Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 25:1 - ພຣະຄຳພີສັກສິ

1 ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ຍ້ອງຍໍ​ໃຫ້ກຽດ​ພຣະອົງ ແລະ​ສັນລະເສີນ​ພຣະນາມ​ພຣະເຈົ້າ. ພຣະອົງ​ນັ້ນ​ໄດ້​ເຮັດ​ສິ່ງ​ອັດສະຈັນ​ນາໆ​ປະການ ພຣະອົງ​ເຮັດ​ຕາມ​ແຜນການ​ທີ່​ຊົງ​ໄດ້​ວາງ​ໄວ້.

Uka jalj uñjjattʼäta Copia luraña




ເອຊາຢາ 25:1
41 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ຢາກ​ໃຫ້​ພຣະ​ຣາຊກິດ​ອັນ​ອັດສະຈັນ​ຂອງ​ພຣະອົງ​ເປັນ​ທີ່​ຈົດຈຳ ເພາະ​ພຣະອົງ​ມີ​ໃຈ​ເມດຕາ​ແລະ​ກະລຸນາ​ດ້ວຍ.


ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ໂມທະນາ​ຂອບພຣະຄຸນ​ພຣະອົງ ແລະ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ.


ຂ້ານ້ອຍ​ຈະ​ປະກາດ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະອົງ ພຣະເຈົ້າ​ແລະ​ກະສັດ​ຂອງ​ຂ້ານ້ອຍ​ເອີຍ. ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ສືບໄປ​ເປັນນິດ.


ຂ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ​ຕາບໃດ​ທີ່​ມີ​ຊີວິດ​ຢູ່ ຂ້ອຍ​ຈະ​ຮ້ອງເພງ​ຖວາຍ​ແດ່​ພຣະເຈົ້າ​ຂອງ​ຂ້ອຍ​ຊົ່ວຊີວິດ​ຂ້ອຍ.


ພຣະອົງ​ເປັນ​ທີ່​ເພິ່ງ​ຂອງ​ຂ້ານ້ອຍ​ຕະຫລອດ​ມາ ຂໍ​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ​ຈາກ​ສັດຕູ ແລະ ຜູ້​ທີ່​ຂົ່ມເຫັງ​ຂ້ານ້ອຍ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ໄດ້​ຊົງ​ກະທຳ​ຫລາຍ​ຢ່າງ​ສຳລັບ​ພວກ​ຂ້ານ້ອຍ ບໍ່ມີ​ຜູ້ໃດ​ຄື​ພຣະອົງ​ທີ່​ເຮັດ​ສິ່ງ​ອັດສະຈັນ​ໃຫ້​ໄດ້​ເຫັນ ຊຶ່ງ​ມີ​ຫລາຍ​ຢ່າງ​ຈົນ​ຂ້ານ້ອຍ​ບໍ່​ສາມາດ​ກ່າວ​ໝົດ​ເພາະ​ມີ​ຫລາຍ​ແທ້ໆ.


ການ​ບູຊາ​ກັບ​ເຄື່ອງ​ຖວາຍ​ນັ້ນ ພຣະອົງ​ບໍ່​ຕ້ອງການ ພຣະອົງ​ບໍ່ໄດ້​ຂໍ​ໃຫ້​ເຜົາ​ສັດ​ທັງ​ໂຕ​ຖວາຍບູຊາ ຫລື​ຖາມ​ຫາ​ເຄື່ອງ​ບູຊາ​ລືບລ້າງ​ບາບ​ທັງຫລາຍ ແຕ່​ໃຫ້​ຂ້ານ້ອຍ​ມີ​ຫູ​ເພື່ອ​ຟັງ​ສຽງ​ຂອງ​ພຣະເຈົ້າ.


ພຣະອົງ​ຊົງ​ກ່າວ​ວ່າ, “ຈົ່ງ​ງຽບສະຫງົບ​ຢູ່ ແລະ​ຈົ່ງ​ຮູ້​ເຖີດ​ວ່າ​ເຮົາ​ຄື​ພຣະເຈົ້າ ເຮົາ​ເປັນ​ທີ່​ຍົກຍໍ​ໃນ​ທ່າມກາງ​ບັນດາ​ປະຊາຊາດ ເຮົາ​ເປັນ​ທີ່​ຍົກຍໍ​ເທິງ​ແຜ່ນດິນ​ໂລກ.”


ພຣະເຈົ້າ​ຊົງ​ກ່າວ​ວ່າ, “ເຮົາ​ໄດ້​ຕັ້ງ​ເວລາ​ໄວ້​ສຳລັບ​ການ​ພິພາກສາ ເຮົາ​ຈະ​ຕັດສິນ​ຢ່າງ​ຍຸດຕິທຳ.


ພວກເຮົາ​ຈະ​ບໍ່​ອຳ​ໄວ້​ຈາກ​ລູກໆ​ຂອງ​ພວກເຮົາ ຈົ່ງ​ບອກ​ເຊື້ອສາຍ​ທີ່​ເກີດ​ມາ​ພາຍ​ຫລັງ​ນັ້ນ ເຖິງ​ຣິດທານຸພາບ ແລະ​ສິ່ງ​ຍິ່ງໃຫຍ່​ທັງຫລາຍ ຕະຫລອດ​ທັງ​ສິ່ງ​ອັດສະຈັນ​ທີ່​ພຣະເຈົ້າຢາເວ​ກະທຳ​ນັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ຂັບຮ້ອງ​ບົດເພງ ເຖິງ​ພຣະຄຸນ​ຄວາມດີ​ຢູ່​ເລື້ອຍໆ. ຂ້ານ້ອຍ​ຈະ​ປະກາດ​ຄວາມສັດຊື່​ຂອງ​ພຣະອົງ ຕະຫລອດໄປ​ເປັນນິດ.


ຈົ່ງ​ຮ້ອງເພງ​ບົດໃໝ່​ຖວາຍ​ແກ່ ພຣະເຈົ້າຢາເວ ເພາະ​ສິ່ງ​ອັນ​ໜ້າ​ງຶດງໍ້​ອັດສະຈັນ​ທີ່​ພຣະອົງ​ໄດ້​ກະທຳ​ນັ້ນ. ຍ້ອນ​ຣິດເດດ​ອຳນາດ​ແລະ​ພຣະ​ກຳລັງ​ອັນ​ບໍຣິສຸດ ພຣະອົງ​ໄດ້​ນຳ​ໄຊຊະນະ​ມາ​ສູ່​ພຣະອົງເອງ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ອົງ​ບໍຣິສຸດ​ຕໍ່ໜ້າ​ພຣະ​ບັນລັງ​ເຖີດ.


ພຣະເຈົ້າຢາເວ​ເປັນ​ປ້ອມ​ປ້ອງກັນ​ຢ່າງ​ເຂັ້ມແຂງ; ພຣະອົງ​ເປັນ​ແຫລ່ງ​ແຫ່ງ​ການ​ຊ່ວຍ​ກູ້​ຈາກ​ໂພຍໄພ​ຮ້າຍ. ພຣະອົງ​ເປັນ​ພຣະເຈົ້າ​ທີ່​ຂ້ານ້ອຍ​ຈະ​ຍ້ອງຍໍ​ສັນລະເສີນ; ເປັນ​ພຣະເຈົ້າ​ແຫ່ງ​ພຣະບິດາ ຈຶ່ງ​ຂໍ​ຍົກ​ຍໍ​ພຣະ​ຣິດທານຸພາບ.


ເພິ່ນ​ຈະ​ປົກຄອງ​ຊົນຊາດ​ຂອງເພິ່ນ​ໂດຍ​ຕົນເອງ ດ້ວຍ​ຄວາມ​ຍຸດຕິທຳ​ແລະ​ດ້ວຍ​ຄວາມສັດຊື່.


ເມື່ອ​ເຖິງ​ມື້​ນັ້ນ ປະຊາຊົນ​ຈະ​ຮ້ອງລຳ​ທຳເພງ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ ພຣະອົງ​ໄດ້​ໂກດຮ້າຍ​ຂ້ານ້ອຍ ແຕ່​ບັດນີ້​ພຣະອົງ​ເລົ້າໂລມ​ໃຈ ແລະ​ບໍ່​ໂກດຮ້າຍ​ຕໍ່ໄປ​ອີກ​ແລ້ວ


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ມີ​ຄົນອື່ນ​ປົກຄອງ​ພວກ​ຂ້ານ້ອຍ ແຕ່​ພວກ​ຂ້ານ້ອຍ​ຍອມຮັບ​ນາມຊື່​ຂອງ​ພຣະອົງ​ອົງດຽວ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ.


ຂ້ແດ່​ພຣະເຈົ້າຢາເວ ໃນ​ທາງ​ແຫ່ງ​ການ​ຕັດສິນ​ຂອງ​ພຣະອົງ ພວກ​ຂ້ານ້ອຍ​ລໍຄອຍ​ພຣະອົງ; ໂດຍ​ນາມຊື່​ອັນ​ເປັນ​ທີ່​ລະນຶກ​ຂອງ​ພຣະອົງ ແມ່ນ​ຈິດໃຈ​ທີ່​ປາຖະໜາ​ຂອງ​ພວກ​ຂ້ານ້ອຍ.


ສະຕິປັນຍາ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ແຜນການ​ທີ່​ພຣະອົງ​ດຳເນີນ​ນັ້ນ​ສະຫລາດ ແລະ​ສຳເລັດຜົນ​ສະເໝີ.


ຊາດ​ອິດສະຣາເອນ​ເອີຍ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຈົ່ມ ວ່າ​ພຣະເຈົ້າຢາເວ​ບໍ່​ຮູ້ຈັກ​ຄວາມ​ເດືອດຮ້ອນ​ຂອງ​ພວກເຈົ້າ ຫລື​ບໍ່​ເບິ່ງແຍງ​ພວກເຈົ້າ ແລະ​ເຝົ້າ​ຮັກສາ? ເມື່ອ​ຖືກ​ທົນທຸກ​ເພາະ​ຄວາມ​ບໍ່​ຍຸດຕິທຳ​ນັ້ນ?


ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.


ແຕ່​ທິດ​ຕາເວັນອອກ ເຮົາ​ກຳລັງ​ເອີ້ນ​ເອົາ​ຄົນ​ໜຶ່ງ​ມາ ລາວ​ຈະ​ຊັດ​ຫົວ​ລົງ​ດັ່ງ​ໂຕ​ແຫລວ​ບິນ​ເຈີດ ລາວ​ຈະ​ເຮັດ​ສຳເລັດ​ຕາມ​ທີ່​ເຮົາ​ໄດ້​ວາງແຜນ ເຮົາ​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເກີດຂຶ້ນ​ຢ່າງນັ້ນ.


ຂ້ານ້ອຍ​ກ່າວ​ວ່າ, “ຂ້ານ້ອຍ​ເຮັດ​ວຽກ ແຕ່​ກໍ​ບໍ່ມີ​ປະໂຫຍດ ຂ້ານ້ອຍ​ໃຊ້​ກຳລັງ ແຕ່​ກໍ​ບໍ່​ສຳເລັດ​ຫຍັງ​ຈັກຢ່າງ. ແຕ່​ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ປ້ອງກັນ​ສິດ ພຣະອົງ​ຈະ​ໃຫ້​ບຳເໜັດ​ໃນ​ສິ່ງ​ທີ່​ຂ້ານ້ອຍ​ກະທຳ​ນັ້ນ.


ພຣະເຈົ້າຢາເວ​ແຕ່ງຕັ້ງ​ຂ້ານ້ອຍ​ກ່ອນ​ມື້​ເກີດ​ມາ ແລະ​ໄດ້​ເຮັດ​ໃຫ້​ຂ້ານ້ອຍ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ ຄື​ອິດສະຣາເອນ​ທີ່​ແຕກ​ກະຈັດ​ກະຈາຍ ຄືນ​ມາ​ຫາ​ພຣະເຈົ້າ. ພຣະເຈົ້າຢາເວ​ໃຫ້​ຂ້ານ້ອຍ​ໄດ້​ຮັບ​ກຽດສັກສີ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເປັນ​ບໍ່​ແຫ່ງ​ກຳລັງ​ຂອງ​ຂ້ານ້ອຍ.”


ຂ້ານ້ອຍ​ຈະ​ຊົມຊື່ນ​ຍິນດີ​ໃນ​ພຣະເຈົ້າຢາເວ ຈິດໃຈ​ຂອງຂ້ານ້ອຍຈະ​ຊື່ນບານ​ໃນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ເພາະ​ພຣະອົງ​ໄດ້ເອົາ​ເສື້ອຜ້າແຫ່ງ​ຄວາມພົ້ນ​ມາໃຫ້​ນຸ່ງ ພຣະອົງ​ໄດ້ເອົາ​ເສື້ອ​ແຫ່ງ​ຄວາມຊອບທຳ​ໃຫ້​ຂ້ານ້ອຍຮົ່ມໄວ້ ເໝືອນດັ່ງ​ເຈົ້າບ່າວ​ຕົບແຕ່ງ​ຕົວ​ຄື​ປະໂຣຫິດ ແລະ​ເໝືອນດັ່ງ​ເຈົ້າສາວ​ປະດັບ​ຕົວ​ດ້ວຍ​ເພັດພອຍ.


ດັ່ງນັ້ນ ເອຊາຢາ​ຈຶ່ງ​ກ່າວ​ວ່າ, “ເຊື້ອວົງ​ຂອງ​ກະສັດ​ດາວິດ​ເອີຍ ບັດນີ້​ຈົ່ງ​ຟັງ​ເທີ້ນ. ການ​ທີ່​ເຈົ້າ​ທຳລາຍ​ຄວາມ​ອົດທົນ​ຂອງ​ມະນຸດ​ນັ້ນ​ບໍ່​ພຽງພໍ​ບໍ? ບັດນີ້ ເຈົ້າ​ຍັງ​ຈະ​ຕ້ອງ​ທຳລາຍ​ຄວາມ​ອົດກັ້ນ​ຂອງ​ພຣະເຈົ້າ​ອີກ​ບໍ?


ບັດນີ້ ພວກເຈົ້າ​ຈະ​ມີ​ອາຫານ​ກິນ​ຢ່າງ​ອີ່ມໜຳ​ສຳລານ ຈົ່ງ​ພາກັນ​ຍົກຍໍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເຮັດ​ສິ່ງ​ໜ້າງຶດງໍ້​ຕ່າງໆ​ໃຫ້​ພວກເຈົ້າ​ເຫັນ ປະຊາຊົນ​ຂອງເຮົາ​ຈະ​ບໍ່​ຖືກ​ດູໝິ່ນ​ອີກ​ຈັກເທື່ອ.


ພຣະເຈົ້າ​ນັ້ນ​ບໍ່​ຄື​ມະນຸດ ຜູ້​ເວົ້າ​ຕົວະ​ເປັນ​ເດີ ພຣະອົງ​ບໍ່​ປ່ຽນ​ຄວາມ​ຄິດ​ເຫັນ ດັ່ງ​ມະນຸດ​ເຮົາ​ຈັກເທື່ອ. ເມື່ອ​ພຣະອົງ​ສັນຍາ​ເຮັດ​ສິ່ງໃດ​ແລ້ວ ພຣະອົງ​ກໍ​ເຮັດ​ສິ່ງ​ນັ້ນ​ທັນທີ ເມື່ອ​ພຣະອົງ​ກ່າວ​ຈາ ພຣະອົງ​ກໍ​ລົງ​ມື​ກະທຳ​ໂລດ.


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


ພວກເຂົາ​ຮ້ອງເພງ​ຂອງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ​ເພງ​ຂອງ​ພຣະ​ເມສານ້ອຍ​ນັ້ນ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຜູ້​ຊົງ​ຣິດທານຸພາບ​ສູງສຸດ ພຣະ​ຣາຊກິດ​ຂອງ​ພຣະອົງ​ກໍ​ໃຫຍ່​ຫລວງ ແລະ ໜ້າ​ອັດສະຈັນ ຂ້າແດ່​ພຣະມະຫາ​ກະສັດ​ ແຫ່ງ​ປະຊາຊາດ​ທັງປວງ ວິຖີ​ທາງ​ຂອງ​ພຣະອົງ​ກໍ​ຍຸດຕິທຳ ແລະ​ທ່ຽງແທ້.


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ສະຫວັນ​ໄຂ​ອອກ​ດັ່ງນີ້ ມີ​ມ້າ​ຂາວ​ໂຕໜຶ່ງ ພຣະອົງ​ຜູ້​ປະທັບ​ເທິງ​ຫລັງ​ມ້າ​ນັ້ນ ຊົງ​ພຣະນາມ​ວ່າ, “ສັດຊື່.” ແລະ “ທ່ຽງແທ້.” ພຣະອົງ​ຜູ້​ຊົງ​ພິພາກສາ ແລະ​ສູ້ຮົບ​ດ້ວຍ​ຄວາມ​ຍຸດຕິທຳ.


ໂດຍ​ກ່າວ​ວ່າ, “ອາແມນ ຄຳ​ສັນລະເສີນ, ສະຫງ່າຣາສີ, ສະຕິປັນຍາ, ຄຳ​ໂມທະນາ​ຂອບພຣະຄຸນ, ກຽດຕິຍົດ, ຣິດອຳນາດ ແລະ​ຣິດເດດ ຈົ່ງ​ເປັນ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ຕະຫລອດ​ຊົ່ວ​ນິຣັນດອນ​ເທີ້ນ ອາແມນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka