Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອຊາຢາ 24:3 - ພຣະຄຳພີສັກສິ

3 ແຜ່ນດິນ​ໂລກ​ຈະ​ພິນາດ​ແລະ​ຮົກຮ້າງ​ເພພັງ. ພຣະເຈົ້າຢາເວ​ໄດ້​ກ່າວ​ໄວ້​ຢ່າງໃດ​ກໍ​ຈະ​ເປັນ​ໄປ​ຢ່າງນັ້ນ.

Uka jalj uñjjattʼäta Copia luraña




ເອຊາຢາ 24:3
16 Jak'a apnaqawi uñst'ayäwi  

ເພື່ອ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ລ່ວງໜ້າ ຜ່ານ​ປາກ​ຂອງ​ຜູ້ທຳນວາຍ​ເຢເຣມີຢາ​ກາຍ​ເປັນຈິງ ຄື​ວ່າ: ດິນແດນ​ຈະ​ຮ້າງ​ວ່າງເປົ່າ​ເປັນ​ເວລາ​ເຈັດສິບ​ປີ ເພື່ອ​ຊົດເຊີຍ​ການ​ພັກຜ່ອນ​ສຳລັບ​ວັນ​ຊະບາໂຕ ຊຶ່ງ​ພວກເຂົາ​ບໍ່ໄດ້​ຢຶດຖື.


ນັກຍິງ​ໜ້າທະນູ​ຜູ້​ເກັ່ງ​ທີ່ສຸດ​ຂອງ​ຊາວ​ເກດາ​ກໍ​ຈະ​ມີ​ແຕ່​ໜ້ອຍຄົນ​ເຫຼືອ​ຢູ່.” ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ອົງ​ຊົງ​ຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ໃນວັນ​ນັ້ນ ຫລັກ​ຊຶ່ງ​ມັດ​ໄວ້​ຢ່າງ​ໝັ້ນຄົງ​ກໍ​ຈະ​ຫລຸດ ແລະ​ຕົກລົງ. ອັນ​ນັ້ນ​ຈະ​ແມ່ນ​ຈຸດຈົບ​ຂອງ​ທຸກໆສິ່ງ​ທີ່​ເກາະຫ້ອຍ​ຢູ່​ເທິງ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກຳລັງ​ຈະ​ທຳລາຍ​ແຜ່ນດິນ​ໂລກ ແລະ​ປະ​ໄວ້​ໃຫ້​ເປົ່າປ່ຽວ. ພຣະອົງ​ຈະ​ບິດ​ໜ້າດິນ ແລະ​ເຮັດ​ໃຫ້​ປະຊາກອນ​ກະຈັດ​ກະຈາຍ.


ທຸກຄົນ​ຈະ​ໄດ້​ຮັບ​ຊາຕາກຳ​ຢ່າງ​ດຽວກັນ​ເຊັ່ນ: ປະໂຣຫິດ​ແລະ​ປະຊາຊົນ, ທາດຮັບໃຊ້​ແລະ​ນາຍ, ຜູ້ຂາຍ​ແລະ​ຜູ້ຊື້, ຜູ້ຢືມ​ກັບ​ຜູ້​ໃຫ້ຢືມ, ຄົນຮັ່ງມີ​ກັບ​ຄົນ​ຍາກຈົນ.


ແຜ່ນດິນ​ໂລກ​ຈະ​ແຫ້ງແລ້ງ ແລະ​ທຸກສິ່ງ​ຈະ​ຫ່ຽວແຫ້ງ​ໄປ; ທົ່ວ​ທັງໂລກ​ຈະ​ອ່ອນ​ລົງ ທັງ​ແຜ່ນດິນ​ໂລກ ແລະ​ຟ້າ​ສະຫວັນ ​ກໍ​ຈະ​ເສື່ອມເສຍ​ໄປ.


ແຕ່​ບັດນີ້ ປະຊາຊົນ​ຂອງ​ພຣະອົງ​ໄດ້​ຖືກ​ປຸ້ນ ຖືກ​ຂັງ​ທີ່​ຫ້ອງ​ໃຕ້​ດິນ​ລັບໆ​ກັບ​ພວກ​ນັກໂທດ. ພວກເຂົາ​ຖືກ​ປຸ້ນ​ຈົນ​ສິ້ນເນື້ອ​ປະດາຕົວ ແລະ​ບໍ່ມີ​ຜູ້ໃດ​ມາ​ຊ່ວຍກູ້​ເອົາ​ພວກ​ເຂົາເຈົ້າ.


ຂ້ອຍ​ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດຂຶ້ນ​ເຕັມ​ໄປ​ທົ່ວ. ຂ້ອຍ​ຈະ​ບໍ່​ຕັດ​ແໜງ​ຫລື​ພວນດິນ; ແຕ່​ຈະ​ປ່ອຍ​ໃຫ້​ເຄືອ​ແລະ​ກົກ​ໜາມ​ປົ່ງ​ຂຶ້ນ​ຫຸ້ມຫໍ່. ຂ້ອຍ​ຈະ​ບໍ່​ໃຫ້​ແມ່ນແຕ່​ຝົນ​ຕົກລົງ​ມາ​ຮຳ​ສວນ​ນັ້ນ​ເລີຍ.”


ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເຫດການ​ເຊັ່ນ​ນັ້ນ​ຈະ​ເປັນ​ຢູ່​ຢ່າງນີ້​ເຫິງນານ​ປານໃດ?” ພຣະອົງ​ຕອບ​ວ່າ, “ຈົນກວ່າ​ເມືອງ​ຕ່າງໆ​ຖືກ​ທຳລາຍ​ແລະ​ຮ້າງເປົ່າ ໝູ່ບ້ານ​ທັງຫລາຍ​ບໍ່ມີ​ຄົນ​ຢູ່​ອາໄສ​ແລະ​ຜືນ​ແຜ່ນດິນ​ງຽບເຫງົາ​ເປົ່າປ່ຽວ.


ປະຊາຊົນ​ອິດສະຣາເອນ​ເອີຍ ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ ຈົ່ງ​ຖ່ອມຕົວ​ລົງ ແລະ​ເຊື່ອຟັງ​ພຣະອົງ​ສາ​ເຖີດ


ດັ່ງນັ້ນ ພູ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ເຖີດ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວວ່າ: ພູເຂົາ​ຕ່າງໆ ແລະ​ເນີນພູ​ຕ່າງໆ, ຫ້ວຍນໍ້າ​ແລະ​ຮ່ອມພູ​ທັງຫຼາຍ ບ່ອນ​ທີ່​ຖືກ​ປະປ່ອຍ​ໃຫ້​ຮົກຮ້າງ​ເປົ່າປ່ຽວ ແລະ​ເມືອງ​ຮົກຮ້າງ​ຫວ່າງເປົ່າ​ທີ່​ຖືກ​ປຸ້ນ ແລະ​ຖືກ​ຫຍໍ້ຫຍັນ​ຈາກ​ທຸກ​ຊົນຊາດ​ທີ່​ຢູ່​ອ້ອມແອ້ມ.


ເມື່ອ​ເວລາ​ນັ້ນ​ມາ​ເຖິງ ຄົນ​ຈະ​ເອົາ​ເລື່ອງ​ຂອງ​ພວກເຈົ້າ​ຂຶ້ນ​ມາ​ກ່າວ​ເປັນ​ຕົວຢ່າງ​ໃນ​ຄາວ​ຖືກ​ໄພພິບັດ ແລະ​ພວກເຂົາ​ກໍ​ຈະ​ຮ້ອງເພງ ເຖິງ​ປະສົບການ​ອັນ​ຂົມຂື່ນ​ນັ້ນ​ວ່າ: ‘ພວກເຮົາ​ໄດ້​ຖືກ​ທຳລາຍ​ໃຫ້​ພັງ​ພິນາດ​ໄປ​ຈົນ​ໝົດ ພຣະເຈົ້າຢາເວ​ໄດ້​ຢຶດ​ດິນແດນ​ຂອງ​ພວກເຮົາ​ໄປ​ແລ້ວ ແລະ​ໄດ້​ມອບ​ດິນແດນ​ນັ້ນ​ໃຫ້​ແກ່​ຄົນອື່ນ​ເສຍ ຄື​ບັນດາ​ສັດຕູ​ທີ່​ໄດ້​ຈັບ​ເອົາ​ພວກເຮົາ​ໄປ​ນັ້ນ.”’


ທຸກໆ​ຄົນ​ຈະ​ຢູ່​ນຳກັນ​ຢ່າງ​ສະຫງົບສຸກ ທ່າມກາງ​ສວນອະງຸ່ນ​ແລະ​ຕົ້ນ​ໝາກເດື່ອ ແລະ​ບໍ່ມີ​ຜູ້ໃດ​ຈະ​ເຮັດ​ໃຫ້​ພວກເຂົາ​ຢ້ານກົວ​ເລີຍ ປາກ​ຂອງ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ໄດ້​ກ່າວ​ດັ່ງນີ້ແຫຼະ.


ໄຮ່​ນາ​ຈະ​ແຫ້ງແລ້ງ​ແລະ​ແຂງ​ເປັນ​ດິນ​ດາກ​ປົນ​ເກືອ ຈະ​ປູກ​ສິ່ງໃດ​ໃສ່​ດິນ​ນັ້ນ​ກໍ​ບໍ່ໄດ້ ແລະ​ແມ່ນແຕ່​ຫຍ້າ​ກໍ​ຈະ​ບໍ່​ເກີດຂຶ້ນ​ເລີຍ. ດິນແດນ​ຂອງ​ພວກເຈົ້າ​ຈະ​ເປັນ​ດັ່ງ​ເມືອງ​ໂຊໂດມ​ແລະ​ໂກໂມຣາ ເມືອງ​ອັດມາ​ແລະ​ເຊບົວອິມ ຊຶ່ງ​ພຣະເຈົ້າຢາເວ​ໄດ້​ທຳລາຍ ເມື່ອ​ພຣະອົງ​ໄດ້​ໂກດຮ້າຍ​ຢ່າງ​ຮຸນແຮງ​ນັ້ນ.


ພຣະເຈົ້າຢາເວ​ກິ້ວໂກດ​ຫລາຍ ແລະ​ຍ້ອນ​ຄວາມ​ກິ້ວ​ໂກດ​ນີ້ ພຣະອົງ​ຈຶ່ງ​ຖອນ​ຫຼັກແຫຼ່ງ​ໃນ​ດິນແດນ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່​ນັ້ນ ແລະ​ຂັບໄລ່​ພວກເຂົາ​ອອກ​ໄປ​ອາໄສ​ຢູ່​ຕ່າງຖິ່ນ​ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນນີ້.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka