2 ພຣະອົງໄດ້ປ່ຽນເມືອງຕ່າງໆໃຫ້ຮົກຮ້າງເພພັງ ແລະທຳລາຍປ້ອມປ້ອງກັນເມືອງຂອງເຂົາເຈົ້າ. ຜາສາດຣາຊວັງທີ່ເຫຼົ່າສັດຕູໄດ້ສ້າງຂຶ້ນມາ ກໍໄດ້ສູນເສຍຕະຫລອດໄປສາແລ້ວ.
ເມື່ອພຣະອົງມ້າງລົງແລ້ວ ມີຜູ້ໃດເດຈະກໍ່ຂຶ້ນໃໝ່ໄດ້ແດ່? ແລະຜູ້ທີ່ພຣະອົງຄຸມຂັງ ໃຜຈະປົດປ່ອຍໄດ້?
ຈະບໍ່ມີຜູ້ໃດອາໄສຢູ່ໃນທີ່ນັ້ນອີກຕໍ່ໄປ. ແມ່ນແຕ່ນັກເດີນທາງຊາວອາຣັບກໍຈະບໍ່ກາງເຕັນໃສ່ທີ່ນັ້ນ ແລະຈະບໍ່ມີຜູ້ໃດໄປລ້ຽງຝູງແກະຂອງຕົນໃນທີ່ນັ້ນ.
ມັນຈະເປັນບ່ອນເປົ່າປ່ຽວທີ່ສັດປ່າອາໄສແລະໂຕເຈຍເຮັດຮັງຢູ່. ນົກກະຈອກເທດຈະຢູ່ທີ່ນັ້ນ ແລະແບ້ປ່າກໍຈະກະໂດດເຕັ້ນໄປມາຕາມບ່ອນຮົກຮ້າງເພພັງ.
ຫໍຄອຍກັບຜາສາດຣາຊວັງຕ່າງໆຈະມີສຽງດັງກ້ອງຂອງໝາປ່າແລະໝາໄນ. ເວລາຂອງນະຄອນບາບີໂລນໄດ້ມາຮອດສາແລ້ວ ມື້ຂອງນະຄອນບາບີໂລນກຳລັງຈະຈົບສິ້ນລົງແລ້ວ.”
“ເຮົາຈະປ່ຽນນະຄອນບາບີໂລນໃຫ້ເປັນບຶງ ແລະຝູງນົກເຄົ້າຈະຢູ່ທີ່ນັ້ນ. ເຮົາຈະໃຊ້ຟອຍກວາດນະຄອນບາບີໂລນ ພ້ອມທັງສັບພະທຸກສິ່ງໄປໃຫ້ໝົດ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກ່າວດັ່ງນີ້ແຫລະ.
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ດາມັສກັດຈະບໍ່ເປັນນະຄອນອີກຕໍ່ໄປ; ແຕ່ຈະເປັນພຽງກອງສິ່ງຮົກຮ້າງເພພັງເທົ່ານັ້ນ.
ຊາດອິດສະຣາເອນຈະຂາດທີ່ປ້ອງກັນ ແລະນະຄອນດາມັສກັດກໍຈະສູນເສຍເອກະລາດ. ຊາວຊີເຣຍຜູ້ທີ່ຍັງລອດຊີວິດຢູ່ຈະຖືກອັບອາຍຂາຍໜ້າເໝືອນກັນກັບຊາວອິດສະຣາເອນ.” ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
ໃນທັນໃດນັ້ນ ກໍມີຄົນມາ ຄົນຂີ່ມ້າຄຽງຄູ່ກັນມາ. ຄົນເຝົ້າຍາມສົ່ງຂ່າວໃຫ້ຮູ້ວ່າ, “ນະຄອນບາບີໂລນແຕກແລ້ວ ຮູບເຄົາຣົບທັງໝົດທີ່ພວກເຂົາຂາບໄຫວ້ນັ້ນກໍແຕກເປັນປ່ຽງໆ ຢາຍເດຍລະດາດຢູ່ຕາມໜ້າດິນ.”
ພຣະເຈົ້າຢາເວໄດ້ຢຽດມືຂອງພຣະອົງອອກເທິງທະເລ ແລະໄດ້ໂຄ່ນລົ້ມຣາຊອານາຈັກຕ່າງໆ. ພຣະອົງໄດ້ສັ່ງໃຫ້ສູນການຄ້າຕ່າງໆໃນໂຟນີເຊຍຖືກທຳລາຍ.
ແມ່ນຊາວບາບີໂລນ ແຕ່ບໍ່ແມ່ນຊາວອັດຊີເຣຍ ທີ່ໄດ້ປ່ອຍໃຫ້ພວກສັດປ່າຢຽບຢໍ່າເມືອງຕີເຣ. ແມ່ນຊາວບາບີໂລນທີ່ໄດ້ປິດລ້ອມຫໍຄອຍຕ່າງໆ ຮື້ປ້ອມທີ່ປ້ອງກັນເມືອງຕີເຣ ແລະປະປ່ອຍໃຫ້ເປັນເມືອງຮົກຮ້າງເພພັງ.
ຢູ່ໃນເມືອງເກີດສັບສົນວຸ້ນວາຍກັນໄປໝົດ ແລະຊາວເມືອງກໍຢູ່ໃນເຮືອນອັດປະຕູໃສ່ໄລໄວ້ເພື່ອຄວາມປອດໄພ.
ພຣະອົງຈະທຳລາຍປ້ອມປ້ອງກັນເມືອງບ່ອນສູງໆໃນດິນແດນໂມອາບລົງ ແລະເຮັດໃຫ້ມັນຮົກຮ້າງເພພັງຈົນກາຍເປັນຂີ້ຝຸ່ນ.
ພຣະອົງໄດ້ເຮັດໃຫ້ຄົນຈອງຫອງຖ່ອມຕົວລົງ ແລະທຳລາຍເມືອງອັນເຂັ້ມແຂງຂອງພວກເຂົາຖິ້ມ ຄືເມືອງທັງຫລາຍທີ່ພວກເຂົາໄດ້ຢູ່ອາໄສ ແລະທຳລາຍໝຸ່ນທະລາຍໃຫ້ເປັນຂີ້ຝຸ່ນ.
ເມືອງທີ່ມີປ້ອມປ້ອງກັນກໍຮົກຮ້າງເພພັງ ຂາດຄົນຢູ່ອາໄສດັ່ງຖິ່ນແຫ້ງແລ້ງກັນດານອັນເປົ່າແປນ. ມັນກາຍເປັນທົ່ງທີ່ສັດພັກຜ່ອນແລະເລາະກິນຫຍ້າ.
ແມ່ນແຕ່ຣາຊວັງກໍຈະຖືກປະຖິ້ມ ແລະເມືອງຫລວງກໍຈະຮ້າງຫວ່າງເປົ່າຢ່າງໝົດສິ້ນ. ເຮືອນແລະປ້ອມປ້ອງກັນທັງຫລາຍຈະຮົກຮ້າງເພພັງຕະຫລອດໄປ. ລໍປ່າຈະທ່ຽວຫລິ້ນຢູ່ທີ່ນັ້ນ ແລະຝູງແກະກໍຈະກິນຫຍ້າຢູ່ທີ່ນັ້ນ.
ແຕ່ໝາກເຫັບຈະຕົກໃນປ່າ ແລະເມືອງກໍຈະເພພັງລົງ.
ກົກໜາມໃຫຍ່ນ້ອຍຈະປົ່ງຂຶ້ນເຕັມຣາຊວັງ ແລະຕາມກຳແພງເມືອງ ແລະທີ່ນັ້ນຈະເປັນບ່ອນຢູ່ຂອງໝາປ່າແລະນົກເຄົ້າ.
ເຈົ້າຍັງບໍ່ເຄີຍໄດ້ຍິນບໍວ່າ ເຮົາວາງແຜນການທັງໝົດນີ້ໄວ້ຕັ້ງນານແລ້ວ? ບັດນີ້ ເຮົາກໍດຳເນີນຕາມແຜນການນັ້ນ. ເຮົາໄດ້ໃຫ້ອຳນາດແກ່ເຈົ້າປ່ຽນນະຄອນທີ່ມີປ້ອມປ້ອງກັນ ໃຫ້ເປັນກອງສິ່ງຮົກຮ້າງເພພັງ.
ບໍ່ມີຫີນກ້ອນໃດໆຈາກບ່ອນຮົກຮ້າງເພພັງຂອງເຈົ້າ ຈະຖືກນຳມາໃຊ້ໃນການກໍ່ສ້າງໄດ້ອີກ. ເຈົ້າຈະເປັນດັ່ງຖິ່ນແຫ້ງແລ້ງກັນດານຕະຫລອດໄປ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະໃຫ້ນະຄອນເຢຣູຊາເລັມເປັນກອງສິ່ງເພພັງ ເປັນບ່ອນໜຶ່ງທີ່ຝູງໝາປ່າພາກັນອາໄສຢູ່; ເມືອງຢູດາຍຈະກາຍເປັນຖິ່ນແຫ້ງແລ້ງກັນດານ ເປັນບ່ອນໜຶ່ງຊຶ່ງບໍ່ມີຄົນອາໄສຢູ່.”
ໃຫ້ຂົນເອົາຊັບສິນຂອງຊາວເມືອງອອກມາກອງຢູ່ທີ່ສີ່ແຍກກາງເມືອງ ແລະຈູດເມືອງ ພ້ອມທັງຈູດທຸກໆສິ່ງໃນເມືອງນັ້ນ ເປັນການຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຈົ່ງປ່ອຍໃຫ້ເປັນເມືອງຮ້າງຢູ່ຢ່າງນັ້ນຕະຫລອດໄປ ແລະຢ່າສ້າງຂຶ້ນໃໝ່ເປັນເດັດຂາດ.
ພວກເຂົາໄດ້ເອົາຂີ້ຝຸ່ນດິນໃສ່ຫົວຂອງຕົນ ພ້ອມທັງຮ້ອງໄຫ້ແລະໂສກເສົ້າ ເອີ່ຍຂຶ້ນວ່າ, “ວິບັດ ວິບັດແລ້ວ ມະຫານະຄອນນີ້ ຊຶ່ງໄດ້ເຮັດໃຫ້ຄົນທັງໝົດທີ່ມີເຮືອກຳປັ່ນເດີນທະເລ ເປັນຄົນຮັ່ງມີດ້ວຍຊັບສົມບັດຂອງນາງ, ພາຍໃນຊົ່ວໂມງດຽວ ກໍຖືກຊົງທຳລາຍເສຍໄປໝົດ.”