຍານ​ຂອງ​ພຣະເຈົ້າ ຊົງ​ສະຖິດ​ຢູ່​ກັບ​ພວກເຈົ້າ.


ຄວາມຕາຍ​ແລະ​ແດນ​ມໍຣະນາ ກໍໄດ້​ຖືກ​ຖິ້ມ​ລົງ​ໃນ​ບຶງໄຟ. ບຶງ​ໄຟ​ນີ້​ແຫຼະ ເປັນ​ຄວາມ​ຕາຍ​ຄັ້ງ​ທີ​ສອງ.


ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ. ຄວາມຕາຍ​ຈະ​ບໍ່ມີ​ອີກ​ຕໍ່ໄປ. ຄວາມ​ໂສກເສົ້າ, ການ​ຮ້ອງໄຫ້ ແລະ​ຄວາມ​ເຈັບປວດ​ຈະ​ບໍ່ມີ​ອີກ​ຕໍ່ໄປ ເພາະວ່າ​ສິ່ງ​ທີ່​ມີ​ຢູ່​ໃນ​ຄາວ​ກ່ອນ​ນັ້ນ ກໍໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.”


ເພາະ​ພຣະ​ເມສານ້ອຍ​ທີ່​ປະທັບ​ຢູ່​ທ່າມກາງ​ພຣະຣາຊບັນລັງ​ນັ້ນ ຈະ​ເປັນ​ພຣະຜູ້ລ້ຽງ​ຂອງ​ພວກເຂົາ. ພຣະອົງ​ຈະ​ຊົງ​ນຳ​ພວກເຂົາ​ໄປ​ເຖິງ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ. ແລະ​ພຣະເຈົ້າ​ຈະ​ຊົງ​ເຊັດ​ນໍ້າຕາ​ທຸກ​ຢົດ​ຈາກ​ຕາ​ຂອງ​ພວກເຂົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka