ເອຊາຢາ 24:22 - ພຣະຄຳພີສັກສິ22 ພຣະເຈົ້າຈະນຳບັນດາກະສັດມາຮ່ວມກັນເປັນຝູງ ດັ່ງນຳຊະເລີຍເສິກມາໃນເຫວ. ພຣະອົງຈະຂັງພວກເຂົາໄວ້ໃນຄຸກ ຈົນຮອດເວລາຕັດສິນລົງໂທດ. Uka jalj uñjjattʼäta |
ຫລັງຈາກນັ້ນມາຫລາຍປີ ເຮົາຈະສັ່ງໃຫ້ເຈົ້າຮຸກຮານປະເທດໜຶ່ງ ຊຶ່ງປະຊາຊົນໄດ້ຖືກນຳຄືນມາແຕ່ປະເທດຕ່າງໆ ແລະໃຊ້ຊີວິດຢູ່ໂດຍບໍ່ຢ້ານກົວສົງຄາມ. ເຈົ້າຈະຮຸກຮານພູຕ່າງໆຂອງອິດສະຣາເອນ ທີ່ໄດ້ຖືກປະຖິ້ມໃຫ້ຮົກຮ້າງຫວ່າງເປົ່າມານານແລ້ວ; ແຕ່ບັດນີ້ ເປັນບ່ອນທີ່ປະຊາຊົນທຸກຄົນອາໄສຢູ່ຢ່າງປອດໄພ.