4 ແຜ່ນດິນໂລກຈະແຫ້ງແລ້ງ ແລະທຸກສິ່ງຈະຫ່ຽວແຫ້ງໄປ; ທົ່ວທັງໂລກຈະອ່ອນລົງ ທັງແຜ່ນດິນໂລກ ແລະຟ້າສະຫວັນ ກໍຈະເສື່ອມເສຍໄປ.
ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວຈະລົງໂທດບັນດາອຳນາດເບື້ອງເທິງ ແລະບັນດານັກປົກຄອງເບື້ອງລຸ່ມທີ່ເທິງແຜ່ນດິນໂລກນີ້.
ແຜ່ນດິນໂລກຈະພິນາດແລະຮົກຮ້າງເພພັງ. ພຣະເຈົ້າຢາເວໄດ້ກ່າວໄວ້ຢ່າງໃດກໍຈະເປັນໄປຢ່າງນັ້ນ.
ເຄາະກຳເປັນຂອງອານາຈັກອິດສະຣາເອນສາແລ້ວ ຄວາມຮຸ່ງເຮືອງຂອງອານາຈັກກຳລັງຫ່ຽວແຫ້ງລົງ ດັ່ງມົງກຸດດອກໄມ້ທີ່ຢູ່ເທິງຫົວຂອງຜູ້ນຳຂີ້ເມົາທັງຫລາຍ. ຫົວອັນອວດອົ່ງຂອງພວກເຂົາມີກິ່ນຫອມຫວນດີ ແຕ່ພວກເຂົາພັດນອນເມົາບໍ່ໄດ້ສະຕິດັ່ງຄົນຕາຍ.
ທົ່ວທັງເມືອງຈະຮ້ອງໄຫ້ຄວນຄາງດັ່ງຍິງຜູ້ໜຶ່ງກຳລັງນັ່ງຢູ່ກັບພື້ນດິນ ເພາະສູນເສຍທຸກສິ່ງ.
ດິນແດນຖືກປະຖິ້ມໃຫ້ຮົກຮ້າງຫວ່າງເປົ່າ. ປ່າໄມ້ຂອງນະຄອນເລບານອນຫ່ຽວແຫ້ງໄປ ຮ່ອມພູທີ່ອຸດົມສົມບູນດີໃນຊາໂຣນກໍເປັນດັ່ງຖິ່ນແຫ້ງແລ້ງກັນດານ ແລະໃນຖິ່ນບາຊານ ແລະເທິງພູກາເມນ ໃບໄມ້ກໍຫລົ່ນລົງຈາກຕົ້ນໝົດ.
ພວກຂ້ານ້ອຍທຸກຄົນເປັນຄົນບາບໝົດ; ແມ່ນແຕ່ການເຮັດທີ່ດີທີ່ສຸດຂອງພວກຂ້ານ້ອຍກໍຍັງເປິເປື້ອນ. ເພາະການບາບ ພວກຂ້ານ້ອຍຈຶ່ງເປັນດັ່ງໃບໄມ້ຫ່ຽວແຫ້ງແລະຖືກລົມພັດໄປ.
ດິນແດນນັ້ນຈະແຫ້ງແລ້ງຢູ່ຢ່າງນີ້ບໍ? ຫຍ້າຕາມທົ່ງນາຈະແຫ້ງຢູ່ຢ່າງນີ້ດົນປານໃດ? ຝູງສັດ ຝູງນົກລົ້ມຕາຍຍ້ອນປະຊາຊົນຊົ່ວຊາມ ຄືຜູ້ທີ່ເວົ້າວ່າ, ‘ພຣະເຈົ້າບໍ່ເຫັນພວກເຮົາເຮັດດອກ.”’
ສະນັ້ນ ແຜ່ນດິນໂລກຈຶ່ງຈະໄວ້ທຸກກັນ ແລະໃນຟ້າສະຫວັນທົ່ວໄປກໍຈະມືດມົວໄປສິ້ນ. ເຮົາກ່າວໄປແລ້ວຈະບໍ່ມີການປ່ຽນໃຈ ເມື່ອເຮົາໄດ້ຕັດສິນໃຈຈະບໍ່ມີການປ່ຽນແປງອີກ.
ບັດນີ້ ຈຶ່ງບໍ່ມີຜູ້ໃດມາເຝົ້າທີ່ພຣະວິຫານ ເພື່ອນະມັດສະການໃນວັນສັກສິດຕ່າງໆ. ຍິງສາວເຄີຍຮ້ອງເພງຢູ່ທີ່ນັ້ນກໍທົນທຸກຄືກັນ ບັນດາປະໂຣຫິດມີແຕ່ຮ້ອງຄວນຄາງທັງສິ້ນ. ປະຕູທາງເຂົ້ານະຄອນກໍຫວ່າງເປົ່າ ພູເຂົາຊີໂອນກໍໂສກເສົ້າເຈັບປວດໃນຊີວີ.
ສະນັ້ນ ດິນແດນຈະແຫ້ງແລ້ງ ທຸກສິ່ງທີ່ມີຊີວິດຢູ່ໃນນັ້ນຈະຕາຍໄປໝົດ. ສັດແລະນົກທັງປວງແມ່ນແຕ່ປາກໍຈະຕາຍດ້ວຍ.”
ທົ່ງໄຮ່ທົ່ງນາກໍຖືກທຳລາຍຈົນໝົດ ທີ່ດິນກໍຈົມຢູ່ໃນຄວາມງຽບເຫງົາທັງສິ້ນ. ບໍ່ມີຮວງເຂົ້າແລະບໍ່ມີພົ້ວໝາກອະງຸ່ນ ໝາກກອກເທດກໍບໍ່ມີຢູ່ຕົ້ນ ພໍເຮັດນໍ້າມັນໄດ້.