Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 24:5 - ພຣະຄຳພີສັກສິ

5 ປະຊາກອນ​ໄດ້​ເຮັດ​ໃຫ້​ໂລກນີ້​ເປັນ​ມົນທິນ ໂດຍ​ລະເມີດ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ຝ່າຝືນ​ພັນທະສັນຍາ​ທີ່​ພຣະອົງ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ​ຕະຫລອດໄປ.

Uka jalj uñjjattʼäta Copia luraña




ເອຊາຢາ 24:5
49 Jak'a apnaqawi uñst'ayäwi  

ພຣະເຈົ້າ​ອວຍພອນ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ດັ່ງນີ້ ເພາະ​ຊົງ​ຕັ້ງ​ພັນທະສັນຍາ​ກັບ​ຂ້ານ້ອຍ​ສືບໄປ, ເປັນ​ຄຳ​ຕົກລົງ​ທີ່​ຈະ​ບໍ່​ຖືກ​ຍົກເລີກ ເປັນ​ຄຳສັນຍາ​ທີ່​ຈະ​ປ່ຽນແປງ​ບໍ່ໄດ້. ທັງໝົດ​ນີ້ ຄື​ສິ່ງ​ທີ່​ຂ້ານ້ອຍ​ຕ້ອງການ ຄື​ຊົງ​ມອບ​ໄຊຊະນະ​ໃຫ້​ໃນ​ທຸກໆ​ສະພາບ​ການ.


ສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ຈຶ່ງ​ຈະ​ນຳ​ຄວາມພິນາດ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ອານາຈັກ​ຢູດາຍ ແລະ​ຜູ້ໃດ​ທີ່​ໄດ້ຍິນ​ກ່ຽວກັບ​ການ​ນີ້​ກໍ​ຈະ​ຕົກ​ສະເງີ້.


ເຮົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້​ຕໍ່​ປະຊາຊົນ​ຂອງເຮົາ ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ ຕັ້ງແຕ່​ຄາວ​ທີ່​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ໄດ້​ອອກ​ມາ​ຈາກ​ປະເທດ​ເອຢິບ ຈົນເຖິງ​ທຸກ​ວັນນີ້.”


ມານາເຊ​ໄດ້​ນຳພາ​ປະຊາຊົນ​ຊາວ​ຢູດາ ເຮັດ​ບາບ​ໜັກ​ຫລາຍ​ຂຶ້ນ​ກວ່າ​ຊົນຊາດ​ອື່ນໆ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ໄປ​ຕໍ່ໜ້າ​ປະຊາຊົນ​ອິດສະຣາເອນ.


ພຣະເຈົ້າ​ໄດ້​ເຮັດ​ພັນທະສັນຍາ​ກັບ​ຢາໂຄບ​ຄື​ກັນ ເປັນ​ພັນທະສັນຍາ​ຢ່າງດຽວ​ທີ່​ມີ​ຢູ່​ເປັນນິດ.


ຄວາມຢ້ານ​ຈັບກຸມ​ໄວ້​ແລະ​ສັ່ນເຊັນ​ທັງຕົວ ແລະ​ຄວາມຢ້ານ​ໃຫຍ່​ກໍ​ຄຸມ​ຂ້ານ້ອຍ​ໄວ້.


ເຮົາ​ໄດ້​ສົ່ງ​ຊາວ​ອັດຊີເຣຍ​ໄປ ເພື່ອ​ໂຈມຕີ​ຊາດ​ທີ່​ບໍ່​ນັບຖື​ພຣະເຈົ້າ ຄື​ປະຊາຊົນ​ທີ່​ໄດ້​ເຮັດ​ໃຫ້​ເຮົາ​ໂກດຮ້າຍ. ເຮົາ​ໄດ້​ສົ່ງ​ພວກເຂົາ​ໄປ​ເພື່ອ​ປຸ້ນຈີ້​ທັງ​ລັກ ແລະ​ຢຽບຢໍ່າ​ປະຊາຊົນ​ເຫຼົ່ານັ້ນ ເໝືອນ​ຢຽບຢໍ່າ​ຂີ້ຝຸ່ນ​ໃນ​ຖະໜົນ​ຫົນທາງ.”


ພວກເຂົາ​ກະບົດ​ຕໍ່ສູ້​ພຣະເຈົ້າ​ຢູ່​ສະເໝີ, ຕົວະ​ພຣະເຈົ້າ​ຢູ່​ສະເໝີ, ບໍ່​ຍອມ​ເຊື່ອຟັງ​ຄຳສັ່ງສອນ​ຂອງ​ພຣະເຈົ້າຢາເວ​ຢູ່​ສະເໝີ.


ຫົນທາງຫລວງ​ທຸກ​ສາຍ​ກໍ​ເຕັມ​ໄປ​ດ້ວຍ​ອັນຕະລາຍ ຈົນ​ບໍ່ມີ​ຜູ້ໃດ​ກ້າ​ທຽວ. ຂໍ້​ສັນຍາ​ຕ່າງໆ​ຖືກ​ຝ່າຝືນ ແລະ​ຂໍ້​ຕົກລົງ​ຕ່າງໆ​ຖືກ​ລະເມີດ. ບໍ່ມີ​ຜູ້ໃດ​ນັບຖື​ຊຶ່ງກັນແລະກັນ​ຕໍ່ໄປ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ດັ່ງນັ້ນ ພຣະເຈົ້າຢາເວ​ຈຶ່ງ​ຈະ​ບໍ່​ໃຫ້​ຄົນໜຸ່ມ​ຜູ້ໃດ​ໜີ​ລອດ​ໄປ​ໄດ້ ທັງ​ຈະ​ບໍ່​ເມດຕາ​ສົງສານ​ແມ່ໝ້າຍ​ແລະ​ລູກກຳພ້າ​ຄົນໃດ​ເລີຍ ເພາະ​ທຸກຄົນ​ບໍ່​ນັບຖື​ພຣະເຈົ້າ​ແລະ​ຊົ່ວຮ້າຍ​ແລະ​ເວົ້າ​ແຕ່​ສິ່ງ​ທີ່​ຊົ່ວໆ. ສະນັ້ນ ພຣະອົງ​ຈຶ່ງ​ບໍ່​ເຊົາ​ໂກດຮ້າຍ​ພວກເຂົາ; ແຕ່​ມື​ພຣະອົງ​ຍັງ​ຢຽດ​ອອກ​ຢູ່​ເພື່ອ​ລົງໂທດ​ພວກເຂົາ.


ພວກເຂົາ​ໄດ້​ກັບຄືນ​ໄປ​ເຮັດ​ບາບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ເຮັດ​ນັ້ນ ຄື​ພວກເຂົາ​ບໍ່​ຍອມ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບອກ, ແຕ່​ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ທັງສອງ​ຄື​ອິດສະຣາເອນ​ແລະ​ຢູດາ ຕ່າງ​ກໍ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ.


ພວກເຂົາ​ຈະ​ຖາມ​ຫາ​ຫົນທາງ​ໄປ​ສູ່​ພູເຂົາ​ຊີໂອນ ແລະ​ຈະ​ເດີນ​ໄປ​ຕາມ​ຫົນທາງ​ນັ້ນ. ພວກເຂົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຕະຫລອດໄປ​ກັບ​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ບໍ່​ຝ່າຝືນ​ພັນທະສັນຍາ​ນັ້ນ​ຈັກເທື່ອ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ ເຮົາ​ຈະ​ເຮັດ​ກັບ​ເຈົ້າ​ຕາມ​ທີ່​ເຈົ້າ​ສົມຄວນ​ໄດ້​ຮັບ ເພາະ​ເຈົ້າ​ໄດ້​ເມີນເສີຍ​ຕໍ່​ຄຳສັນຍາ​ຕ່າງໆ​ຂອງ​ເຈົ້າ ແລະ​ໄດ້​ຝ່າຝືນ​ພັນທະສັນຍາ​ດ້ວຍ.


ແຕ່​ປະຊາຊົນ​ອິດສະຣາເອນ​ຊໍ້າພັດ​ທ້າທາຍ​ເຮົາ​ແມ່ນແຕ່​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ. ພວກເຂົາ​ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ ແລະ​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ນຳ​ຊີວິດ​ມາ​ສູ່​ທຸກໆຄົນ​ທີ່​ປະຕິບັດ​ຕາມ. ພວກເຂົາ​ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ. ສະນັ້ນ ເຮົາ​ຈຶ່ງ​ພ້ອມ​ແລ້ວ ທີ່​ຈະ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ​ແລະ​ທຳລາຍ​ພວກເຂົາ​ຖິ້ມ.


ເຮົາ​ໄດ້​ເຮັດ​ເຊັ່ນນີ້ ກໍ​ເພາະ​ພວກເຂົາ​ໄດ້​ປະຖິ້ມ​ຂໍ້ຄຳສັ່ງ​ຂອງເຮົາ, ໄດ້​ຝ່າຝືນ​ບັນດາ​ກົດບັນຍັດ​ຂອງເຮົາ, ໄດ້​ເຮັດ​ໃຫ້​ວັນ​ຊະບາໂຕ​ເປັນ​ມົນທິນ ແລະ​ໄດ້​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຢ່າງ​ດຽວ​ກັບ​ທີ່​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຮັບໃຊ້​ມາ​ນັ້ນ.


ເຮົາ​ຈະ​ຕັ້ງ​ພັນທະສັນຍາ​ຢ່າງ​ໜຶ່ງ​ກັບ​ພວກເຂົາ ທີ່​ຮັບ​ຮອງ​ຄວາມ​ປອດໄພ​ຕະຫລອດໄປ. ເຮົາ​ຈະ​ໃຫ້​ພວກເຂົາ​ຕັ້ງ​ຫຼັກແຫຼ່ງ​ຢູ່​ໃນ​ທີ່ນັ້ນ ແລະ​ເຮົາ​ຈະ​ໃຫ້​ປະຊາຊົນ​ຂອງ​ພວກເຂົາ​ເພີ່ມ​ຂຶ້ນ; ເຮົາ​ຈະ​ຕັ້ງ​ພຣະວິຫານ​ຂອງເຮົາ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ເມື່ອ​ພຣະອົງ​ບອກ​ໃຫ້​ພວກ​ຂ້ານ້ອຍ ເຮັດ​ຕາມ​ກົດລະບຽບ​ຕ່າງໆ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ຜ່ານ​ທາງ​ຜູ້ທຳນວາຍ ຜູ້ຮັບໃຊ້​ຂອງ​ພຣະອົງ​ນັ້ນ ພວກ​ຂ້ານ້ອຍ​ບໍ່ໄດ້​ຍອມ​ຟັງ​ພຣະອົງ.


ພວກ​ຂ້ານ້ອຍ​ເຮັດ​ບາບ, ເຮັດ​ຊົ່ວ ແລະ​ເຮັດ​ຜິດ. ພວກ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ສັ່ງ​ໃຫ້​ເຮັດ ແລະ​ໄດ້​ປະຕິເສດ​ສິ່ງ​ຖືກຕ້ອງ​ທີ່​ພຣະອົງ​ສຳແດງ​ໃຫ້​ເຫັນ.


ແຕ່​ພໍ​ເມື່ອ​ພວກເຂົາ​ໄດ້​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ອາດາມ ພວກເຂົາ​ກໍໄດ້​ລະເມີດ​ພັນທະສັນຍາ ທີ່​ເຮົາ​ໄດ້​ມີ​ໄວ້​ກັບ​ພວກເຂົາ​ນັ້ນ.


ຈົ່ງ​ປະຕິບັດ​ຕາມ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ທັງໝົດ​ຂອງ​ເຮົາ ເພື່ອ​ວ່າ​ດິນແດນ​ການາອານ​ຈະ​ບໍ່​ຄາຍ​ພວກເຈົ້າ​ອອກ​ໄປ ຄື​ດິນແດນ​ຊຶ່ງ​ເຮົາ​ກຳລັງ​ນຳພາ​ພວກເຈົ້າ​ເຂົ້າ​ໄປ.


ຈົ່ງ​ລຸກ​ຂຶ້ນ ແລະ​ໜີໄປ​ສາ; ຢູ່​ໃນ​ທີ່​ນີ້ ບໍ່ມີ​ບ່ອນ​ປອດໄພ​ອີກ​ແລ້ວ. ການບາບ​ຂອງ​ພວກເຈົ້າ​ໄດ້​ນຳ​ເຄາະກຳ​ມາ​ສູ່​ບ່ອນ​ນີ້​ໃຫ້​ພິນາດໄປ.


ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.


ໄພ່ພົນ​ຂອງ​ພຣະເຈົ້າ​ຮັ່ງມີ​ຂຶ້ນ ແຕ່​ພັດ​ຄິດຄົດ​ທໍລະຍົດ​ຕໍ່​ພຣະອົງ; ພວກເຂົາ​ອ້ວນ​ຕຸ້ຍພີ​ດີ ເພາະ​ມີ​ອາຫານ​ການກິນ​ຢ່າງ​ເຫລືອລົ້ນ. ພວກເຂົາ​ຈຶ່ງ​ໄດ້​ປະຖິ້ມ ພຣະເຈົ້າ​ພຣະ​ຜູ້​ສ້າງ​ຂອງຕົນ​ໄປ ແລະ​ບໍ່​ຍອມ​ຮັບ​ພຣະຜູ້​ຊ່ວຍ​ກູ້​ພວກເຂົາ ວ່າ​ເປັນ​ພຣະເຈົ້າ​ອົງ​ຍິ່ງໃຫຍ່.


ພຣະອົງ​ກ່າວ​ວ່າ, ‘ເຮົາ​ຈະ​ບໍ່​ຊ່ວຍ​ພວກເຂົາ​ຕໍ່ໄປ​ອີກ’ ‘ແລ້ວ​ເຮົາ​ກໍ​ຈະ​ເບິ່ງ​ວ່າ​ສິ່ງໃດ​ເກີດຂຶ້ນ​ກັບ​ເຂົາເຈົ້າ ຄື​ຄົນ​ທີ່​ດື້ດ້ານ​ສອນຍາກ​ແລະ​ຫົວແຂງ ທັງ​ບໍ່​ສັດຊື່​ແລະ​ບໍ່​ໝັ້ນຄົງ​ດ້ວຍ.


ຂໍ​ພຣະເຈົ້າ​ຜູ້​ຊົງ​ໂຜດ​ສັນຕິສຸກ ຜູ້​ໄດ້​ຊົງ​ນຳ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ໃຫ້​ຄືນ​ມາ​ຈາກ​ຄວາມ​ຕາຍ ຄື​ຜູ້​ຊົງ​ເປັນ​ຜູ້​ລ້ຽງ​ແກະ​ອົງ​ຍິ່ງໃຫຍ່ ດ້ວຍ​ພຣະ​ໂລຫິດ​ທີ່​ກ່ຽວກັບ​ພັນທະສັນຍາ​ອັນ​ຕັ້ງ​ຢູ່​ເປັນນິດ​ນັ້ນ,


ເຖິງ​ແມ່ນ​ພັນທະສັນຍາ​ເດີມ​ນັ້ນ ກໍ​ມີ​ກົດ​ໃນ​ການ​ນະມັດສະການ ແລະ​ມີ​ສະຖານທີ່​ສັກສິດ​ທີ່​ແຜ່ນດິນ​ໂລກ.


ຖ້າ​ພວກເຈົ້າ​ບໍ່​ຖື​ຮັກສາ​ພັນທະສັນຍາ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ສັ່ງ​ພວກເຈົ້າ​ໄວ້ ແລະ​ຖ້າ​ພວກເຈົ້າ​ໄປ​ຮັບໃຊ້​ແລະ​ຂາບໄຫວ້​ພະອື່ນ ແລ້ວ​ພຣະເຈົ້າຢາເວ​ກໍ​ຈະ​ລົງໂທດ​ພວກເຈົ້າ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ໃນ​ອີກ​ບໍ່​ດົນ​ຈະ​ບໍ່ມີ​ໃຜ​ໃນ​ພວກເຈົ້າ​ເຫຼືອ​ຢູ່​ໃນ​ດິນແດນ​ອັນ​ສວຍງາມ ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.”


ດັ່ງນັ້ນ ໂຢຊວຍ​ຈຶ່ງ​ໄດ້​ເຮັດ​ພັນທະສັນຍາ​ສຳລັບ ພວກເຂົາ​ໃນ​ມື້​ນັ້ນ ແລະ​ເພິ່ນ​ໄດ້​ມອບ​ກົດບັນຍັດ​ກັບ​ກົດລະບຽບ​ຕ່າງໆ ໃຫ້​ແກ່​ພວກເຂົາ​ທີ່​ເມືອງ​ຊີເຄມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka