9 ການຮ້ອງເພງເຮຮາເພາະລິດເຫຼົ້າອະງຸ່ນບໍ່ມີອີກຕໍ່ໄປ; ແລະບໍ່ມີຜູ້ໃດຊົມຊື່ນຍ້ອນໄດ້ຊີມຣົດເຫຼົ້າອະງຸ່ນອີກຕໍ່ໄປ.
ຄົນເວົ້າເລື່ອງຂ້ານ້ອຍນັ້ນຕາມຫົນທາງ ແລະຄົນຂີ້ເຫລົ້າກໍແຕ່ງເພງຮ້ອງສຽດສີໃສ່ຂ້ານ້ອຍ.
ສະນັ້ນ ຈົ່ງກິນອາຫານທີ່ເຈົ້າມີແລະມີຄວາມສຸກສາເຖີດ; ດື່ມເຫຼົ້າອະງຸ່ນແລະເບີກບານໃຈສາເຖີດ. ສຳລັບພຣະເຈົ້າແລ້ວ ສິ່ງເຫຼົ່ານີ້ລ້ວນແຕ່ເປັນການຖືກຕ້ອງທັງສິ້ນ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ພວກເຈົ້າເອີ້ນສິ່ງທີ່ດີວ່າເປັນສິ່ງທີ່ຊົ່ວ ແລະເອີ້ນສິ່ງທີ່ຊົ່ວວ່າເປັນສິ່ງທີ່ດີ. ພວກເຈົ້າປ່ຽນມືດເປັນແຈ້ງ ແລະແຈ້ງເປັນມືດ. ພວກເຈົ້າເຮັດສິ່ງທີ່ຂົມໃຫ້ເປັນຫວານ ແລະສິ່ງທີ່ຫວານໃຫ້ເປັນຂົມ.
ເຄາະກຳເປັນຂອງພວກເຈົ້າສາແລ້ວ ຈອມຂີ້ເມົາເອີຍ ແລະຜູ້ເກັ່ງກ້າທີ່ປະສົມສິ່ງມືນເມົາ.
ເຮົາຈະໃຫ້ສຽງເພງສຸດສິ້ນລົງ ແລະຈະໃຫ້ສຽງພິນມິດງຽບຫາຍໄປ.
ເຮົາຈະໃຫ້ເທດສະການຕ່າງໆກາຍເປັນງານແຫ່ສົບ ແລະຈະປ່ຽນເພງສະໜຸກສະໜານໃຫ້ເປັນສຽງຮ້ອງໄຫ້ທີ່ໂສກເສົ້າເສຍໃຈ. ເຮົາຈະໃຫ້ພວກເຈົ້າແຖຫົວແລະນຸ່ງເຄື່ອງໄວ້ທຸກ ແລະພວກເຈົ້າກໍຈະເປັນດັ່ງພໍ່ແມ່ທີ່ຮ້ອງໄຫ້ໄວ້ທຸກນຳລູກຊາຍໂທນທີ່ຕາຍໄປ. ໃນວັນນັ້ນຈະມີແຕ່ຄວາມຂົມຂື່ນຈົນເຖິງທີ່ສຸດ.
ພຣະເຈົ້າຢາເວ ພຣະເຈົ້າກ່າວດັ່ງນີ້ແຫຼະ ໃນວັນນັ້ນ ສຽງຮ້ອງເພງໃນວັງຈະກາຍເປັນສຽງຄໍ່າຄວນ. ຊາກສົບຂອງຄົນຕາຍຈະມີຢູ່ທຸກບ່ອນ. ພວກເຂົາຈະຖືກໂຍນຖິ້ມອອກໄປຢູ່ໃນຄວາມງຽບ.”
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະປົກປ້ອງ ປະຊາຊົນຂອງພຣະອົງ ພວກເຂົາຈະທຳລາຍສັດຕູໃຫ້ກ້ຽງ. ພວກເຂົາຈະຮ້ອງໂຮໃນສະໜາມຮົບດັ່ງຄົນມືນເມົາ ແລະຈະເຮັດໃຫ້ສັດຕູເລືອດໄຫລຫລັ່ງຍ້ອຍ; ມັນຈະໄຫລຫລັ່ງຍ້ອຍດັ່ງເລືອດທີ່ຈະນຳໄປຖວາຍ ຖອກໃສ່ແທ່ນບູຊາ ຈາກຖ້ວຍໃບໜຶ່ງ.