ເອຊາຢາ 25:4 - ພຣະຄຳພີສັກສິ4 ຄົນຍາກຈົນຂາດທີ່ເພິ່ງໄດ້ປົບມາຫາພຣະອົງ ແລະໄດ້ມີຄວາມປອດໄພໃນຄາວເດືອດຮ້ອນ. ພຣະອົງໄດ້ໃຫ້ພວກເຂົາມີບ່ອນຊົ້ນຈາກພະຍຸຮ້າຍ ແລະໃຫ້ເພິ່ງໃນຮົ່ມຈາກແສງແດດຮ້ອນ. ເຫຼົ່າສັດຕູຜູ້ໂຫດຮ້າຍກໍໄດ້ມາໂຈມຕີ ດັ່ງກັບພະຍຸຮ້າຍໂຈມຕີຍາມລະດູໜາວ Uka jalj uñjjattʼäta |
ພວກເຂົາເວົ້າກັບປະຊາຊົນຊາວຢູດາວ່າ, “ຈົ່ງບອກພວກເຮົາວ່າຄວນຈະເຮັດຢ່າງໃດດີ. ຂໍປົກປ້ອງພວກເຮົາໄວ້ດັ່ງຕົ້ນໄມ້ໃຫ້ຮົ່ມເຢັນ ໃນທ່າມກາງແສງແດດຂອງຕອນທ່ຽງດ້ວຍ; ແລະຂໍໃຫ້ພວກເຮົາໄດ້ພັກຜ່ອນຢູ່ໃຕ້ຮົ່ມຂອງພວກເຈົ້າເຖີດ. ພວກເຮົາເປັນຊາວອົບພະຍົບ ຂໍເຊື່ອງພວກເຮົາໄວ້ຢູ່ໃນບ່ອນທີ່ບໍ່ມີຜູ້ໃດຫາພົບໄດ້ແດ່.
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.