Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 25:5 - ພຣະຄຳພີສັກສິ

5 ດັ່ງ​ຄວາມ​ແຫ້ງແລ້ງ​ເກີດຂຶ້ນ​ໃນ​ດິນແດນ ແຕ່​ແມ່ນ​ພຣະອົງ​ທີ່​ເຮັດ​ໄດ້; ຄື​ເຮັດ​ໃຫ້​ສັດຕູ​ຜູ້​ໂຫດຮ້າຍ​ມິດງຽບ​ໄປ ດັ່ງ​ເມກ​ເຮັດ​ໃຫ້​ຊຸ່ມເຢັນ​ໃນ​ມື້​ທີ່​ມີ​ແດດຮ້ອນ.

Uka jalj uñjjattʼäta Copia luraña




ເອຊາຢາ 25:5
27 Jak'a apnaqawi uñst'ayäwi  

ພຣະອົງ​ໄດ້​ໃຊ້​ເມກ​ປົກບັງ​ປະຊາຊົນ​ຂອງ​ພຣະອົງ ແລະ​ໃຊ້​ໄຟ​ເພື່ອ​ເປັນ​ແສງ​ສະຫວ່າງ​ໃນ​ເວລາ​ກາງຄືນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ໄພພິບັດ​ມາ​ເທິງ​ແຜ່ນດິນ​ໂລກ ແລະ​ລົງໂທດ​ຄົນຊົ່ວຮ້າຍ​ທຸກຄົນ​ເພາະ​ການບາບ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ຄົນ​ອວດອົ່ງ​ຈອງຫອງ​ທຸກຄົນ​ຖ່ອມໃຈ ແລະ​ຈະ​ລົງໂທດ​ຄົນ​ອວດດີ​ແລະ​ຄົນ​ຮ້າຍກາດ​ທຸກຄົນ.


ແຕ່​ເຈົ້າ​ພັດ​ບໍ່ມີ​ຂຸມຝັງສົບ. ຊາກສົບ​ຂອງ​ເຈົ້າ​ຖືກ​ໂຍນ​ອອກ​ໄປ ປະ​ໃຫ້​ເປື່ອຍເນົ່າ​ຢູ່​ລຸ່ມ​ຊາກສົບ​ຂອງ​ພວກ​ທະຫານ​ຊຶ່ງ​ຖຶກ​ຂ້າ​ໃນ​ສະໜາມຮົບ ແລະ​ໄດ້​ຖືກ​ໂຍນ​ລົງ​ພ້ອມ​ກັນ​ໄປ​ໃນ​ເຫວ​ແລະ​ຖືກ​ຢຽບຢໍ່າ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຮົາ​ຈະ​ເບິ່ງ​ລົງ​ຈາກ​ສະຫວັນ​ຢ່າງ​ງຽບໆ ດັ່ງ​ນໍ້າ​ຄ້າງ​ຕອນ​ກາງຄືນ​ອັນ​ອົບເອົ້າ​ທີ່​ລວມຕົວ​ກັນ​ໃນ​ລະດູ​ເກັບກ່ຽວ ດັ່ງ​ດວງອາທິດ​ອັນ​ງຽບ​ສະຫງັດ​ໃນ​ຕອນ​ກາງເວັນ​ທີ່​ສ່ອງແຈ້ງ.


ທີ່​ເທິງ​ພູເຂົາ​ຊີໂອນ​ບ່ອນ​ນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ຈະ​ຕຽມ​ງານກິນລ້ຽງ​ໃຫຍ່​ສຳລັບ​ຊົນຊາດ​ທັງໝົດ​ໃນ​ໂລກ ຄື​ການ​ກິນລ້ຽງ​ໃຫຍ່​ທີ່​ມີ​ອາຫານ​ບໍຣິບູນ​ທີ່ສຸດ ແລະ​ມີ​ເຫຼົ້າ​ອະງຸ່ນ​ທີ່​ດີເລີດ.


ພວກເຂົາ​ຈະ​ບໍ່​ຫິວເຂົ້າ ແລະ​ຢາກ​ນໍ້າ​ອີກ​ຕໍ່ໄປ ຕາເວັນ​ແລະ​ຖິ່ນ​ແຫ້ງແລ້ງ​ກັນດານ​ຈະ​ບໍ່​ທຳຮ້າຍ ດ້ວຍວ່າ, ພວກເຂົາ​ມີ​ຜູ້​ນຳພາ​ທີ່​ຮັກແພງ​ພວກເຂົາ​ຫລາຍ ພຣະອົງ​ຈະ​ນຳພາ​ພວກເຂົາ​ໄປ​ສູ່​ບໍ່​ນໍ້າພຸ.


ເຈົ້າ​ກັບ​ກອງທັບ​ຂອງເຈົ້າ​ຕະຫລອດ​ທັງ​ບັນດາ​ຊົນຊາດ​ທີ່​ໄດ້​ມາ​ກັບ​ເຈົ້າ​ນັ້ນ ຈະ​ໂຈມຕີ​ດັ່ງ​ພະຍຸຮ້າຍ ແລະ​ຄວບຄຸມ​ດິນແດນ​ດັ່ງ​ກ້ອນເມກ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka