Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 24:7 - ພຣະຄຳພີສັກສິ

7 ກົກອະງຸ່ນ​ຈະ​ຫ່ຽວແຫ້ງ​ໄປ ແລະ​ເຫຼົ້າ​ອະງຸ່ນ​ຈະ​ຫາ​ຍາກ​ທີ່ສຸດ. ທຸກໆຄົນ​ທີ່​ເຄີຍ​ມີ​ຄວາມສຸກ ບັດນີ້ ກໍ​ຈະ​ມີ​ແຕ່​ຄວາມທຸກ

Uka jalj uñjjattʼäta Copia luraña




ເອຊາຢາ 24:7
7 Jak'a apnaqawi uñst'ayäwi  

ບັດນີ້ ໃນ​ທົ່ງໄຮ່​ທົ່ງນາ​ທີ່​ມີ​ດິນ​ດີ​ກໍ​ບໍ່ມີ​ຜູ້ໃດ​ຢູ່​ເປັນ​ສຸກ. ບໍ່ມີ​ຜູ້ໃດ​ໂຮຮ້ອງ​ຫລື​ຂັບລຳ​ທຳເພງ​ໃນ​ສວນອະງຸ່ນ​ເລີຍ. ບໍ່ມີ​ຜູ້ໃດ​ບີບ​ໝາກອະງຸ່ນ​ເຮັດ​ເຫຼົ້າ​ອະງຸ່ນ ສຽງ​ໂຮຮ້ອງ​ອັນ​ຊົມຊື່ນ​ຍິນດີ​ນັ້ນ​ໄດ້​ໝົດໄປ​ສາ​ແລ້ວ.


ທົ່ງໄຮ່​ທົ່ງນາ​ຂອງ​ເມືອງ​ເຮັດຊະໂບນ ແລະ​ສວນ​ໝາກອະງຸ່ນ​ຂອງ​ເມືອງ​ສິບມາ​ກໍ​ຈະ​ຖືກ​ທຳລາຍ ຄື​ສວນ​ໝາກອະງຸ່ນ​ຂອງ​ຄົນ​ທີ່​ໃຊ້​ເຫຼົ້າ​ອະງຸ່ນ​ເຮັດ​ໃຫ້​ຊົນຊາດ​ຕ່າງໆ​ມືນເມົາ. ໃນ​ສະໄໝ​ໜຶ່ງ​ຕົ້ນອະງຸ່ນ​ໄດ້​ແຜ່ຜາຍ​ອອກ​ໄປຮອດ​ເມືອງ​ຢາເຊ ແລະ​ຈົນເຖິງ​ທິດ​ຕາເວັນຕົກ​ຟາກ​ທະເລຕາຍ​ເບຶ້ອງນັ້ນ.


ດິນແດນ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ. ໃນ​ເມືອງ​ຂອງ​ຢູດາຍ ແລະ​ໃນ​ທ້ອງ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ເຮົາ​ຈະ​ເຮັດ​ໃຫ້​ສຽງ​ມ່ວນຊື່ນ ແລະ​ສຽງ​ເຈົ້າບ່າວ​ເຈົ້າສາວ​ທີ່​ມີ​ຄວາມສຸກ​ໃນ​ພິທີ​ແຕ່ງງານ​ມິດງຽບ​ສິ້ນສຸດ​ລົງ.”


ເຮົາ​ຈະ​ໃຊ້​ຣິດອຳນາດ​ຂອງເຮົາ​ທຳລາຍ​ປະເທດ​ຂອງ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ເປັນ​ດິນແດນ​ເປົ່າຫວ່າງ, ແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງ​ພາກໃຕ້ ຈົນຮອດ​ເມືອງ​ຣິບລາ​ທາງ​ທິດເໜືອ ໂດຍ​ຈະ​ບໍ່​ປະ​ທີ່ໃດ​ໃຫ້​ຊາວ​ອິດສະຣາເອນ​ອາໄສ​ຢູ່. ແລ້ວ​ທຸກຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka